ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດອີຣ່ານໂຕນໜີ ເປັນຄົນທີ 3


ນັກການທູດອີຣ່ານໂຕນໜີ ເປັນຄົນທີ 3
ນັກການທູດອີຣ່ານໂຕນໜີ ເປັນຄົນທີ 3

ນັກການທູດອີຣ່ານຄົນທີ 3 ໃນຢູໂຣບໄດ້ໂຕນໜີ ເພື່ອປະ
ທ້ວງຕໍ່ການປາບປາມພວກຝ່າຍຄ້ານ ຂອງ​ລັດຖະບານອີ
ຣ່ານ.

ລາຍງານຂ່າວແຈ້ງວ່າ ທ່ານ Farzad Farhangian
ໄດ້ລາອອກຈາກຕຳແໜ່ງຂອງທ່ານ ທີ່ນະຄອນ
Brussels ໃນສັບປະດາແລ້ວ ແລະຫຼັງຈາກນັ້ນ ກໍບິນໄປ
ຍັງນະຄອນອອສໂລ ປະເທດນໍເວ ບ່ອນທີ່ທ່ານຈະຂໍລີ້ໄພ
ການເມືອງ.

ນັກການທູດອີຣ່ານໂຕນໜີ ເປັນຄົນທີ 3
ນັກການທູດອີຣ່ານໂຕນໜີ ເປັນຄົນທີ 3

ໃນມື້ວານນີ້ ນັກການທູດອີຣ່ານ ທ່ານ Hossein
Alizadeh ກໍກ່າວວ່າ ທ່ານຈະຂໍລີ້ໄພການເມືອງທີ່
ຟິນແລນ ລຸນຫຼັງທີ່ໄດ້ລາອອກຈາກຕຳແໜ່ງຂອງ
ທ່ານ ທີ່ສະຖານທູດອີຣ່ານໃນນະຄອນ Helsinki.
ທ່ານ Alizadeh ກ່າວວ່າ ທ່ານ ໄດ້ລາອອກຍ້ອນ
ລັດຖະບານອີຣ່ານໄດ້ປາບປາມການປະທ້ວງຂອງປະຊາຊົນຕໍ່ການເລືອກເອົາປະທາ
ນາທິບໍດີ Mahmoud Ahmadinejad ເຂົ້າຮັບຕຳແໜ່ງຕື່ມອີກ ໃນປີກາຍ. ໃນເດືອນ
ມັງກອນປີນີ້ ທ່ານ Mohammed Reza Heydary ກໍໄດ້ລາອອກຈາກຕຳແໜ່ງຂອງ
ທ່ານທີ່ປະເທດນໍເວ ເພື່ອປະທ້ວງ ຕໍ່ລັດຖະບານອີຣ່ານ. ທ່ານໄດ້ຮັບອະນຸຍາດໃຫ້ລີ້
ໄພການເມືອງທີ່ນັ້ນ.

ການເລືອກຕັ້ງທີ່ເປັນບັນຫາຂັດແຍ້ງໃນປີກາຍ ໄດ້ຕິດຕາມມາດ້ວຍການປະທ້ວງຕໍ່ຕ້ານ
ລັດຖະບານເປັນເວລາຫຼາຍໆເດືອນ. ການລົງສູ່ຖະໜົນຫົນທາງ​ເດີນ​ຂະ​ບວນປະທ້ວງ
ຂອງມະຫາຊົນໄດ້ພາໃຫ້ມີການຈັບກຸມຄັ້ງໃຫຍ່ ແລະການສືບຕໍ່ປາບປາມຂອງລັດຖະບານ.

XS
SM
MD
LG