ນັກການທູດອະວຸໂສອີຣ່ານຄົນນຶ່ງ ໄດ້ກ່າວໃສ່ຮ້າຍປ້າຍສີໃນຄວາມພະຍາຍາມ ພາຍ
ໃຕ້ການນຳພາຂອງສະຫະລັດ ທີ່ແນໃສ່ເພື່ອຊອກຫາການເຈລະຈາຕົກລົງ ກ່ຽວກັບສົງ
ຄາມຢູ່ໃນອັຟການິສຖານ ແລະປະຕິເສດ ຕໍ່ການກ່າວຫາວ່າອີີຣ່ານ ໃຫ້ການຊ່ວຍເຫຼືອ
ທາງທະຫານແກ່ພວກກະບົດຕາລີບານ ເພື່ອສ້າງຄວາມເສຍຫາຍໃຫ້ແກ່ຂັ້ນຕອນ
ສັນຕິພາບ.
ເອກອັກຄະລັດຖະທູດອີຣ່ານປະຈຳປາກິສຖານ ທ່ານເຊເຢັດ ໂມຮຳໝັດ ອາລີ ໂຮສ
ເຊນນີ ໄດ້ຢືນຢັດໃນຂະນະທີ່ທ່ານໄດ້ຖະແຫຼງຢ່າງເປີດເຜີຍໃນວັນພະຫັດວານນີ້ວ່າ
ປະເທດຂອງທ່ານບໍ່ໄດ້ຂັດຂວາງ ຕໍ່ຄວາມພະຍາຍາມເພື່ອສ້າງສັນຕິພາບໃນອັຟ
ການິສຖານ. ແຕ່ເຕຫະຣ່ານມີ “ຄວາມສົງໄສ” ກ່ຽວກັບຄວາມຕັ້ງໃຈຂອງວໍຊິງຕັນ
ແລະບົດບາດໃນການດຳເນີນງານຂອງສະຫະລັດ ໃນການເຈລະຈາກັບພວກຕາ
ລິບານ ທີ່ກຳລັງດຳເນີນຢູ່.
“ບ່ອນໃດທີ່ມີບົດບາດຂອງຜີສາດ ຫຼືອາເມຣິກາ ພວກເຮົາບໍ່ສາມາດຄາດຫວັງວ່າ
ຈະມີຫຍັງດີ ຈາກທີ່ນັ້ນ” ທ່ານໂຮສເຊນີ ກ່າວເວລາຖາມວ່າ ອີຣ່ານເຊື່ອວ່າ ການ
ລິເລີ້ມຂັ້ນຕອນສັນຕິພາບຂອງສະຫະລັດ ຈະຊ່ວຍຍຸຕິສົງຄາມທີ່ດຳເນີນມາໄດ້
18 ປີ ຢູ່ໃນປະເທດເພື່ອນບ້ານ.
ໃນການຖະແຫຼງຢູ່ສະຖາບັນນະໂຍບາຍ ທີ່ບໍ່ແມ່ນຂອງລັດຖະບານ ອິສລາມາບັດ
ນັກການທູດອີຣ່ານໄດ້ເນັ້ນນັກເຖິງຄວາມຕ້ອງການໃນການວາງໃຫ້ລັດຖະບານ
ອັຟການິສຖານເປັນຈຸດສູນກາງຂອງການເຈລະຈາສັນຕິພາບ.
ຜູ້ຕາງໜ້າຂອງອາເມຣີກັນ ແລະກຸ່ມຕາລີບານ ໄດ້ເຈລະຈາແບບປິດລັບຢູ່ປະເທດ
ກາຕາ ເພື່ອພະຍາຍາມທີ່ຈະຕົກລົງກັນ ທີ່ “ສຳຄັນ ແລະຍືນຍົງ” ໃນການຫຼຸດຜ່ອນ
ການກໍ່ກະບົດທີ່ຮຸນແຮງ ກ່ອນການເຊັນຂໍ້ຕົກລົງສັນຕິພາບ ທີ່ທັງສອງຝ່າຍ ໄດ້ເຈ
ລະຈາກັນໃນປີທີ່ຜ່ານມາ.
ກາບູລບໍ່ໄດ້ມີສ່ວນເຂົ້າຮ່ວມໃນຂັ້ນຕອນດັ່ງກ່າວຕັ້ງແຕ່ຕອນເລີ້ມຕົ້ນ ເນື່ອງຈາກ
ການຄັດຄ້ານຈາກກຸ່ມຕາລີບານທີ່ບໍ່ໃຫ້ຄວາມສຳຄັນຕໍ່ລັດຖະບານອັຟການິສຖານ
ໂດຍຖືວ່າເປັນຫຸ່ມຂອງອາເມຣິກັນ.
ການເຈລະຈາທີ່ພວມປະສົບບັນຫາຢູ່ກາຕາ ເຖິງຢ່າງໃດກໍດີ ປາກົດວ່າ ໄດ້ມີການ
ຊັກຊ້າລົງ ທີ່ບໍ່ແມ່ນຢຸດຊະງັກເລີຍ ໃນເມື່ອທັງສອງຝ່າຍ ຕ່າງກໍຢືນຢັນໃນທ່າທີ
ຂອງວຕົນ.
ແຫຼ່ງຂ່າວຂອງພວກກະບົດກ່າວວ່າ ກຸ່ມຕາລິບານໄດ້ສະເໜີໃຫ້ມີຫຼຸດການໂຈມຕີ
ຢູ່ໃນສະໜາມລົບລົງ ເປັນເວລານຶ່ງອາທິດ ເພື່ອສະຫລຸບຂໍ້ຕົກລົງ ແຕ່ວ່າທາງສະ
ຫະລັດຕ້ອງການໃຫ້ຫລຸດຄວາມຮຸນແຮງລົງ ຈົນກວ່າການເຈລະຈາ ລະຫວ່າງພັກ
ຝ່າຍໃນອັຟການິສຖານເລີ້ມຂຶ້ນ.