ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈໍານວນຜູ້ເສຍຊີວິດປະຈໍາວັນ ຍ້ອນໂຄວິດ-19 ໃນອີຣ່ານ ສູງສຸດ ແຕ່ເຈົ້າໜ້າທີ່ການແພດເວົ້າວ່າ ຕົວຈິງຍິ່ງສູງກວ່ານັ້ນຫລາຍ 


ພາບຖ່າຍໃນວັນທີ 16 ມິຖຸນາ 2020 ທ່ານໝໍກໍາລັງປິ່ນປົວຄົນປ່ວຍເປັນພະຍາດ COVID-19 ຢູ່ໂຮງໝໍ Shohadaye Tajrish ໃນນະຄອນຫລວງເຕຫະຣ່ານຂອງອີຣ່ານD
ພາບຖ່າຍໃນວັນທີ 16 ມິຖຸນາ 2020 ທ່ານໝໍກໍາລັງປິ່ນປົວຄົນປ່ວຍເປັນພະຍາດ COVID-19 ຢູ່ໂຮງໝໍ Shohadaye Tajrish ໃນນະຄອນຫລວງເຕຫະຣ່ານຂອງອີຣ່ານD

ຈຳນວນຜູ້ເສຍຊີວິດປະຈໍາວັນຍ້ອນໄວຣັສໂຄໂຣນາຂອງອີຣ່ານເພີ້ມຂຶ້ນສູງສຸດ ໃນວັນອາທິດວານນີ້ ຊຶ່ງມີເຖິງ 434 ຄົນ, ອີງຕາມການປະກາດຂອງກະຊວງສາທາລະນະສຸກ, ແລະອົງການທາງການແພດທີ່ສູງສຸດດັ່ງກ່າວເວົ້າວ່າຈໍານວນ ທີ່ແທ້ຈິງຢ່າງໜ້ອຍກໍສູງກວ່າຈຳນວນທີ່ນັບຢ່າງເປັນທາງການນີ້ 3 ເທົ່າ.

ຈໍານວນຜູ້ເສຍຊີວິດ, ທີ່ປະກາດໂດຍໂຄສົກກະຊວງສາທາລະນະສຸກ, ທ່ານ ນາງຊີມາ ຊາດາດ ລາຣີ (Sima Sadat Lari) ຜ່ານທາງໂທລະພາບຂອງລັດນັ້ນເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດຢ່າງເປັນທາງການສູງເຖິງ 35,298 ຄົນ ໃນປະເທດພາກຕາເວັນອອກກາງ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກ ພະຍາດນີ້. ທ່ານນາງກ່າວວ່າ ຈໍານວນກໍລະນີຄົນຕິດໄວຣັສໂຄໂຣນາທີ່ຖືກຢືນ ຢັນໄດ້ເພີ່ມຂຶ້ນຈາກ 7,719 ລາຍ ເປັນ 620,491 ລາຍ.

ສຳນັກຂ່າວສານນັກສຶກສາ ISNA ລາຍງານໃນວັນອາທິດວານນີ້ວ່າ ຫົວໜ້າສະພາການແພດຂອງອີຣ່ານ, ທ່ານໂມຮໍາມາເດຣີຊາ ຊາຟາການດີ (Mohammadreza Zafarghandi) ໄດ້ສົງໄສຄວາມຖືກຕ້ອງແມ້ນຢໍາຂອງຈຳ ນວນທີ່ເປັນທາງການນີ້ ແລະເຕືອນວ່າ ອີຣ່ານໄດ້ກ້າວເຖິງ "ອັດຕາການຕາຍທີ່ ເປັນໄພຫາຍຍະນະແລ້ວ".
ທ່ານ ຊາຟາການດີ (Zafarghandi) ກ່າວຕໍ່ສໍານັກຂ່າວ ISNA ວ່າ "ຈຳນວນຜູ້ເສຍຊີວິດຢ່າງເປັນທາງການແມ່ນອີງໃສ່ຈຳນວນຄົນປ່ວຍທີ່ລົງທະບຽນເທົ່ານັ້ນ". ທ່ານກ່າວອີກວ່າ "ຜ່ານການສໍາຫຼວດພາກສະໜາມໃນໂຮງໝໍ ແລະສຸສານ, ສະພາຂອງພວກເຮົາໄດ້ຮັບຕົວເລກສູງກວ່ານັ້ນຢ່າງໜ້ອຍສາມເທົ່າຂອງຈຳນວນຜູ້ເສຍຊີວິດຢ່າງເປັນທາງການ."

ສະພາການແພດແມ່ນອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ຮັບຜິດຊອບໃນການອອກໃບອະນຸຍາດໃຫ້ແກ່ທ່ານໝໍທັງຫລາຍໃນອີຣ່ານ.
ທ່ານ ຊາຟາການດີ (Zafarghandi) ກ່າວວ່າ "ພະນັກງານສາທາລະນະສຸກຂອງພວກເຮົາຫລາຍພັນຄົນໄດ້ຕິດເຊື້ອໄວຣັສດັ່ງກ່າວ ແລະອີງຕາມສະຖິຕິຂອງພວກເຮົາ, 300 ຄົນໃນນັ້ນໄດ້ເສຍຊີວິດໄປ."
ບົດລາຍງານໂດຍສູນຄົ້ນຄ້ວາຂອງລັດຖະສະພາອີຣ່ານໃນເດືອນເມສາຜ່ານມາໄດ້ສະແດງໃຫ້ເຫັນວ່າ ຈໍານວນຜູ້ຕິດເຊື້ອໄວຣັສນີ້ ອາດຈະສູງເກືອບຮອດສອງເທົ່າຂອງຈໍານວນທີ່ປະກາດໂດຍກະຊວງສາທາລະນະສຸກ.

ເພື່ອປ້ອງກັນບໍ່ໃຫ້ເຊື້ອໄວຣັສນີ້ສູງຂຶ້ນເປັນຄື້ນທີ 3 ຢູ່ໃນອີຣ່ານ, ລັດຖະບານໄດ້ປິດໂຮງຮຽນ, ວັດວາອາຮາມ, ຮ້ານຂາຍເຄື່ອງ ແລະຮ້ານອາຫານຕ່າງໆໃນທົ່ວປະເທດ. ປະທານາທິບໍດີ ຮາຊຊານ ຣູຮານີ (Hassan Rouhani) ກ່າວໃນວັນເສົາຜ່ານມາວ່າຂໍ້ຈຳກັດໃໝ່ຈະມີຜົນບັງຄັບໃຊ້ໃນວັນພຸດຈະມາເຖິງນີ້ ຢູ່ໃນ 25 ແຂວງຂອງທັງໝົດ 31 ແຂວງຂອງອີຣ່ານເປັນເວລາ 10 ວັນ..

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG