ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ອີຣ່ານ ປະຕິເສດ ບໍ່ໄດ້ສົ່ງອາວຸດ ໃຫ້ພວກກະບົດ ທີ່ເຢເມັນ


ເຫັນແສງໄຟຮຸ່ງຂຶ້ນ ໃນເຂດທະຫານ ຫຼັງຈາກຖືກໂຈມຕີທາງ ອາກາດ ເທິງພູ Faj Attan ໃນນະຄອນ Sanaa, ວັນທີ 30 ມີນາ 2015.

ກະຊວງ​ຕ່າງປະ​ເທດ​ອີຣ່ານ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ລັດຖະ
ບານ​ໄດ້ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ໄປ​ຍັງ​ເຢ​ເມັນ ​ແຕ່​ປະຕິ​ເສດ​ວ່າ​ບໍ່
​ແມ່ນສົ່ງອາວຸດ​ໄປ​ຍັງ​ປະ​ເທດ​ບ່ອນ​ທີ່​ກຸ່ມ​ປະສົມ​ພາຍ​ໃຕ້​ການ​
ນຳພາ​ຂອງ Saudi Arabia ກຳລັງ​ທຳ​ການ​ໂຈມ​ຕີ​ທາງ​ອາ
ກາດ​ເພື່ອ​ພະຍາຍາມ​ຢຸດ​ພວກ​ກະບົດ​ທີ່ໄດ້​ ຮັບ​ການ​ໜຸນ​ຫຼັງ​
ຈາກ​ອີຣ່ານນັ້ນ.

ອົງການ​ຂ່າວ IRNA ທາງ​ການ​ຂອງ​ອີຣ່ານ ອ້າງ​ຄຳ​ເວົ້າ​ຂອງ​
ນາງ Marziyeh Afkham ​ໂຄສົກ​ປະຈຳ​ກະຊວງ​ຕ່າງປະ​
ເທດ​ອີຣ່ານ ທີ່​ເວົ້າ​ວ່າ ການກ່າວຫາກ່ຽວກັບການສົ່ງອາວຸດ
ໄປໃຫ້ພວກກະບົດ Houthis ນັ້ນ ແມ່ນເປັນການເສກສັນ
ປັ້ນແຕ່ງຂຶ້ນຢ່າງສິ້ນເຊີງ. ທ່ານນາງເວົ້າວ່າ ພວກຖ້ຽວ​ບິນ​ທີ່​ບໍ່​ພົວພັນ​ກັບ​ການ​ທະຫານໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ ແລະ​ຢຸກຢາ​ປົວ​ພະຍາດ​ໄປ​ຍັງ​ປະ​ເທດ​ເຢ​ເມັນ​.​

ພວກ​ເຮືອບິນ​ລົບ​ຂອງ​ກຸ່ມ​ປະສົມ ​ໄດ້​ສືບ​ຕໍ່​ຖິ້ມ​ລະ​ເບີດ​ໃສ່​ນະຄອນຫຼວງ Sana’a ຮວມທັງ​
ໂຈມ​ຕີເຂດສາງເກັບອາວຸດ​ ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໄດ້ເຮັດ​ໃຫ້​ສະຖານ​ທີ່​ດັ່ງກ່າວ​ເກີດ​ລະ​ເບີດ​ຂຶ້ນ​ຢ່າງ​ໃຫຍ່.

ການ​ໂຈມ​ຕີ​ທາງ​ອາກາດ​ອີກ​ບັ້ນ​ໜຶ່ງ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານ​ນີ້ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 45 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ 65 ຄົນ​ຢູ່​ໃກ້ໆ​ກັບ​ຄ້າຍ​ອົບ​ພະຍົບ​ແຫ່ງ​ໜຶ່ງ​
ໃນ​ພາກ​ເໜືອ​ຂອງ​ເຢ​ເມັນ.

Yemen
please wait
Embed

No media source currently available

0:00 0:02:22 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG