ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ອີຢູ ບໍ່ໄດ້ເຮັດພຽງພໍ ໃນການສະໜັບສະໜູນ ຂໍ້ຕົກລົງນິວເຄລຍ


ລັດຖະມົນຕີວ່າການຕ່າງປະເທດ ຂອງອີຣ່ານ ທ່ານ ໂມຮາມັດ ຈາວາດ ຊາຣີຟ (ຂວາ) ພົບປະກັບ ລັດຖະມົນຕີ ດ້ານພະ
ລັງງານ ຂອງ ສະຫະພາບ ຢູໂຣບ ທ່ານ ມິແກລ ອາຣີອັສ ກາເນເຕ, ໃນນະຄອນຫຼວງ ເຕຫຣ່ານ ຂອງອີຣ່ານ, ວັນທີ 20 ພຶດສະພາ 2018.
ລັດຖະມົນຕີວ່າການຕ່າງປະເທດ ຂອງອີຣ່ານ ທ່ານ ໂມຮາມັດ ຈາວາດ ຊາຣີຟ (ຂວາ) ພົບປະກັບ ລັດຖະມົນຕີ ດ້ານພະ ລັງງານ ຂອງ ສະຫະພາບ ຢູໂຣບ ທ່ານ ມິແກລ ອາຣີອັສ ກາເນເຕ, ໃນນະຄອນຫຼວງ ເຕຫຣ່ານ ຂອງອີຣ່ານ, ວັນທີ 20 ພຶດສະພາ 2018.

ລັດຖະມົນຕີຕ່າງປະເທດ ອີຣ່ານ ທ່ານ ຈາວາດ ຊາຣີຟ (Javad Zarif) ໄດ້ເວົ້າ ໃນວັນ
ອາທິດວານນີ້ວ່າ ການສະໜັບສະໜູນທາງດ້ານການເມືອງ ຂອງ ຢູໂຣບ ໃນການຮັກສາ
ໄວ້ ສັນຍານາໆຊາດ ດ້ານນິວເຄຼຍ ລຸນຫຼັງການຖອນໂຕອອກໄປ ຂອງ ສະຫະລັດແລ້ວ
ແມ່ນຍັງບໍ່ພຽງພໍ ຖ້າຫາກວ່າ ຫຼາຍບໍລິສັດ ເກີນໄປ ຂອງຢູໂຣບ ຫາກຢຸດເຊົາການລົງທຶນ
ຂອງເຂົາເຈົ້າໃນ ອີຣ່ານ.

ທ່ານ ຊາຣີຟ ໄດ້ເວົ້າ ລຸນຫຼັງກອງປະຊຸມ ກັບທ່ານ ມິແກລ ອາຣີອັສ ກາເນເຕ (Miguel
Arias Canete) ລັດຖະມົນຕີ ດ້ານພະລັງງານ ຂອງ ສະຫະພາບຢູໂຣບ ວ່າ “ການຕັດ
ສິນໃຈ ຢ່າງໃຫຽ່ແລະໄວວາ ຂອງພວກບໍລິສັດຕ່າງໆ ໃນ ອີຢູ ທີ່ຈະຍຸຕິ ກິດຈະກຳ
ຂອງພວກເຂົາເຈົ້າ ໃນອີຣ່ານ ຈະສ້າງຄວາມຫຽຸ້ງຍາກສັບສົນຫຼາຍ.”

ໂຄສົກ ອົງການຂ່າວ IRIB ຂອງລັດຖະບານອີຣ່ານ ໄດ້ອ້າງຄຳເວົ້າ ຂອງທ່ານ ຊາຣີຟ
ໂດຍກ່າວວ່າ “ໂດຍການຖອນໂຕ ຂອງ ສະຫະລັດ ອອກຈາກຂໍ້ຕົກລົງນິວເຄຼຍນັ້ນ
ຄວາມຫວັງ ຂອງສາທາລະນະຊົນອີຣ່ານ ທີ່ມີຕໍ່ສະຫະພາບ ຢູໂຣບ ແມ່ນມີເພີ່ມຂຶ້ນ
ຫຼາຍກວ່າເກົ່າ ... ແລະ ການສະໜັບສະໜູນ ທາງດ້ານການເມືອງ ຂອງ ອີຢູ ສຳລັບ
ຂໍ້ຕົກລົງດ້ານນິວເຄຼຍ ແມ່ນບໍ່ພຽງພໍ.”

ໂດຍການຂົ່ມຂູ່ ຂອງ ສະຫະລັດ ທີ່ຈະນຳໃຊ້ຄືນໃໝ່ ການລົງໂທດຕໍ່ພວກບໍລິສັດຂອງ
ຢູໂຣບ ທີ່ກຳລັງເຮັດທຸລະກິດກັບອີຣ່ານ ແມ່ນໄດ້ເຮັດໃຫ້ຫຼາຍບໍລິສັດຕ່າງປະເທດ ຖອນ
ໂຕອອກໄປຈາກອີຣ່ານແລ້ວ.

ບໍລິສັດນໍ້າມັນຍັກໃຫຽ່ຂອງຝຣັ່ງ Total ກ່າວວ່າ ຕົນຈະຍົກເລີກກິດຈະການລົງທຶນ 4
ພັນ 8 ຮ້ອຍລ້ານໂດລາ ໃນອີຣ່ານ ນອກຈາກວ່າ ຕົນຈະຖືກຍົກເວັ້ນ ຈາກການລົງໂທດ
ຂອງ ສະຫະລັດ ໃນຂະນະທີ່ ບໍລິສັດອື່ນໆ ເຊັ່ນ Engie ກໍໄດ້ກ່າວວ່າ ຕົນມີແຜນການ
ທີ່ຈະຢຸດເຊົາວຽກງານ ດ້ານວິສະວະກຳຂອງຕົນ ໃນອີຣ່ານ ກ່ອນເດືອນພະຈິກ ທີ່ຈະ
ມາເຖິງ ເວລາທີ່ ສະຫະລັດ ເວົ້າວ່າ ຈະນຳໃຊ້ການລົງໂທດດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG