ສຳນັກງານຜູ້ຕາງໜ້າຂອງອີຣ່ານປະຈຳອົງການສະຫະປະຊາຊາດກ່າວວ່າ ໄດ້ມີການຕົກລົງ ໃນຄວາມກ້າວໜ້າກັບຊາອຸດີ ອາຣາເບຍ ເພື່ອຟື້ນຟູຄວາມສຳພັນສອງຝ່າຍ ຊຶ່ງຈະຊ່ວຍນຳໄປສູ່ການແກ້ໄຂທາງດ້ານການເມືອງ ຕໍ່ສົງຄາມກາງເມືອງຢູ່ໃນເຢເມນ ທີ່ດຳເນີນມາໄດ້ຫຼາຍປີແລ້ວນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.
ສື່ມວນຊົນທາງການອີຣ່ານໄດ້ແຈ້ງໃຫ້ຊາບໃນວັນອາທິດວານນີ້ ໂດຍເວົ້າວ່າ ອີຣ່ານ ແລະຊາອຸດີ ອາຣາເບຍ ໄດ້ຕົກລົງກັນໃນມື້ວັນສຸກແລ້ວເພື່ອສ້າງຕັ້ງສາຍພົວພັນທາງດ້ານການທູດແລະເປີດສະຖານທູດຂອງຕົນຄືນໃໝ່ ຫຼັງຈາກໄດ້ປິດລົງເປັນເວລາ 7 ປີ ຍ້ອນຄວາມເຄັ່ງຕຶງ ທີ່ເຮັດໃຫ້ສອງປະເທດອຳນາດ ຢູ່ໃນທ້ອງຖິ່ນເກືອບກ້າວເຂົ້າສູ່ບັນຫາຂັດແຍ້ງ ແລະກໍ່ໃຫ້ເກີດຄວາມເຄັ່ງຕຶງຢູ່ໃນທົ່ວຂົງເຂດ ຮວມທັງໃນປະເທດເຢເມນ ບ່ອນທີ່ເຕຫະຣ່ານ ແລະຣິຢາດ ຕ່າງກໍໃຫ້ການສະໜັບສະໜຸນ ແກ່ພັກຝ່າຍກົງກັນຂ້າມ ໃນສົງຄາມກາງເມືອງຢູ່ທີ່ນັ້ນ.
ອົງການຂ່າວ IRNA ຂອງທາງການອີຣ່ານ ກ່າວວ່າ ການຕົກລົງ ເພື່ອຟື້ນຟູສາຍພົວພັນທາງດ້ານການທູດກັບຊາອຸດີ ອາຣາເບຍ ນີ້ ຈະເລັ່ງລັດໃນການດຳເນີນຄວາມພະຍາຍາມ ເພື່ອຕໍ່ການຢຸດຍິງໃນເຢເມນ ທີ່ໝົດອາຍຸແລ້ວນັ້ນແລະດຳເນີນການຕໍ່ໄປ ເພື່ອການເຈລະຈາແຫ່ງຊາດ.