ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອີຣ່ານ ປະຫານຊີວິດ 8 ຄົນ ທີ່ພົວພັນກັບ ກຸ່ມລັດອິສລາມ ໃນການໂຈມຕີ ຢູ່ ເຕຫະຣ່ານ


ພວກເຈົ້າໜ້າທີ່ຕຳຫຼວດ ລາດຕະເວນ ຈຸດທີ່ເກີດເຫດ, ຢູ່ອ້ອມຮອບ ສະຖານທີ່ສັກກາລັກ ຂອງມື້ລາງ ຜູ້ກໍ່ຕັ້ງ ພັກປະຕິວັດ ຂອງອີຣ່ານ ທ່ານ ອາຢາໂທລາ ໂຄເມນີ (Ayatollah Khomeini), ຫລັງຈາກມີການໂຈມຕີ ໂດຍຜູ້ຮ້າຍຈຳນວນນຶ່ງ ໃນນະຄອນຫຼວງ ເຕຫະຣ່ານ ຂອງ ອີຣ່ານ, ວັນທີ 7 ມິທຸນາ 2017.
ພວກເຈົ້າໜ້າທີ່ຕຳຫຼວດ ລາດຕະເວນ ຈຸດທີ່ເກີດເຫດ, ຢູ່ອ້ອມຮອບ ສະຖານທີ່ສັກກາລັກ ຂອງມື້ລາງ ຜູ້ກໍ່ຕັ້ງ ພັກປະຕິວັດ ຂອງອີຣ່ານ ທ່ານ ອາຢາໂທລາ ໂຄເມນີ (Ayatollah Khomeini), ຫລັງຈາກມີການໂຈມຕີ ໂດຍຜູ້ຮ້າຍຈຳນວນນຶ່ງ ໃນນະຄອນຫຼວງ ເຕຫະຣ່ານ ຂອງ ອີຣ່ານ, ວັນທີ 7 ມິທຸນາ 2017.

ອີຣ່ານ ໄດ້ປະຫານຊີວິດ 8 ຄົນ ທີ່ຖືກສານຕັດສິນວ່າ ມີຄວາມຜິດ ໃນການມີສ່ວນກ່ຽວ
ຂ້ອງກັບ ການໂຈມຕີສອງຄັ້ງ ຢູ່ໃນນະຄອນຫຼວງ ເຕຫະຣ່ານ ເມື່ອປີ 2017 ທີ່ອ້າງເອົາ
ຄວາມຮັບຜິດຊອບ ໂດຍກຸ່ມຫົວຮຸນແຮງ ລັດອິສລາມ.

ການປະຫານຊີວິດດັ່ງກ່າວ ໄດ້ປະກາດໃຫ້ຊາບ ໃນວັນເສົາມື້ນີ້.

ການໂຈມຕີທັງສອງຄັ້ງນັ້ນ ແມ່ນຕໍ່ສະພາແຫ່ງຊາດຂອງອີຣ່ານ ແລະ ສະຖານທີ່ສັກ
ກາລັກ ຂອງມື້ລາງ ຜູ້ນຳອາຢາໂທລາ ຣູໂຮລາ ໂຄເມນີ ທີ່ໄດ້ເກີດຂຶ້ນເມື່ອວັນທີ 7
ເດືອນມິຖຸນາ ປີ 2017 ໂດຍໄດ້ສັງຫານ 17 ຄົນ ແລະ ອີກຫຼາຍສິບຄົນ ໄດ້ຮັບບາດ
ເຈັບ.

ອົງການຂ່າວ ມີຊານ (Mizan) ໄດ້ກ່າວວ່າ ພວກຜູ້ຊາຍດັ່ງກ່າວ ໄດ້ຖືກສານຕັດສິນ
ວ່າ ມີຄວາມຜິດ ໃນການຮ່ວມມືກັບພວກກໍ່ການຮ້າຍ ແລະ ໃຫ້ການສະໜັບສະໜຸນ
ທາງດ້ານການເງິນ ແກ່ພວກເຂົາເຈົ້າ ແລະ ການຊອກສະແຫວງຫາອາວຸດຕ່າງໆ
“ໃນຂະນະທີ່ ໄດ້ຮັບການແຈ້ງໃຫ້ຊາບ ເຖິງເປົ້າໝາຍ ແລະ ເຈດຕະນາ ຂອງ
ກຸ່ມກໍ່ການຮ້າຍ.”

ກຸ່ມລັດອິສລາມ ຫຼື ໄອແອັສ ໃນທັນທີທັນໃດ ກໍໄດ້ອ້າງເອົາຄວາມຮັບຜິດຊອບ ໂດຍ
ເປັນຂີດໝາຍຄັ້ງທຳອິດ ທີ່ກຸ່ມສາສະໜາອິສລາມນິກາຍຊຸນນີ່ດັ່ງກ່າວ ຍອມຮັບວ່າ
ໄດ້ໂຈມຕີປະເທດ ທີ່ປະຊາຊົນສ່ວນໃຫຍ່ ນັບຖືກສາສະໜາອິສລາມ ນິກາຍຊີໄອທ໌.
ກຸ່ມຫົວຮຸນແຮງລັດອິສລາມຖືວ່າ ອີຣ່ານຊຶ່ງມີປະຊາຊົນສ່ວນໃຫຍ່ ເປັນຊາວຊີໄອນັ້ນ
ເປັນພວກນອກສາສະໜາ ແລະສົມຄວນທີ່ຈະຕາຍໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG