ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ສົ່ງນັກຂ່າວ ເຂົ້າຄຸກ ທີ່ມີສື່ສຽງບໍ່ດີ ແລະ ອີກຄົນ ຖືກ​ຕັດ​ສິນ ຈຳ​ຄຸກ 2 ປີປາຍ


ນັກຂ່າວຂອງອີຣ່ານ ທ່ານນາງ ເຊພີເດ ກາລີຢານ (Sepideh Ghaliyan), ຜູ້ທີ່ໄດ້ຖືກຄວບຄຸມຕົວ ທີ່ເຫັນໃນພາບນີ້ ຊຶ່ງໄດ້ຖືກນຳລົງ ໃນສື່ສັງຄົມ.
ນັກຂ່າວຂອງອີຣ່ານ ທ່ານນາງ ເຊພີເດ ກາລີຢານ (Sepideh Ghaliyan), ຜູ້ທີ່ໄດ້ຖືກຄວບຄຸມຕົວ ທີ່ເຫັນໃນພາບນີ້ ຊຶ່ງໄດ້ຖືກນຳລົງ ໃນສື່ສັງຄົມ.

ອີ​ຣ່ານ​ໄດ້​ເອົາ​ບາດ​ກ້າວ​ໃໝ່ ຕໍ່​ພວກ​ນັກ​ຂ່າວ 2 ຄົນ​ທີ່​ຖືກ​ຈັບ ຍ້ອນ​ລາຍ​ງານ​ຂ່າວ​ເລື້ອງ​
ຄວາມ​ວຸ້ນ​ວາຍ​ດ້ານ​ແຮງ​ງານ​ພາຍ​ໃນ​ປະ​ເທດ ແລະ​ການ​ສໍ້​ລາດ​ບັງຫຼວງ ຂອງ​ລັດ​ຖະ​ບານ
ໂດຍ​ສົ່ງ​ຜູ້​ນຶ່ງ​ໄປ​ເຂົ້າ​ຄຸກ​ທີ່​ມີ​ຊື່​ສຽງ​ບໍ່​ດີ​ຂອງ​ພວກ​ແມ່​ຍິງ ແລະ​ອີກ​ຄົນ​ນຶ່ງ ​ຖືກ​ຕັດ​ສິນ​ຈຳ​ຄຸກ
2 ປີ​ເຄິ່ງ.

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ 2 ກຸ່ມກ່າວ​ວ່າ ນັກ​ຂ່າວ​ອີ​ຣ່ານ Sepideh Ghaliyan ທີ່​ໄດ້
ລາຍ​ງານ ກ່ຽວ​ບັນ​ຫາ​ແຮງ​ງານ ທີ່​ເມືອງອາ​ວາ​ສ (Ahvaz) ທາງ​ພາກ​ຕາ​ເວັນ​ຕົກ​ສຽງໃຕ້
​ຂອງ​ປະ​ເທດນັ້ນ ໄດ້​ຖືກ​ຍ້າຍ​ໄປ​ຄຸກແມ່​ຍິງ ກາ​ຈັກ (Qarchak) ໃກ້​ກັບ​ນະ​ຄອນ​ຫຼວງ​
ເຕ​ຫະ​ຣ່ານ​ໃນ​ວັນ​ຈັນ​ວານນີ້.

ກ່ອນ​ນີ້ ນາງ​ຖືກ​ຂັງ​ຢູ່​ທີ່​ຄຸກ​ເອ​ວິນ ໃນ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ແລະ​ກ່ອນ​ໜ້ານັ້ນ ທີ່
​ເມືອງອາ​ວາ​ສ (Ahvaz) ບ່ອນ​ທີ່​ນາງ​ຖືກ​ຈັບ ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ ​ໂດຍເຈົ້າ​ໜ້າ​ທີ່
ໃນ​ຂະ​ນະ​ທີ່ ​ນາງ​ໄປ​ຮ່ວມ​ການ​ປະ​ທ້ວງ ຂອງ​ພວກ​ຄົນ​ງານທີ່​ຮຽກ​ຮ້ອງຂໍ​ເງິນ​ເດືອນ​ ທີ່
​ຍັງ​ຕິດ​ຄ້າງຈາກ​ໂຮງ​ງານ​ນ້ຳ​ຕານ ຮາ​ຟ​ທ໌​ ທາ​ເພ່ ຕັ້ງຢູ່ປະ​ມານ 100 ກິ​ໂລ​ແມັດ​ ຫ່າງ
​ຂຶ້ນ​ໄປ​ທາງ​ເໜືອ. ນາງ​ຖືກ​ກ່າວ​ຫາ​ວ່າ ມີ​ຄວາມ​ຜິດ​ໃນ​ດ້ານຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ
ຍ້ອນ​ພົວ​ພັນ​ກັບ​ກ​ານ​ປະ​ທ້ວງ.

ສູນ​ກາງ​ສິດ​ທິ​ມະ​ນຸດ​ໃນ​ອີ​ຣ່ານ ຊຶ່ງ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນິວຢອກ ໄດ້​ສົ່ງ​ຂໍ້​ຄວາມ​ທາງ
​ທວີດ​ເຕີ້ ກ່າວ​ວ່າ ນາງ Sepideh Ghaliyan ໄດ້​ຖືກ​ຍ້າຍ​ຈາກ​ຄຸກ​ເອ​ວິນ ໃນ
​ເຕ​ຫະ​ຣ່ານ ໄປ​ຍັງຄຸກແມ່​ຍິງກາ​ຈັກ (Qarchak) ແຕ່​ບໍ່​ໄດ້​ເປີດ​ເຜີຍ​ແຫຼ່ງ​ຂ່າວ​ໃຫ້​ຊາບ.
ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸ​ດ​ດັ່ງ​ກ່າວ ​ເວົ້າ​ຕື່ມ​ວ່າ “ແທນ​ທີ່​ຈະ​ສະ​ໜອງຕອບ​ຕໍ່​ການ​ຮ້ອງ​
ທຸກ​ຂອງ​ນາງ ກ່ຽວ​ກັບ​ການ​ທໍ​ລະ​ມານ​ໃນ​ຂະ​ນະ​ທີ່​ຖືກ​ຄຸມ​ຂັງ​ຢູ່ນັ້ນ ເຈົ້າ​ໜ້າ​ທີ່​ອີ​ຣ່ານ
​ກັບ​ສົ່ງ​ນາງ​ໄປ​ເຂົ້າ​ຄຸກ ທີ່​ຮູ້​ກັນ​ດີ ​ກ່ຽວ​ກັບ​ການ​ທໍ​ລະ​ມານ​ ພວກ​ນັກ​ໂທດນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG