ລັດຖະມົນຕີ ກະຊວງຕ່າງປະເທດສະຫະລັດ ທ່ານ Mike Pompeo ພົບປະ ກັບ
ພວກເຈົ້າໜ້າທີ່ອິຈິບໃນວັນພະຫັດມື້ນີ້ ທີ່ນະຄອນຫຼວງໄຄໂຣ ເພື່ອຊອກຫາ ການ
ສະໜັບສະໜູນ ຈາກພັນທະມິດ ທີ່ຈະໃຊ້ຄວາມກົດດັນຂຶ້ນຕື່ມ ໃສ່ອີຣ່ານ.
ທ່ານ ພອມພຽວ ມີກຳນົດຈະກ່າວຄຳປາໄສ ໃນຕອນບ່າຍມື້ນີ້ ກ່ຽວກັບສາຍພົວ
ພັນ ຂອງສະຫະລັດ ກັບພາກຕາເວັນອອກກາງໃນຍຸກຂອງທ່ານທຣຳ ໃນອັນທີ່ ກະຊວງຕ່າງປະເທດເອີ້ນວ່າ ເປັນການເພັ່ງເລັງໃສ່ “ພັນທະຕໍ່ສັນຕິພາບ ຄວາມ
ອຸດົມຮັ່ງມີ ສະເຖຍລະພາບ ແລະຄວາມໝັ້ນຄົງຂອງຂົງເຂດ.”
ກ່ອນອື່ນ ເພິ່ນຈະພົບພໍ້ໂອ້ລົມກັບປະທານາທິບໍດີ ອັບແດລ ຟາຕາ ແອລ-ຊິສຊີ
ແລະ ຈະປະຊຸມຫຼາຍເທື່ອ ກັບລັດຖະມົນຕີກະຊວງຕ່າງປະເທດ ທ່ານຊາເມ ຊຸກ
ກຣີ ໂດຍຈະມີຫົວຂໍ້ເພີ່ມຕື່ມ ຄືເລື້ອງເຂດກາຊາ ແລະການຮ່ວມມືດ້ານເສດ ຖະ
ກິດນຳ.
ທ່ານພອມພຽວ ຈະຢ້ຽມຢາມນຶ່ງອາທິດ ໃນເຂດຕາເວັນອອກກາງ ບ່ອນທີ່ທ່ານຈະ
ຊຸກຍູ້ ໃຫ້ພວກລັດຖະບານເຫຼົ່ານັ້ນ ພະຍາຍາມເຮັດໃຫ້ອີຣ່ານ ປ່ຽນທ່າທີ ທັງຈະ
ໃຫ້ຄຳໝັ້ນໃຈ ແກ່ພວກເຂົາເຈົ້າ ກ່ຽວກັບຄວາມໝາຍໝັ້ນຂອງ ສະຫະລັດໃນການ
ຕໍ່ຕ້ານພວກກໍ່ການຮ້າຍ ຫລັງຈາກໄດ້ຖອນທະຫານອອກຈາກປະເທດຊີເຣຍແລ້ວ.
ກ່ອນຈະໄປອີຈິບ ທ່ານພອມພຽວ ໄດ້ອອກເດີນທາງ ຢ່າງບໍ່ມີການປະກາດ ໃຫ້ ຊາບ
ລ່ວງໜ້າ ໃນວັນພຸດວານນີ້ ໄປຍັງ ເອິບິລ ແລະແບກແດັດ ໃນອີຣັກ.
ທ່ານພອມພຽວໄດ້ບອກພວກນັກຂ່າວ ກ່ອນຈາກເອິບິລ ໂດຍອ້າງໃສ່ພວກຫົວ ຮຸນແຮງລັດອິສລາມວ່າ “ໂດຍການເຂົ້າໃຈກັນທົ່ວໄປວ່າ ການສູ້ລົບ ກັບພວກ
ແດັສ ຕ້ານຢັນພວກແດັສ ແລະການຕໍ່ສູ້ກັບອີຣ່ານ ແມ່ນເລື້ອງຈິງ ແລະສຳຄັນ
ຫຼາຍ.”
ທ່ານພອມພຽວໄດ້ພົບພໍ້ກັບພວກເຈົ້າໜ້າທີ່ຂັ້ນສູງຈາກລັດຖະບານຂອງຊາວເຄີດ
ໃນອີຣັກ ຫຼັງຈາກໄດ້ພົບພໍ້ກັບເຈົ້າໜ້າທີ່ອາວຸໂສ ຂອງລັດຖະບານອີຣັກ.