ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ໃນອີຣ່ານ


ແຜນທີ່ ອີຣ່ານ
ແຜນທີ່ ອີຣ່ານ

ໄດ້ເກີດແຜ່ນດິນໄຫວ ຫຼາຍໆຄັ້ງ ຢູ່ໃນເຂດຊົນນະບົດ ທາງພາກ ໃຕ້ ຂອງອີຣ່ານ ເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບ ຢ່າງນ້ອຍ 32 ຄົນ.

ອົງການສຳລວດທໍລະນີວິທະຍາ ຂອງສະຫະລັດ ກ່າວວ່າ ໄດ້ເກີດແຜນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 5.8 ໃນຕອນ ແລງ ຂອງວັນອັງຄານວານນີ້ ໃນບໍລິເວນ ຊາຍແດນ ລະຫວ່າງແຂວງ FARS ແລະແຂວງ HORMUGAN ຂອງອີຣ່ານ.

12 ນາທີຕໍ່ມາ ກໍໄດ້ເກີດ ແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 5.1 ແລະແຜ່ນດິນ ໄຫວ ຂະໜາດນ້ອຍ ທີ່ຕິດຕາມມາ ອີກຈຳນວນນຶ່ງ.

ສື່ມວນຊົນ ຂອງທາງການ ອີຣ່ານ ລາຍງານວ່າ ແຜ່ນດິນໄຫວ ໃນຄັ້ງນີ້ ໄດ້ສ້າງຄວາມ ເສຍຫາຍ ແລະເຮັດໃຫ້ ມີປະຊາຊົນ ບາດເຈັບ ຢູ່ໃນ 4 ບ້ານ.
ລາຍງານ​ເວົ້າວ່າ ແຜ່ນດິນໄຫວ ໃນຄັ້ງນີ້ ໄດ້ສັ່ນສະເທືອນ ໄປເຖິງເກາະ KISH ທີ່ຕັ້ງຢູ່ໃ ນເຂດອ່າວເປີເຊຍ.

ອີຣ່ານ ແມ່ນຕັ້ງຢູ່ໃນເຂດ ຮອຍແຕກ ຂອງຊັ້ນຫີນ​ ໃຕ້​ພື້ນ​ດິນ ແລະມັກຈະເກີດ ແຜ່ນດິນ ໄຫວ ເລື້ອຍໆ.

XS
SM
MD
LG