ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ອີຣ່ານ ສະຫຼອງວັນຄົບຮອບ 33 ປີ ໃນການປະຕິວັດ ສາສະໜາອິສລາມ


ພວກຊາວໜຸ່ມອີຣ່ານ ພາກັນຮ້ອງຄຳຂວັນແລະຊູຮູບປົສເຕີ້ ຜູ້ນຳສູງສຸດອີຣ່ານ Ayatollah Ali Khamenei ໃນລະຫວ່າງການໂຮມຊຸມນຸມ ສະເຫຼີມສະຫຼອງການປະຕິວັດອິສລາມ ຄົບຮອບ 33 ປີທີ່ນະຄອນຫຼວງເຕຫະຣ່ານ (11 ກຸມພາ 2011)

ຊາວ​ອີຣ່ານຈຳນວນ​ຫຼາຍໆ​ພັນ​ຄົນ​ໄດ້​ພາກັນ​ໂຮມ​ຊຸມນຸມ​ກັນ​ຢູ່​ໃນ​ທົ່ວ​ປະ​ເທດ​ເພື່ອລະນຶກ​ເຖິງ
ວັນ​ຄົບຮອບ 33 ປີ​ໃນ​ການ​ປະຕິວັດ​ສາສະໜາ​ອິສລາມ​ຂອງ​ອີຣ່ານ​ໃນ​ປີ 1979 ທີ່​ໄດ້​ໂຄ່ນ​
ລົ້ມພະ​ເຈົ້າຊາ​ແຫ່ງ​ອີຣ່ານ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ສະຫະລັດ ແລະ​ອຳນວຍ​ໃຫ້​ພວກ​ນັກ
ບວດອິສລາມ​ຫົວ​ແຂງ​ກະດ້າງ​ຂຶ້ນກຳ​ອຳນາດ.

ໃນ​ວັນ​ເສົາ​ມື້ນີ້ປະຊາຊົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕາມ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດຊຶ່ງ​ຈຳນວນ
ນຶ່ງ​ໄດ້​ພາກັນ​ຖື​ປ້າຍ​ຄຳ​ຂວັນປະກາດ​ກ່ຽວ​ກັບ​ການ​ຕາຍ​ຂອງອາ​ເມຣິກາ​ແລະ​ອິສຣາ​ແອ​ລ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທີ່ຈະຕຸ​ລັດອິສະຫຼະພາບ​ທີ່​ມີ​ຊື່​ສຽງ ​ໃນ​ນະຄອນຫຼວງ​ເຕຫະ
ຣ່ານນັ້ນ ປະທານາທິບໍດີ Mahmoud Ahmadinejad ກ່າວ​ວ່າ ອີຣ່ານຈະ​ປະກາດ​ໃຫ້​
ຊາບກ່ຽວ​ກັບ​ໂຄງການ​ນິວ​ເຄລຍທີ່​ສຳຄັນໆ​ໃນ​ໄລຍະ​ສອງສາມມື້ຂ້າງ​ໜ້ານີ້. ທ່ານ​ບໍ່​ໄດ້​ໃຫ້​
ລາຍ​ລະອຽດ​ຫຍັງ​ຫຼາຍ​ໄປ​ກວ່າ​ນີ້.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ອີຣ່ານ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ ໄດ້​ເພີ່ມ​ທະວີ​ຂຶ້ນຍ້ອນ​ໂຄງການ​ນິວ
ເຄລຍທີ່​ເປັນ​ບັນຫາ​ໂຕ້​ແຍ້​ງຂອງ​ອີຣ່ານ. ​ໃນໄລຍະ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມານີ້ສະຫະລັດ​ແລະ​
ສະຫະພາບ​ຢູ​ໂຣບ​ໄດ້​ເພີ່ມ​ການ​ລົງ​ໂທດ​ຕໍ່​ທະນາຄານ​ກາງຂອງ​ອີຣ່ານ​ແລະ​ອຸສາ​ຫະກຳ​ນໍ້າມັນ
ເພື່ອ​ກົດ​ດັນ​ໃຫ້​ອີຣ່ານຢຸດ​ເຊົາ​ການກັ່ນ​ທາດ​ຢູ​ເຣນຽມ ຊຶ່ງ​ເປັນ​ຂັ້ນຕອນ​ທີ່​ສາມາດ​ນໍາ​ໃຊ້​ໄດ້​ທັງ​
ດ້ານ​ທະຫານ​ແລະດ້ານພົນລະ​ເຮືອນ​ນຳ​ນັ້ນ.

ເຈົ້າໜ້າ​ທີ່​ອີຣ່ານປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ໃດໆ​ເລີຍ​ທີ່​ຈະ​ສ້າງ​ອາວຸດ​ນິວ​ເຄລຍ.

XS
SM
MD
LG