ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

250 ຄົນຕາຍ, 2000 ກ່ວາຄົນບາດເຈັບ ໃນເຫດແຜ່ນດິນໄຫວ ທີ່ອິຣ່ານ (ສະໄລດ໌)


Un niño espera para llenar un galón de agua en Tacloban, Filipinas.
Un niño espera para llenar un galón de agua en Tacloban, Filipinas.

​ແຜ່ນດິນ​ໄຫວສອງ​ບັ້ນ ​ທີ່​ມີ​ຄວາມ​ແຮງ 6.4 ​ແລະ 6.3 ​ຣິກ​ເຕີນັ້ນ ​ເກີດ​ຂຶ້ນ​ເມື່ອວັນ​ເສົາ
​ຕອນ​ບ່າຍ​ວານ​ນີ້ ໃນ​ເວລາ​ຫ່າງ​ກັນ​ພຽງ 11 ນາທີ​ເທົ່າ​ນັ້ນ.

ຫລາຍໆ​ບ້ານ ​ໃກ້​ເມືອງ Tabriz ຖືກ​ທໍາລາຍ​ຢ່າງ​ຮາບ​ຄາບ ຂະນະ​ທີ່​ອີກ​ຫລາຍ​ສິບ​ບ້ານ
​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ.

​ມີ​ແຜ່ນດິນ​ໄຫວ​ຕິດຕາມ​ມາ​ອີກຫຼາຍ​ສິບ​ຄັ້ງໃນ​ທົ່ວ​ຂົງ​ເຂດດັ່ງກ່າວ ທີ່​ຍັງ​ຜົນ​ໃຫ້​ປະຊາຊົນ
​ຫຼາຍ​ພັນ​ຄົນ​ ຕ້ອງ​ພາກັນ​ອອກ​ມານ​ອນຄ້າງ​ຄືນຢູ່​ນອກ​ບ້ານ​ ​ເພາະ​ຢ້ານ​ບໍ່​ປອດ​ໄພ. ຂະນະ​ນີ້
​ພວກໜ່ວຍ​ກູ້​ໄພກໍາລັງ​ປະຕິບັດ​ງານຊອກ​ຄົ້ນ​ຫາ​ຜູ້​ເຄາະ​ຮ້າຍ​ ຢູ້​ໃຕ້​ສິ່ງຫັກເພພັງ​ຂອງ​ຕຶກ
​ຕ່າງໆ. ເຈົ້າໜ້າ​ທີ່​ອິຣ່ານ ຄາດ​ວ່າ​ ຈໍານວນ​ຜູ້​ເສຍ​ຊີວິດ​ຈະ​ເພີ່ມ​ຂຶ້ນອີກ.

ສະພາສ້ຽວ​ເດືອນ​ແດງ Red Crescent ​ເວົ້າ​ວ່າ ພວກ​ຕົນ​ໄດ້​ຂົນຂວາຍ​ຈັດທີ່​ພັກ​ເຊົາ​ສຸກ​ເສີນ
​ໃຫ້​ແກ່​ປະຊາຊົນ​ຫຼາຍ​ພັນ​ຄົນ ​ແລະ​ກໍ​ກໍາ​ລົງ​ຈັດ​ສົ່ງ​ສະບຽງ​ຊ່ວຍ​ເຫລືອ​ສຸກ​ເສີນ ​ໄປ​ເພີ່ມຕື່ມ​ອີກ.

​ໄພ​ແຜ່ນດິນ​ໄຫວ​ໃນ​ອິຣ່ານ​ ແມ່ນວ່​າ​ເປັນ​ເລຶ່ອງປົກກະຕິ ​ແຕ່​ສ່ວນ​ໃຫຍ່​ແມ່ນ​ຈະ​ບໍ່​ຮຸນ​ແຮງ​ພໍ​ທີ່
​ຈະ​ສັງ​ເກດ​ເຫັນ​ໄດ້. ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ບັ້ນ​ຫລ້າ ສຸດ​ໃນ​ອິຣ່ານທີ່​ຜ່ານ​ມາ​ ຊຶ່ງມີ​ຄວາມ​ແຮງ 6.6 ຣິກ​ເຕີ​ ​ແມ່ນ​ເກີດ​ຂຶ້ນໃນ​ປີ 2003 ທີ່​ເມືອງ Bam ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ອິຣ່ານ ທີ່​ພາ​ໃຫ້ມີ​ຜູ້​ເສຍ​ຊີວິດ 30,000 ຄົນ ​ໃນ​ເຫດຮ້າຍ​ຄັ້ງ​ນັ້ນ.

ເບິ່ງສະໄລດ໌ ກ່ຽວກັບພາບຫລັງເຫດການແຜ່ນດິນໄຫວໃນອີຣ່ານ

XS
SM
MD
LG