ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ປະຫານຊີວິດ ຊາຍຄົນນຶ່ງ ທີ່ຖືກສານຕັດສິນ ວ່າມີຄວາມຜິດ ຖານເປັນສອດແນມ ໃຫ້ແກ່ອົງການ CIA


ສະມາຊິກກຳລັງຕຳຫຼວດພິເສດຂອງອີຣ່ານ ກວດເບິ່ງເຊືອກແຂວນຄໍ ກ່ອນໜ້າການປະຫານຊີວິດດ້ວຍການແຂວນຄໍ, ຢູ່ໃນນະຄອນຫຼວງເຕຫະຣ່ານ, ວັນທີ 2 ສິງຫາ 2007.
ສະມາຊິກກຳລັງຕຳຫຼວດພິເສດຂອງອີຣ່ານ ກວດເບິ່ງເຊືອກແຂວນຄໍ ກ່ອນໜ້າການປະຫານຊີວິດດ້ວຍການແຂວນຄໍ, ຢູ່ໃນນະຄອນຫຼວງເຕຫະຣ່ານ, ວັນທີ 2 ສິງຫາ 2007.

ອີຣ່ານ ໄດ້ປະຫານຊີວິດ ອະດີດພະນັກງານກະຊວງປ້ອງກັນປະເທດ ຜູ້ທີ່ຖືກສານຕັດສິນວ່າ ມີຄວາມຜິດໃນການຂາຍຂໍ້ມູນລັບໃຫ້ແກ່ອົງການສືບລັບ CIA ຂອງສະຫະລັດ ອີງຕາມການກ່າວໂດຍສານຍຸຕິທຳຂອງອີຣ່ານໃນວັນອັງຄານວານນີ້.

ໂຄສົກຂອງສານຍຸຕິທຳ ໄດ້ກ່າວວ່າ ທ້າວ ເຣຊາ ອາສກາຣີ ໄດ້ຖືກປະຫານຊີ ວິດ ເມື່ອສັບປະດາແລ້ວນີ້ ໃນຖານຂາຍຂໍ້ມູນລັບກ່ຽວກັບໂຄງການລູກສອນໄຟຂອງອີຣ່ານໃຫ້ແກ່ອົງການ CIA. ອີຣ່ານ ກ່າວວ່າ ທ້າວອາສກາຣີ ໄດ້ຂາຍຂໍ້ມູນລັບໃນລະຫວ່າງຊ່ວງປີສຸດທ້າຍໃນການເປັນພະນັກງານຂອງກະຊວງປ້ອງກັນປະເທດ ແລະໄດ້ກະສຽນໃນປີ 2016.

ອີຣ່ານ ໄດ້ປະຫານຊີວິດອີກຄົນນຶ່ງ ຜູ້ຖືກກ່າວຫາວ່າ ເປັນສາຍລັບເມື່ອເດືອນແລ້ວນີ້. ບັນດາເຈົ້າໜ້າທີ່ ກ່າວວ່າ ທ້າວຈາລາລ໌ ຮາຈີຊາວາ ໄດ້ຍອມຮັບໃນສານວ່າ ອົງການ CIA ໄດ້ວ່າຈ້າງໃຫ້ລາວເປັນສາຍລັບ. ສານຍຸຕິທໍາ ໄດ້ກ່າວວ່າ ອຸປະກອນສາຍລັບ ໄດ້ຖືກຍຶດມາໄດ້ຈາກເຮືອນຂອງທ້າວຮາຈີຊາວາ ຜູ້ທີ່ຍັງໄດ້ເຮັດວຽກຢູ່ກະຊວງປ້ອງກັນປະເທດ. ສານຍຸຕິທຳ ໄດ້ກ່າວອີກວ່າ ພັນລະຍາຂອງຜູ້ກ່ຽວ ກໍໄດ້ຖືກສານຕັດສິນລົງໂທດ ໃຫ້ຈຳຄຸກ 15 ປີ ໃນຖານມີສ່ວນຮ່ວມໃນການສອດແນມ.

ສານຍຸຕິທຳ ຍັງໄດ້ກ່າວວ່າ ທ້າວ ມາມູດ ມູຊາວີ-ມາຈດ໌ ໄດ້ຖືກກ່າວຫາວ່າ ເປັນສາຍລັບໃຫ້ແກ່ສະຫະລັດ ແລະອິສຣາແອລ ແມ່ນລວມຢູ່ໃນກຸ່ມພວກຄົນ ຜູ້ທີ່ຍັງບໍ່ທັນໄດ້ຖືກປະຫານຊີວິດ.

ອີຣ່ານ ໄດ້ກ່າວເມື່ອປີກາຍນີ້ວ່າ ຕົນໄດ້ຈັບກຸມສາຍລັບ 17 ຄົນ ຜູ້ທີ່ຖືກກ່າວຫາວ່າ ເຮັດວຽກໃຫ້ແກ່ອົງການ CIA.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG