ເວັບໄຊທ໌ ທີ່ຕິດຕາມເບິ່ງເງິນຕາຂອງອີຣ່ານ ແລະ ພວກຄ້າຂາຍ
ຕາມທ້ອງຖະ ໜົນກ່າວວ່າ ເງິນ rial ຂອງອີຣ່ານໄດ້ຫຼຸດຄ່າລົງ
ປະມານ 17 ເປີເຊັນໃນການແລກປ່ຽນກັບເງິນໂດລາຂອງ
ສະຫະລັດ ໃນວັນຈັນວານນີ້ ຊຶ່ງເປັນຮ່ອງຮອຍອີກອັນນຶ່ງທີ່ສະ
ແດງໃຫ້ເຫັນວ່າການລົງໂທດຂອງປະເທດຕາເວັນຕົກໄດ້ສ້າງ
ຄວາມ ເສຍຫາຍໃຫ້ແກ່ເສດຖະກິດຂອງອີຣ່ານ.
ເງິນຕາຂອງອີຣ່ານ ໄດ້ອ່ອນຄ່າລົງປະມານ 34.000 ພັນ ຕໍ່ນຶ່ງໂດລາ ໃນການແລກ ປ່ຽນກັນຢູ່ໃນຕະຫລາດມືດ ໃນວັນຈັນວານນີ້ ສົມທຽບໃສ່ອັດຕາການແລກ ປ່ຽນຂອງວັນອາທິດ ປະມານ 29.600 rial ຕໍ່ນຶ່ງໂດລາ.
ເປັນທີ່ປະກົດວ່າ ເງິນຕາຂອງອີຣ່ານໄດ້ຕົກລາຄາໃນປີນີ້ ເນື່ອງຈາກສະຫະລັດ ແລະສະຫະພາບຢູໂຣບ ໄດ້ຮັດແໜ້ນຂຶ້ນກວ່າເກົ່າການລົງໂທດດ້ານເສດຖະກິດ ທີ່ແນໃສ່ເພື່ອກົດດັນໃຫ້ອີຣ່ານໂຈະໂຄງການກັ່ນທາດຢູເຣນຽມ. ອີຣ່ານ ກ່າວວ່າ ໂຄງການນິວເຄລຍຂອງຕົນ ມີຈຸດປະສົງໃນທາງສັນຕິ ແຕ່ບັນດາປະເທດມະຫາອໍານາດຕາເວັນຕົກກ່າວວ່າ ອີຣ່ານໃຊ້ເປັນເຄື່ອງປິດບັງ ເພື່ອສ້າງອາວຸດນິວເຄລຍ.
ການລົງໂທດຂອງປະເທດຕາເວັນຕົກເຮັດໃຫ້ອີຣ່ານສາມາດສົ່ງອອກນໍ້າມັນ ຊຶ່ງເປັນແຫລ່ງ ລາຍໄດ້ທີ່ສໍາຄັນທີ່ສຸດນັ້ນ ໃນປະລິມານທີ່ໜ້ອຍລົງ ແລະບໍ່ສາ ມາດໂອນເງິນຢູ່ໃນຕ່າງປະເທດ. ມາດຕະການເຫລົ່ານີ້ ໄດ້ເຮັດໃຫ້ເງິນຕາຕ່າງ ປະເທດສຳຮອງຂອງ
ອີຣ່ານຫຼ່ອຍຫຼໍລົງ ແລະຊຸກຍູ້ໃຫ້ມີການແລກປ່ຽນເອົາເງິນ ໂດລາໃນຕະຫລາດມືດ ທີ່
ບໍລິສັດຕ່າງໆຂອງອີຣ່ານຕ້ອງການ ເພື່ອນຳເຂົ້າສິນ ຄ້າຈາກຕ່າງປະເທດ. ນອກນັ້ນ ອີຣ່ານຍັງປະເຊີນໜ້າກັບໄພເງິນເຟີ້ ແລະຄົນຫວ່າງງານທີ່ມີເພີ້ມຂຶ້ນ.
ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria Nuland ກ່າວ ໃນວັນຈັນ ວານນີ້ວ່າ ການຕົກລາຄາຂອງເງິນ rial ໄດ້ພິສູດໃຫ້ເຫັນ ໃນອັນທີ່ທ່ານນາງຮ້ອງວ່າ “ຄວາມກົນດັນຢ່າງບໍ່ລົດລະ ແລະຄວາມສໍາເລັດທີ່ເພີ້ມທະວີຂຶ້ນຂອງນາໆຊາດ” ຕໍ່ເສດຖະກິດຂອງອີຣ່ານ.