ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ໄດ້ຮັບການຊ່ອຍເຫຼືອ ດ້ານການແພດ ໂດຍຜ່ານກົນໄກຫຼີກເວັ້ນ ມາດຕະການລົງໂທດ ຂອງສະຫະລັດ


ບັນດານັກວິຊາການດ້ານນິວເຄລຍຂອງອີຣ່ານ ແລະສາກົນ ກຳລັງກວດສອບ ອຸປະກອນກັ່ນທາດຢູເຣນຽມ
ບັນດານັກວິຊາການດ້ານນິວເຄລຍຂອງອີຣ່ານ ແລະສາກົນ ກຳລັງກວດສອບ ອຸປະກອນກັ່ນທາດຢູເຣນຽມ

ເຢຍຣະມັນ ອັງກິດ ແລະ ຝຣັ່ງ ໄດ້ອຳນວຍຄວາມສະດວກໃນການສົ່ງເຄື່ອງຂອງດ້ານ
ການແພດ ໄປໃຫ້ອີຣ່ານ ໂດຍໃຊ້ກົນໄກທີ່ອອກແບບເພື່ອຫລີກເວັ້ນມາດຕະການລົງ
ໂທດຂອງສະຫະລັດ ເປັນຄັ້ງທຳອິດ ອີງຕາມການກ່າວໃນວັນອັງຄານວານນີ້ຂອງ
ເຢຍຣະມັນ.

ຖະແຫລງການຈາກກະຊວງການຕ່າງປະເທດຂອງເຢຍຣະມັນ ໃນວັນອັງຄານວານນີ້
ບໍ່ໄດ້ລະບຸສະເພາະເຈາະຈົງວ່າ ເຄື່ອງຂອງດ້ານການແພດທີ່ກ່ຽວຂ້ອງນັ້ນ ແມ່ນປະ
ເພດໃດ ຫຼື ບັນດາບໍລິສັດໃດ ທີ່ມີສ່ວນກ່ຽວຂ້ອງກັບມາດຕະການດັ່ງກ່າວ.

ກະຊວງດັ່ງກ່າວ ໄດ້ກ່າວວ່າ ດຽວນີ້ ລະບົບນັ້ນ ໄດ້ຖືກນຳໃຊ້ເປັນທີ່ສຳເລັດແລ້ວ ທັງ
ສອງຝ່າຍຈະ “ຮ່ວມມືກັນເພື່ອຕິດຕໍ່ຊື້ຂາຍຕື່ມອີກ.”

ອີຣ່ານ ແລະກຸ່ມ 5 ປະເທດມະຫາອຳນາດຂອງໂລກ ໄດ້ລົງນາມ ໃນຂໍ້ຕົກລົງປີ 2015
ທີ່ຈຳກັດໂຄງການນິວເຄລຍຂອງອີຣ່ານ ໃນການແລກປ່ຽນກັບການຜ່ອນຜັນມາດຕະ
ການລົງໂທດ.

ຫຼັງຈາກ ສະຫະລັດ ໄດ້ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ ແລະໄດ້ວາງມາດຕະການ
ລົງໂທດຕໍ່ອີຣ່ານຄືນ ອີຣ່ານໄດ້ກົດດັນ ປະເທດຢູໂຣບທັງຫຼາຍທີ່ໄດ້ລົງນາມໃນຂໍ້ຕົກ
ລົງ ໃຫ້ຫາທາງຫລີກເວັ້ນຂໍ້ຈຳກັດຕ່າງໆ ເພື່ອຊ່ອຍເສດຖະກິດຂອງຕົນ ທີ່ໄດ້ຊຸດ
ໂຊມລົງ.

ການກົດດັນນັ້ນ ປະກອບດ້ວຍ ອີຣ່ານ ຈະຕ້ອງເອົາຂັ້ນຕອນທີ່ຈະບໍ່ຫ່າງຈາກຄວາມ
ໝັ້ນໝາຍຂອງຕົນພາຍໃຕ້ຂໍ້ຕົກລົງປີ 2015 ເປັນໄລຍະໆ ຊຶ່ງປະກອບດ້ວຍການສະ
ສົມທາດຢູເຣນຽມທີ່ກັ່ນແລ້ວເກີນກຳນົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG