ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ ຢ່າງ​ກະ​ທັນ​ຫັນ ເຮັດ​ໃຫ້​ເກີດ​ການ​ປະ​ທ້ວງຢູ່​ໃນ ຢ່າງ​ໜ້ອຍ 5 ​ຕົວ​ເມືອງ ຂອງອີ​ຣ່ານ


ປະ​ຊາ​ຊົນ​ຢູ່​ໃນ​ເມືອງ Behbahan ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ອີ​ຣ່ານພາ​ກັນ​ເດີນ​ຂະ​ບວນ​ປະ​ທ້ວງໂດຍ​ການ​ນັ່ງ ຢູ່​ຖະ​ໜົນ​ສາຍ​ນຶ່ງ ໃນ​ວັນ​ທີ 15 ພະ​ຈິກ, 2019 ເພື່​ອ​ຄັດ​ຄ້ານ​ການ​ຂຶ້ນລາ​ຄາ​ນ້ຳ​ມັນ 50 ເປີ​ເຊັນ​ໃນ​ປະ​ເທດນັ້ນ
ປະ​ຊາ​ຊົນ​ຢູ່​ໃນ​ເມືອງ Behbahan ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ອີ​ຣ່ານພາ​ກັນ​ເດີນ​ຂະ​ບວນ​ປະ​ທ້ວງໂດຍ​ການ​ນັ່ງ ຢູ່​ຖະ​ໜົນ​ສາຍ​ນຶ່ງ ໃນ​ວັນ​ທີ 15 ພະ​ຈິກ, 2019 ເພື່​ອ​ຄັດ​ຄ້ານ​ການ​ຂຶ້ນລາ​ຄາ​ນ້ຳ​ມັນ 50 ເປີ​ເຊັນ​ໃນ​ປະ​ເທດນັ້ນ

ອີ​ຣ່ານ​ໄດ້​ຕັດ​ສິນ​ໃຈ​ໃນ​ທັນ​ທີ​ທັນ​ໃດ​ທີ່​ຈະ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ ຂອງ​ປະ​ເທດ​ດັ່ງ​ກ່າວ​ກຳ​ລັງ​ຢູ່​ໃນ​ສະ​ພາບ​ທີ່​ຝືກ​ເຄືອງ​ຫລາຍ​ຂຶ້ນ​ນັບ​ມື້ ພາຍ​ໃຕ້​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ ແລະ​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ໃນ​ປະ​ເທດ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ອີ​ຣ່ານ​ຫລາຍ​ຄົນ​ຮູ້​ສຶກ​ໂກດ​ເຄືອງ ຊຶ່ງ​ພາ​ໃກ້​ມີ​ການ​ປະ​ທ້ວງ​ຢູ່​ໃນ​ຢ່າງ​ໜ້ອຍ 5 ຕົວ​ເມືອງ ແລະ​ມີ​ການ​ຕຳ​ໜິ​ຮ້ອງ​ທຸກ​ຢູ່​ທາງ​ອອນ​ລາຍ.

ໂດຍ​ທີ່ບໍ່​ມີ​ການ​ເຕືອນ​ລ່ວງ​ໜ້າ, ບໍ​ລິ​ສັດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ແຫ່ງ​ຊາດ​ຂອງ​ອີ​ຣ່ານ ກໍ​ໄດ້​ປະ​ກາດ​ການ​ຂຶ້ນ​ລາ​ຄາຕໍ່​ນ້ຳ​ມັນ​ທີ່​ໄດ້​ຮັບ​ເງິນ​ເກື້ອ​ກຸນ​ຈາກ​ລັດ​ຖະ​ບານ​ຢ່າງ​ຫລວງ​ຫລາຍນັ້ນ ​ອອກ​ມາໃນ​ທັນ​ທີ​ທັນ​ໃດ 50 ເປີ​ເຊັນ ​ໃນ​ຕອນ​ເຊົ້າ​ຂອງວັນ​ສຸກວານນີ້, ຊຶ່ງ​ເຮັດ​ໃຫ້​ລາ​ຄານ້ຳ​ມັນ​ເພີ້ມ​ຂຶ້ນຈາກປະ​ມານ 8 ເຊັນ ມາເປັນ 13 ເຊັນ​ຕໍ່​ລິດ. ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ລະ​ບົບຈຳ​ກັດ​ປະ​ລິ​ມານ​ອັນ​ໃໝ່ ອົງ​ການ​ຂອງ​ລັດ​ຖະ​ບານ​ດັ່ງ​ກ່າວ​ຍັງ​ເວົ້າ​ອີກວ່າ ລົດ​ເອ​ກະ​ຊົນ​ແຕ່​ລະ​ຄັນ ໃສ່​ນ້ຳ​ມັນ​ບໍ່​ເກີນ 60 ລິດ​ຕໍ່​ເດືອນ​ຢູ່​ໃນ​ລາ​ຄາ​ໃໝ່​ນີ້ ຖ້າ​ມີ​ການ​ຊື້​ນ້ຳ​ມັນ​ເກີນ​ໂກ​ຕານີ້ ​ຈະ​ຕ້ອງ​ຈ່າຍ​ໃນ​ລາ​ຄາສູງກວ່າ​ເກົ່າ​ສອງ​ເທົ່າ ກໍ​ຄື 26 ເຊັນ​ຕໍ່​ລິດ.

ໂທ​ລະ​ພາບ​ແຫ່ງ​ລັດ​ຂອງ​ອີ​ຣ່ານ ໄດ້​ກ່າວ​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ຮຳ​ມັດ ແບັກ​ເກີ ໂນ​ບາກ​ທ໌ (Mohammad Bagher Nobakht) ທີ່​ເວົ້າ​ວ່າ​ລາ​ຄາ​ທີ່​ສູງ​ຂຶ້ນ ແລະ​ລະ​ບົບ​ໂກ​ຕາ​ໃໝ່​ນີ້ ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ຫາ​ທຶນ ໃຫ້​ແກ່​ລັດ​ຖະ​ບານເພື່ອ​ເອົາເງິນ​ໄປ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ທຸກ​ຈົນ ປະ​ມານ 60 ລ້ານ​ຄົນ ຊຶ່ງກວາມ​ເອົາ​ປະ​ມານ ¾ ຂ​ອງ​ພົນ​ລະ​ເມືອງ​ໃນ​ປະ​ເທດນັ້ນ. ທ່ານ​ເວົ້າ​ວ່າ ການ​ຈ່າຍ​ເງິນ​ຊ່ວຍ​ເຫລືອ​ດັ່ງ​ກ່າວ ຈະ​ເລີ້ມ​ຂຶ້ນ​ໃນ​ປະ​ມານ​ອາ​ທິດ​ໜ້າ ຫາ 10 ມື້ຕໍ່​ໄປ​ນີ້.

ແຕ່​ວ່າ ຊາວ​ອີ​ຣ່ານ​ຫລາຍ​ຄົນ ບໍ່​ໄດ້​ເຊື່ອ​ໃນ​ຄຳ​ເວົ້າ​ນັ້ນ ແຕ່​ກັບ​ເຫັນ​ວ່າ ເປັນ​ການກອບ​ໂກຍ​ເງິນ​ເຂົ້າ​ກະ​ເປົາ​ຂອງ​ພວກ​ເພິ່ນ​ເພີ້ມ​ຂຶ້ນ​ອີກ ໃນ​ຂະ​ນະ​ທີ່​ມີ​ສະ​ພາບ​ເສດ’ຖະ​ກິດ​ທີ່​ເຊື່ອມ​ໂຊມ​ລົງ​ຢູ່ນີ້. ກອງ​ທຶນ​ສາ​ກົນ ໄດ້​ຄາດ​ວ່າ ເສດ​ຖະ​ກິດ​ຂອງ​ອີ​ຣ່ານ​ຈະ​ຫົດ​ຕົວ​ເຂົ້າປະ​ມານ 9 ເປີ​ເຊັນ​ໃນ​ປີນີ້ ຍ້ອນ​ການ​ລົງ​ໂທດ​ຂອງ ສະ​ຫະ​ລັດ​ເຮັດ​ໃຫ້​ການ​ສົ່ງ​ອອກ​ນ້ຳ​ມັນທີ່​ເປັນ​ແຫລ່ງ​ສ້າງ​ລາຍ​ຮັບ​ຫລັກ​ຂອງ​ອີ​ຣ່ານນັ້ນຖືກ​ຈຳ​ກັດ ແລະການ​ສໍ້​ລາດ​ບັງ​ຫລວງ​ໄດ້​ເປັນ​ອຸ​ປະ​ສັກ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຮັ​ສ​ຊານ ຣູ​ຮາ​ນີ ໃນ​ການ​ແກ້​ໄຂວິ​ກິດ​ການ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG