ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກດັບໄຟ 30 ຄົນ ເສຍຊີວິດ ໃນເຫດໄຟໄໝ້ ອາຄານການຄ້າ ທີ່ເຕຫະຣ່ານ


ນັກດັບໄຟອີຣ່ານຄົນນຶ່ງ ຢູ່ທີ່ບ່ອນເກີດໄຟໄໝ້ ອາຄານ Plasco 17 ຊັ້ນ ທີ່ນະຄອນເຕຫະຣ່ານ. (19 ມັງກອນ 2017)
ນັກດັບໄຟອີຣ່ານຄົນນຶ່ງ ຢູ່ທີ່ບ່ອນເກີດໄຟໄໝ້ ອາຄານ Plasco 17 ຊັ້ນ ທີ່ນະຄອນເຕຫະຣ່ານ. (19 ມັງກອນ 2017)

ພວກ​ກູ້​ໄພ​ອີ​ຣ່ານ​ພ້ອມ​ດ້ວຍ​ລົດ​ດັບ​ໄຟ​ຫຼາຍສິບ​ຄັນ ​ໄດ້​ເຮັດ​ວຽກ​ຕະຫລອດ​ຄືນ ໃນ​ການ​ຊອກ​ຄົ້ນຫາ​ຢູ່​ຕາມ​ຊາກ​ຫັກ​ພັງ ​ເພື່ອ​ຈະ​ເຂົ້າ​ໄປ​ຫາ​ພວກ​ດັບ​ໄຟ​ທີ່​ຕົກ​ຄ້າງ​ຢູ່​ຂ້າງ​ໃນ​ແລະ ​ຜູ້​ເຄາະ​ຮ້າຍ​ອື່ນໆນຶ່ງ​ມື້ຫລັງ​ຈາກ​ຕຶກ​ອາຄານ​ສູງ​ຫຼາຍຊັ້ນຢູ່ໃນ​ເຂດ​ໃຈກາງ​ນະຄອນຫຼວງ​ເຕຫະຣ່ານ ​ໄດ້​ເກີດ​ໄຟ​ໄໝ້ ​ແລະ​ຫລັງ​ຈາກ​ນັ້ນ ກໍພັງ​ລົງ​ມາ ຊຶ່ງ​ເຮັດ​ໃຫ້​ພວກ​ດັບ​ໄຟ​ເສຍ​ຊີວິດ​ຢ່າງ​ໜ້ອຍ 30 ຄົນ ​ແລະ​ໄດ້​ຮັບບາດ​ເຈັບ​ອີກ 80 ກວ່າຄົນ.

​ໄຟເລີ້ມລຸກ​ໄໝ້ ​ປ​ະມານ 8 ​ໂມງ​ເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ ​ໃນ​ວັນ​ພະຫັດ​ວານ​ນີ້ທີ່​ຕຶກ​ອາ ຄານພລາສ​ໂກ​ ​ສູງ 17 ຊັ້ນ​ ຊຶ່ງ​ເປັນ​ທີ່​ຕັ້ງ ຂອງ​ໂຮງງານ ແລະບ່ອນຕັດຫຍິບ​ 500 ກວ່າ​ຮ້ານແຕ່ພວກ​ຄົນ​ງານ​ຫຼາຍໆ​ຄົນຍັງ​ບໍ່ທັນ​ມາ​ຮອດ​ບ່ອນເຮັດ​ວຽກ​. ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ໃນ​ເທື່ອ​ນີ້ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງເທື່ອ.

ໂຄສົກ​ຂອງ​ກະຊວງ​ຕ່າງປະ​ເທດ​ອີ​ຣ່ານ ທ່ານ Bahram Qasemi ກ່າວ​ວ່າ ນັບ​ແຕ່​ໄຟ​ເລີ້ມລຸກ​ໄໝ້ ​ກໍ​ໄດ້​ມີ​ການ​ເອົາ​ມາດ​ຕະການ​ທີ່​ຈຳ​ເປັນ​ທຸກ​ຢ່າງ ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ ​ໄພ​ໃຫ້​ແກ່​ສະຖານທູດ​ເຢຍຣະມັນ ​ເທີ​ກີ​ແລະ​ອັງກິດທີ່ຕັ້ງຢູ່​ໃກ້ໆນັ້ນ. ມີ​ລາຍ​ງານ​ວ່າ ສະ ຖານທູດ​ເຫລົ່ານັ້ນ ບໍ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ເຫດ ​ໄຟ​ໄໝ້​ໃນຄັ້ງນີ້​ແຕ່​ຢ່າງ​ໃດ​ເທື່ອ.

ອົງການ​ຂ່າວ​ເຄິ່ງທາງ​ການ Mehr ​ແຈ້ງວ່າ ປະທານາທິບໍດີ Hassan Rahouni ​ໄດ້​ສັ່ງ​ໃຫ້​ລັດຖະມົນຕີ​ກະຊວງ​ພາຍ​ໃນ “ທຳ​ການ​ສືບ​ສວນ ໃນ​ທັນທີ ​ເບິ່ງສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້ ລະບຸ​ໂຕ​ພວກ​ທີ່​ຮັບຜິດຊອບ ຊ່ອຍ​ເຫລືອ​ພວກ​ທີ່ໄດ້​ຮັບ​ບາດ​ເຈັບ ​ແລະ​ຊົດ​ເຊີຍ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ຄົນ​ໃນ​ທັນທີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG