ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ສັ່ງປະຫານຊີວິດ ຜູ້ຊາຍສອງຄົນ ໃນຂໍ້ຫາໝິ່ນປະໝາດສາສະໜາ


ນີ້ແມ່ນແຜນທີ່ ທີ່ສະແດງໃຫ້ເຫັນຂົງເຂດນະຄອນຫຼວງເຕຫະຣ່ານ ຂອງ ອີຣ່ານ.
ນີ້ແມ່ນແຜນທີ່ ທີ່ສະແດງໃຫ້ເຫັນຂົງເຂດນະຄອນຫຼວງເຕຫະຣ່ານ ຂອງ ອີຣ່ານ.

ຄະນະຕຸລາການຂອງອີຣ່ານ ໄດ້ປະກາດການປະຫານຊີວິດຜູ້ຊາຍສອງຄົນ ໃນວັນຈັນວານນີ້ ເຊິ່ງໄດ້ຖືກຕັດສິນ​ໂທດ​ປະ​ຫານ ເນື່ອງຈາກພວກເຂົາເຈົ້າໄດ້ໝິ່ນປະໝາດສາສະໜາ.

ເວັບໄຊທ໌ຂ່າວມີຊານ (Mizan) ຂອງຄະນະຕຸລາການໄດ້ລະບຸວ່າ ພວກເຂົາ ເຈົ້າຄື ທ້າວຢູເຊຟ ເມຣາດ (Yousef Mehrad) ແລະ ທ້າວຊາໂດຣລລາ ຟາເຊລີ ຊາເຣ (Sadrollah Fazeli Zare).

ລາຍງານເປີດເຜີຍວ່າ ຄວາມຜິດທາງອາຍາຂອງພວກເຂົາເຈົ້າລວມມີ ການດູຖູກຕໍ່ສາສະໜາອິສລາມ ແລະຜູ້ນໍາທາງສາສະໜາໂມຮໍາເມັດ, ເຊິ່ງພວກເຂົາ ເຈົ້າໄດ້ໃຊ້ສື່ສັງຄົມອອນລາຍ ເພື່ອແຜ່ກະຈາຍຄວາມກຽດຊັງສາສະໜາອິສລາມ ແລະຊຸກ​ຍູ້ຄວາມບໍ່ເຊື່ອຖືຕໍ່ສາສະໜາ.

ມະມຸດ ອະເມຍຣີ-ມັອກຮາດດາມ, ຜູ້ທີ່ເປັນຫົວໜ້າກຸ່ມສິດທິມະນຸດຂອງອີຣ່ານ ທີ່ມີສໍານັກງານໃຫຍ່ໃນປະເທດນໍເວ ກ່າວຢູ່ໃນຖະແຫຼງການວ່າ “ເຈົ້າໜ້າທີ່ ໄດ້ສະແດງໃຫ້ເຫັນເຖິງທໍາມະຊາດຂອງຍຸກກາງອີກຄັ້ງ ດ້ວຍການສັງຫານຜູ້ຊາຍສອງຄົນນີ້ ເພື່ອສະແດງເຖິງຄວາມຄິດເຫັນແບບສ່ວນໂຕຂອງພວກເຂົາເອງ,” ໂດຍທ່ານໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງດໍາເນີນການຕໍ່ສິ່ງທີ່ກໍາລັງຈະເກີດຂຶ້ນນີ້ຢ່າງຮີບດ່ວນ ແລະເດັດຂາດ.

ໃນປີກາຍນີ້, ກຸ່ມນັກຊ່ຽວຊານຂອງອົງການສະຫະປະຊາຊາດ ໄດ້ເນັ້ນຢໍ້າຄວາມກັງວົນກ່ຽວກັບການດູໝິ່ນທາງອາຍາຂອງອີຣ່ານ, ແລະໄດ້ຮຽກຮ້ອງໃຫ້ລັດຖະ ບານອີຣ່ານຈົ່ງ “ດໍາເນີນຕາມບາດກ້າວທີ່ມີຄວາມໝາຍສໍາຄັນ ເພື່ອຮັບຮອງຕໍ່ສິດທິທີ່ເປັນອິດສະຫຼະພາບທາງສາສະໜາ ຫຼື ຄວາມເຊື່ອຖື ແລະຄວາມຄິດເຫັນທີ່ເປັນອິດສະຫຼະ ພ້ອມທັງການສະແດງອອກ ໂດຍປາສະຈາກການເລືອກປະຕິບັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG