ບັນດາຜູ້ມີສິດປ່ອນບັດຊາວອີຣ່ານ ພາກັນໄປລົງຄະແນນສຽງໃນການເລືອກຕັ້ງສະພາແຫ່ງ
ຊາດຮອບສອງໃນວັນສຸກມື້ນີ້ ທີ່ອາດໃຫ້ຮ່ອງຮອຍກ່ຽວກັບຮູບຮ່າງໃນການເລືອກຕັ້ງປະທາ
ນາທິບໍດີໃນປີ 2013.
ການປ່ອນບັດໃນມື້ນີ້ ແມ່ນເພື່ອເລືອກເອົາສະມາຊິກ 65 ຄົນ ເພື່ອເຂົ້າໄປນັ່ງໃນສະພາແຫ່ງ
ຊາດຂອງອີຣ່ານ ທີ່ມີບ່ອນນັ່ງທັງໝົດ 290 ບ່ອນ ຊຶ່ງ 25 ຄົນ ຂອງຈຳນວນດັ່ງກ່າວແມ່ນຢູ່
ໃນເຂດນະຄອນຫຼວງເຕຫະຣ່ານ.
ພວກນິຍົມແນວທາງເດີມ ຊຶ່ງເປັນຄູ່ແຂ່ງຂອງປະທານາທິບໍດີ Mahmoud Ama dinejad
ເປັນຜູ້ຊະນະບ່ອນນັ່ງສ່ວນຫຼາຍໃນການເລືອກຕັ້ງຮອບທຳອິດ ຊຶ່ງມີຂຶ້ນໃນເດືອນມີນາຜ່ານ
ມາ.
ຫຼາຍໆຄົນຂອງຄູ່ແຂ່ງທ່ານແມ່ນພວກທີ່ຈົງຮັກພັກດີຕໍ່ຜູ້ນຳສູງສຸດຂອງອີີຣ່ານຄື Ayatollah
Ali Khamenei.
ພວກນັກວິເຄາະກ່າວວ່າ ຄວາມສຳພັນລະຫວ່າງບຸກຄົນທັງສອງ ໄດ້ເກີດຄວາມເຄັ່ງຕຶງຂຶ້ນ.
ໃນປີກາຍນີ້ ປະທານາທິບໍດີ Amadinejad ໄດ້ເຮັດໃຫ້ພວກສະໜັບສະໜຸນ Ayatollah
Khamenei ບໍ່ພໍໃຈ ເວລາທ່ານໄດ້ທ້າທາຍຕໍ່ອຳນາດຂອງຜູ້ນຳສູງສຸດອີຣ່ານ ໃນການແຕ່ງ
ຕັ້ງເຈົ້າໜ້າທີ່ລັດຖະບານນັ້ນ.