ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ຍັງ​ຈະ​ບໍ່​ສົ່ງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄປ​ປະ​ຈຳ​ການ​ຢູ່​ສະ​ວີ​ເດັນ​ ເພື່ອ​ປະ​ທ້ວງ ເຫດ​ການ​ຈູດ​ຄຳ​ພີ​ໂກ​ຣານ


ແຟ້ມ - ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຮອ​ສ​ເຊນ ອາ​ມີ​ຣາບ​ໂດ​ລາ​ຮຽນ (Hossein Amirabdollahian) ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2022.
ແຟ້ມ - ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຮອ​ສ​ເຊນ ອາ​ມີ​ຣາບ​ໂດ​ລາ​ຮຽນ (Hossein Amirabdollahian) ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ 2022.

ອີ​ຣ່ານ​ຈະ​ບໍ່​ສົ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່​ໄປ​ປະ​ຈຳ​ສະ​ວີ​ເດັນ ເພື່ອ​ປະ​ທ້ວງ​ຕໍ່​ການ​ຈູດ​ຄຳ​ພີ​ໂກ​ຣ່ານ ຢູ່ນອກວັດ​ອິ​ສ​ລາມ ທີ່​ນະ​ຄອນ​ສະ​ຕອກ​ໂຮມ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຮອ​ສ​ເຊນ ອາ​ມິ​ຣາບ​ໂດ​ລາ​ຮຽນ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າ​ວ​ຣອຍ​ເຕີ້.

ຜູ້​ຊາຍ​ຄົນ​ນຶ່ງ ໄດ້​ຈີກ ແລະ​ກໍ​ເອົາ​ໄຟ​ຈູດ​ຄຳ​ພິ​ໂກ​ຣ່ານ ຢູ່ນອກວັດ​ໃຫຍ່​ອິ​ສ​ລາມ​ ​ໃນ​ເຂດ​ໃຈ​ກາງ​ສະ​ຕອກ​ໂຮມ​ເມື່ອ​ວັນ​ພຸດ​ແລ້ວ ຊຶ່ງ​ເປັນ​ມື້​ທຳ​ອິດ ​ຂອງວັນ​ພັກ ​ມຸ​ສ​ລິມ ອີດ ອາ​ລ-ອາ​ດາ.​

ຕຳ​ຫຼວດ​ສະ​ວີ​ເດັນ​ໄດ້​ກ່າວ​ຫາຜູ້​ຊາຍ​ ຜູ້​ທີ່​ຈູດ​ຄຳ​ພີ​ດັ່ງ​ກ່າວ ປຸກ​ລະ​ດົມ​ຕໍ່​ຕ້າ​ນ​ຊົນ​ກຸ່ມ​ນ້ອຍ​ຫຼື​ຊົນ​ຊາດ​ຊົນ​ເຜົ່າ. ໃນ​ການ​ໃຫ້​ສຳ​ພາດ​ແກ່​ໜັງ​ສື​ພິມ ຊາຍ​ຄົນ​ນັ້ນ ​ໄດ້​ກ່​າວເຖິງໂຕ​ລາວ​ເອງວ່າ ເປັນ​ອົບ​ພະ​ຍົບ​ມາ​ຈາກ​ອີ​ຣັກ ທີ່​ຕ້ອງ​ການ​ໃຫ້​ຫ້າມ​ຄຳ​ພີນັ້ນ.

ອີ​ຣ່ານ​ໄດ້​ຮຽກ​ຕົວ​ອຸບ​ປະ​ທູດ​ສະ​ວີ​ເດັນ​ເຂົ້າ​ພົບ​ໃນ​ວັນ​ພະ​ຫັດເພື່ອ​ປະ​ນາມ​ໃນ​ອັນ​ທີ່​ອີ​ຣ່ານ​ເອີ້ນ​ວ່າ ເປັນ​ການ​ໝິ່ນ​ປະ​ໝາດ ​ຕໍ່​ສິ່ງ​ສັກ​ສິດ​ທີ່​ສຸດ​ ຂອງ​ສາ​ສະ​ໜາ​ອິ​ສ​ລາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG