ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາກົດດັນ ໃຫ້ສືບສວນ ກ່ຽວກັບວີດີໂອ ຂອງກະຊວງ ຕ່າງປະເທດ ທີ່ຖືກລຶບ


ທ່ານ Ed Royce ປະທານຄະນະກຳມະການ ກິດຈະການຕ່າງປະເທດ ຂອງສະພາຕ່ຳ ສະຫະລັດ.
ທ່ານ Ed Royce ປະທານຄະນະກຳມະການ ກິດຈະການຕ່າງປະເທດ ຂອງສະພາຕ່ຳ ສະຫະລັດ.

ການ​ຕັດສິນ​ໃຈ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ເພື່ອລຶບ​ບາງ​ສ່ວນຂອງ​ວີ​ດີ​ໂອ ໂດຍ​ເຈດ​ຕະນາ ​ໃນ​ການ​ຖະ​ແຫລງຂ່າວ ​ໄດ້​ເປັນ​ທີ່​ສົນ​ໃຈ​ ຂອງ​ບັນດາ​ສະມາຊິກ​ສະພາ ໂດຍ​ມີ​ຄຳ​ຖາມ​ບາງ​ຢ່າງ ​ກ່ຽວ​ກັບ​ວ່າ ລັດຖະບານ​ທ່ານ​ໂອ​ບາ​ມາ​ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້ ປະຊາຊົນ​ເຂົ້າ​ໃຈ​ຜິດ​ຫຼືບໍ່ໃນ​ການ​ເຈລະຈາ​ນິວ​ເຄລຍກັບອີຣ່ານ.

ປະທານ​ຄະນະ​ກຳມະການ ກິດຈະການ​ຕ່າງປະ​ເທດ ​ຂອງ​ສະພາ​ຕ່ຳ​ສະຫະລັດ​ທ່ານ Ed Royce ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຮຽກຮ້ອງ ​ໃຫ້​ຜູ້​ກວດກາ​ທົ່ວ​ໄປ​ ຂອງ​ກະຊວງ​ການ​ຕ່າງປະ ເທດ​ສະຫະລັດ ສືບສວນ​ເບິ່ງເລື້ອງດັ່ງກ່າວ.

ຄະນະ​ກຳມະການ​ອີກ​ຈຸ​ນຶ່ງ​ຂອງ​ສະພາ​ຕ່ຳ​ສະຫະລັດ ກໍ​ໄດ້​ໃຫ້​ເວລາ​ແກ່​ລັດຖະມົນຕີ​ການ ຕ່າງ​ປະ​ເທດ John Kerry ຈົນ​ຮອດ​ວັນ​ພຸດເພື່ອ​ລະບຸ​ໂຕເຈົ້າໜ້າ​ທີ່ກະຊວງ​ຕ່າງປະ​ເທດ ທີ່​ໄດ້​ສັ່ງ​ໃຫ້ລຶບ​ວີ​ດີ​ໂອ​ທີ່​ວ່າ​ນີ້.

ສ່ວນ​ສະມາຊິກ​ລັດຖະສະພາ​ຄົນ​ອື່ນໆ​ຂອງ​ພັກ​ຣີພັບ​ບລີ​ກັນ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ວິຕົກ ກັງວົນ​ກ່ຽວ​ກັບ​ເລື້ອງນີ້.

ປະທານ​ສະພາ​ຕ່ຳ ທ່ານ Paul Ryan ຮຽກຮ້ອງ​ໃຫ້ ​ລັດຖະບານ​ທ່ານ​ໂອ​ບາ​ມາ ທຳ​ການ ສືບສວນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ​ໃນ​ຂະນະ​ທີ່​ສະມາຊິກ​ສະພາ​ສູງ Tom Cotton ​ໄດ້ ກ່າວ​ຫາ​ກະຊວງ​ການ​ຕ່າງປະ​ເທດ​ວ່າ ຫາ​ທາງ​ຊຸກຍູ້ ​ແບບ​ບໍ່ມີ​ຄວາມຈິ​ງ ​ໃນ​ຄວາມ​ສຳພັນ ຂອງ​ສະຫະລັດ​ກັບ​ອີ​ຣ່ານ.

ສິ່ງ​ທີ່​ເປັນ​ບັນຫາ​ ກໍ​ແມ່ນ​ ເມື່ອ​ວັນ​ທີ 2 ທັນວາ ປີ 2013​ ການ​ຖະ​ແຫຼງຂ່າວ​ຂອງກະຊວງ​ການ​ຕ່າງປະ​ເທດໂດຍ​ທ່ານ​ນາງ Jen Psaki ຊຶ່ງ​ເປັນ​ໂຄສົກ​ຂອງ​ກະຊວງ​ໃນ​ເວລາ​ນັ້ນ.

​ເມື່ອ​ມີ​ການ​ຊັກ​ຖາມກ່ຽວ​ກັບ​ຄວາມ​ຖື​ກຕ້ອງ ​ໃນ​ການ​ປະຕິ​ເສດ​ຂອງ​ກະຊວງ​ການຕ່າງປະ​ເທດ​ກ່ອນ​ໜ້ານັ້ນໃນ​ການ​ເຈລະຈາ​ແບບ​ລັບໆ​ຂອງ​ລັດຖະບານລະຫວ່າງສະຫະລັດ​ແລະ​ອີຣ່ານ ທ່ານ​ນາງ Psaki ກ່າ​ວວ່າ ມີ​ບາງ​ເວລາ​ບ່ອນ​ທີ່​ການ​ທູດມີ​ຄວາມ​ຈຳ​ເປັນທີ່​ຕ້ອງ​ໄດ້​ມີ​ຄວາມ​ລັບ​ເພື່ອ​ວ່າ​ຈະ​ສ້າງ​ຄວາມ​ກ້າວໜ້າ​ໄດ້.

ທ່ານ​ນາງ​ອະທິບາຍ​ວ່າ ນີ້​ແມ່ນ​ຕົວຢ່າງ​ທີ່​ດີ​ຂອງ​ສິ່ງ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG