ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ຈັບກຸມ ຜູ້ຄົນຕື່ມອີກ ໃນການປາບປາມ ການຫາລາຍໄດ້ ຈາກວິກິດການ ເສດຖະກິດ


ພວກຄົນຈຳນວນນຶ່ງ ເຕົ້າໂຮມກັນຢູ່ທີ່ ສຳນັກງານ ແລກປ່ຽນເງິນຕາ ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ເດືອນສິງຫາ 2018.
ພວກຄົນຈຳນວນນຶ່ງ ເຕົ້າໂຮມກັນຢູ່ທີ່ ສຳນັກງານ ແລກປ່ຽນເງິນຕາ ໃນນະຄອນຫຼວງ ເຕຫະຣ່ານ ຂອງອີຣ່ານ, ເດືອນສິງຫາ 2018.

ອີຣ່ານກ່າວວ່າ ຕົນໄດ້ຈັບຜູ້ຕ້ອງສົງໄສຕື່ມອີກ ໃນການປາບປາມພວກຫາກຳໄລ ຈາກ
ວິກິດການທາງດ້ານເສດຖະກິດ ທີ່ເກີດຂຶ້ນຍ້ອນການລົງໂທດຄືນໃໝ່ ຂອງສະຫະລັດ
ຕໍ່ເຕຫະຣ່ານ.

ອົງການນຂ່າວ ISNA ຂອງທາງການອີຣ່ານກ່າວວ່າ ໂຄສົກຂອງ ກະຊວງຍຸຕິທຳ ອີຣ່ານ
ກ່າວຕໍ່ພວກນັກຂ່າວໃນວັນຈັນວານນີ້ວ່າ ເຈົ້າໜ້າທີ່ໄດ້ຈັບ 100 ຄົນ ໃນຄະດີສໍ້ໂກງ ທີ່
ພົວພັນກ່ຽວກັບເລື້ອງເງິນຕາ, ຄຳ, ລົດ ແລະໂທລະສັບມືຖືທີ່ນຳເຂົ້າຈາກຕ່າງປະເທດ.
ອົງການຂ່າວ ISNA ໄດ້ອ້າງຄຳເວົ້າຂອງ ທ່ານໂກ-ລາມຮຸສເຊນ ໂມເຊນີ-ເອເຈ ທີ່ກ່າວ
ວ່າ 32 ຄົນ ຂອງພວກທີ່ຖືກຈັບ ໄດ້ຖືກຕັ້ງຂໍ້ຫາ ໂດຍໄອຍະການໄປແລ້ວ. ທ່ານໄດ້
ສະແດງຄວາມຫວັງໄວ້ວ່າ ສານປະຕິວັດ ໃນນະຄອນຫຼວງເຕຫະຣ່ານ ຈະເລີ້ມຮັບຟັງ
ຄະດີເຫຼົ່ານີ້ ໃນອາທິດໜ້າ.

ໃນການໃຫ້ຄຳເຫັນກ່ອນໜ້ານີ້ ທີ່ອອກອາກາດໂດຍໂທລະພາບຂອງລັດ ເມື່ອວັນທີ 12
ສິງຫາຜ່ານມາ ທ່ານໂມເຊນີ-ເອເຈ ກ່າວວ່າ ມີ 67 ຄົນໄດ້ຖືກຈັບ ໃນການປາບປາມ
ການສໍ້ລາດບັງຫຼວງ ທີ່ໄດ້ຮັບການອະນຸມັດໂດຍຜູ້ນຳສູງສຸດ ອາຢາໂທລາ ອາລີ ຄາເມນີ
ໃນມື້ກ່ອນນີ້. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຕົວ ເລກຫລ້າສຸດຂອງທ່ານໂມເຊນີ-ເອເຈ
ກ່ຽວກັບການຈັບກຸມ 100 ກວ່າຄັ້ງນັ້ນ ແມ່ນຮວມທັງ 67 ກໍລະນີ ທີ່ມີການປະກາດໄປ
ແລ້ວ ກ່ອນໜ້ານີ້ ຫຼືມີແຕ່ຄະດີໃໝ່ເທົ່ານັ້ນ.

ໃນການໃຫ້ຄວາມເຫັນຂອງທ່ານໃນວັນຈັນວານນີ້ ທ່ານໂມເຊນີ-ເອເຈ ກ່າວວ່າ ຜູ້ຕ້ອງ
ສົງໄສ 100 ຄົນ ທີ່ຖືກຈັບ ໄດ້ຖືກຄຸມຂັງໄວ້ ຊຶ່ງສໍ້ສະແດງໃຫ້ເຫັນວ່າ ຜູ້ທີ່ຖືກຈັບບາງຄົນ
ໄດ້ຖືກປ່ອຍຍ້ອນມີການປະກັນຕົວໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG