ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

​ປະທານາທິບໍດີ ທີ່ຖືກເລືອກຕັ້ງໃໝ່ ຂອງອີຣ່ານ ​ສັນຍາວ່າ ຈະເປີດຍຸກໃໝ່ ໃຫ້ປະເທດຂອງທ່ານ (ວີດິໂອ)


ທ່ານ Ayatollah Ali Khamenei (ຊ້າຍ) ຜູ້ນໍາສູງສຸດຂອງອີຣ່ານ ພົບກັບ ທ່ານ Hasan Rowhani ທີ່ຫາກໍ່ຖືກເລືອກຕັ້ງເປັນ ປະທານາທິບໍດີຄົນຕໍ່ໄປຂອງອີຣ່ານ ທີ່ກຸງ Tehran, ວັນທີ 16 ມິຖຸນາ 2013.
ທ່ານ Hassan Rowhani ​ປະທານາທິບໍດີທີ່ຫາກໍ່ຖືກເລືອກ​
ຕັ້ງຂອງອີຣ່ານ ໄດ້ຊົມ​ເຊີຍ​ໄຊຊະນະຂອງທ່ານໃນການເລືອກ
ຕັ້ງຂອງ​ປະ​ເທດວ່າ​ ເປັນການຊະນະ “ພວກຫົວ​ຮຸນແຮງຈັດ” ໃນຂະນະທີ່ພວກສະໜັບສະໜຸນທ່ານ ຫລາຍ​ພັນ​ຄົນ ພາກັນ
ສະເຫລີມສະຫລອງ ຢູ່ຕາມຖະໜົນຫົນທາງຂອງກຸງເຕຮະຣ່ານ.

ທ່ານ Rowhani ໄດ້ໄປຢ້ຽມຄໍານັບສຸສານຂອງມື້ລາງທ່ານ
Ayatollah Roohollah Khomeini ອະດີດຜູ້ນໍາຂອງອີຣ່ານ
ຢູ່​ໃນ​ເຂດໃຕ້ ຂອງກຸງເຕຫະຣ່ານ ໃນວັນອາທິດວານນີ້.

ການໄປຢ້ຽມຢາມສະຖານທີ່ດັ່ງກ່າວຖືກ​ເບິ່ງ​ເຫັນ​ວ່າ ເປັນການ
ເຄື່ອນໄຫວ ທີ່ເປັນສັນຍາລັກ ເພື່ອສະແດງໃຫ້ເຫັນວ່າ ທ່ານຍັງຈະສືບຕໍ່ຈົງຮັກພັກດີຕໍ່
ຫລັກການ ຂອງການປະຕິວັດອິສລາມໃນປີ 1979.

ຝຸງ​ຊົນ​ຈໍານວນຫລວງຫລາຍ ທີ່​ສົ່ງ​ສຽງ​ດັງ​ຟົດສະໜັ່ນ ລໍຖ້າທ່ານ Rowhani ແລະຮັບ
ຕ້ອນທ່ານດ້ວຍຄວາມຫ້າວຫັນດີ​ອົກ​ດີ​ໃຈ ເວລາທ່ານໄປຮອດສຸສານແຫ່ງນັ້ນ.

ຢູ່ໃນຄໍາຖະແຫລງຂອງທ່ານຄັ້ງທໍາອິດຕໍ່ຝູງຊົນ ນັບແຕ່ການ​ເລືອກ​ຕັ້ງໃນວັນສຸກຜ່ານມາ
ນັກບວດຫົວປະຕິຮູບທ່ານ​ນີ້ ໄດ້ເອີ້ນການເລືອກຕັ້ງເອົາທ່ານນັ້ນ ວ່າແມ່ນໄຊຊະນະຂອງ
ການປ່ຽນແປງໃໝ່ ຊຶ່ງທ່ານກ່າວວ່າ:

“ດ້ວຍ​ການ​ເຫັນ​ດີ​ເຫັນ​ພ້ອມ​ນໍາຂອງເທບພະເຈົ້າ ​ເຫດການທີ່​ຜັນ​ຂະຫຍາຍ​ ອອກ​ມານີ້ ຈະເປັນການເບີກທາງ ​ໄປ​ສູ່ການປ່ຽນແປງທີ່ປະຊາຊົນຮຽກຮ້ອງ. ສິ່ງນີ້ ແນ່ນອນ ​ແມ່ນລວມທັງ ການປະຕິວັດດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ ແລະການເມືອງ.”

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Iran Elections
please wait
Embed

No media source currently available

0:00 0:00:56 0:00


​ພວກນັກວິເຄາະຫລາຍຄົນເຫັນວ່າ ໄຊຊະນະຂອງທ່ານ Rowhani ເປັນການປະຕິ​ເສດ​
ຂອງ​ມະຫາຊົນ ຕໍ່ພວກອະນຸລັກນິຍົມຫົວແຂງ​ກະດ້າງ ທີ່​ສະມັກແຂ່ງຂັນ ໃນການເລືອກ
ຕັ້ງຄັ້ງນີ້.

ປະທານາທິບໍດີທີ່ຫາກໍ່ຖືກເລືອກ​ຕັ້ງ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປັບປຸງສາຍສໍາພັນກັບ
ປະຊາຄົມສາກົນ ເຖິງແມ່ນວ່າ ຜູ້ນໍາສູງສຸດຂອງອີຣ່ານ ທ່ານ Ayatollah Ali Khamenei
ຈະ​ເປັນ​ຜູ້ຕັດສິນຊີ້ຂາດໃນທຸກບັນຫາທີ່ມີລັກສະ ນະຍຸດທະສາດ, ຊຶ່ງລວມທັງ ນະໂຍ
ບາຍດ້ານອາວຸດນີວເຄລຍນັ້ນ ກໍຕາມ.

ເບິ່ງວີດິໂອກ່ຽວກັບທ່ານ Rowhani ຖະແຫລງຕໍ່ນັກຂ່າວ:

Iran's Rowhani Promises New Era
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ


ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG