ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ແນວທາງ ປານກາງ ຂອງອີຣ່ານ ມີຄະແນນ ນຳໜ້າ (ວີດີໂອ)


ທ່ານ Hasan Rowhani ຜູ້ສະໝັກປະທານາທິບໍດີ ທີ່ນິຍົມແນວທາງປານກາງ ຂອງອີຣ່ານ ພວມປ່ອນບັດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງເຕຫະຣ່ານ (14 ມິຖຸນາ 2013)
ທ່ານ Hasan Rowhani ຜູ້ສະໝັກປະທານາທິບໍດີ ທີ່ນິຍົມແນວທາງປານກາງ ຂອງອີຣ່ານ ພວມປ່ອນບັດ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງເຕຫະຣ່ານ (14 ມິຖຸນາ 2013)
ຜົນການນັບບັດຄະແນນສຽງ ທີ່ຍັງບໍ່ທັນແລ້ວສຳເລັດ ໃນການ
ເລືອກຕັ້ງປະທານາທິບໍດີຂອງອີຣ່ານ ສະແດງໃຫ້ເຫັນວ່າ ຜູ້ສະ ໝັກນິຍົມແນວທາງປານກາງ ທ່ານ Hassan Rowhani ມີຄະ ແນນນຳໜ້າໝູ່ ໃນບັນດາຜູ້ສະໝັກທັງໝົດ 6 ຄົນ. ທ່ານໄດ້ຮັບ ການສະໜັບສະໜຸນຈາກພວກນິຍົມການປະຕິຮູບໃນອີຣ່ານ.

ທ່ານ Rowhani ໄດ້ຮັບຄະແນນສຽງກາຍ 50 ເປີເຊັນໜ້ອຍນຶ່ງ ຈາກບັດຄະແນນທີ່ນັບໄປແລ້ວ 12 ລ້ານບັດ ໃນຕອນເຊົ້າຂອງ
ວັນເສົາມື້ນີ້. ທ່ານ Bagher Qalibaf ເຈົ້າຄອງນະຄອນຫຼວງເຕ
ຫະຣ່ານມາເປັນອັນດັບສອງຫ່າງໆໂດຍໄດ້ຮັບຄະແນນປະມານ
15 ເປີເຊັນ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເວລາໃດຈຶ່ງຈະມີການປະກາດ ຜົນການນັບຄະແນນສຽງ
ຂັ້ນສຸດທ້າຍ. ຊາວອີຣ່ານປະມານ 50 ລ້ານຄົນມີສິດໄປປ່ອນບັດໃນວັນສຸກວານນີ້ ແລະ
ສື່ມວນຊົນຂອງອີຣ່ານລາຍງານວ່າ ມີຜູ້ໄປປ່ອນບັດລົງຄະແນນສຽງ ໃນລະຫວ່າງ 75 ຫາ
80 ເປີເຊັນ.

ກ່ອນຈະໄດ້ຮັບໄຊຊະນະ ຜູ້ສະໝັກຕ້ອງໄດ້ຮັບຄະແນນສຽງຫລາຍກວ່າ 50 ເປີເຊັນ ເພື່ອ
ຫຼີກລ່ຽງການເລືອກຕັ້ງຮອບສອງ ຊຶ່ງຈະມີຂຶ້ນໃນວັນສຸກອາທິດໜ້າ.

ຊາວອີຣ່ານໄດ້ພາກັນໄປໃຊ້ສິດໃຊ້ສຽງ ເພື່ອເລືອກເອົາຜູ້ທີ່ຈະມາຮັບໜ້າທີ່ແທນປະທານາ ທິບໍດີ Mahmoud Ahmadinejad ທີ່ໄດ້ຖືກຫ້າມ ໂດຍລັດຖະທໍາມະນູນ ບໍ່ໃຫ້ເຂົ້າກຳຕຳ ແໜ່ງຕິດຕໍ່ກັນເປັນສະໄໝທີສາມ.

ພວກນັກວິເຄາະກ່າວວ່າ ມີຄວາມສົນໃຈຢ່າງໃຫຍ່ໃນການໂຄສະນາຫາສຽງ ທີ່ໄດ້ມີການຈັດ ແຈງຢ່າງລະມັດລະວັງ ທັງນີ້ ອາດຈະເນື່ອງມາຈາກການສະໝັກ ຂອງນັກບວດທີ່ນິຍົມແນວ ທາງປານກາງ Rowhani.

ພວກເຈົ້າໜ້າທີ່ໄດ້ຕໍ່ເວລາ ໃນການປ່ອນບັດອອກໄປຕື່ມອີກ ຫລາຍໆຊົ່ວໂມງ ໃນມື້ວັນສຸກ ວານນີ້ ເພື່ອອຳນວຍຄວາມສະດວກ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າຜູ້ທີ່ໄປປ່ອນບັດເປັນຈຳ ນວນຫຼວງຫຼາຍ ໃນການເລືອກຕັ້ງປະທານາທິບໍດີຂອງປະເທດ.

ບັນດາຜູ້ສະໝັກສ່ວນໃຫຍ່ແມ່ນຖືກັນວ່າເປັນພວກຫົວແຂງກະດ້າງທີ່ຈົງຮັກພັກດີຕໍ່ຜູ້ນຳສູງ ສຸດຂອງປະເທດ Ayatollah Ali Khamenei.

XS
SM
MD
LG