ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອີຣ່ານ ອອກຄໍາສັ່ງໃຫ້ ສະຫະລັດ ຈ່າຍຄ່າເສຍຫາຍໃນຄວາມພະຍາຍາມຊ່ວຍເຫຼືອໂຕປະກັນປີ 1980


ແຟ້ມຮູບ-ແມ່ຍິງຄົນນຶ່ງ ຍ່າງຜ່ານຮູບແຕ້ມທີ່ສຽດສີເທພີເສລີພາບ ຢູ່ເທິງຝາຂອງສະຖານທູດເກົ່າສະຫະລັດ, ນະຄອນຫຼວງເຕຫະຣ່ານ, ວັນທີ 24 ເມສາ 2008. ສານຂອງອີຣ່ານ, ໃນວັນທີ 26 ຕຸລາ 2023 ບອກກັບລັດຖະບານ ສຫລ ຊົດເຊີຍຜູ້ເຄາະຮ້າຍ ທີ່ລົ້ມແຫຼວໃນຄວາມພະຍາຍາມຊ່ວຍເຫຼືອໂຕປະກັນ ເມື່ອປີ 1980 ຢູ່ທີ່ສະຖານທູດສະຫະລັດ.
ແຟ້ມຮູບ-ແມ່ຍິງຄົນນຶ່ງ ຍ່າງຜ່ານຮູບແຕ້ມທີ່ສຽດສີເທພີເສລີພາບ ຢູ່ເທິງຝາຂອງສະຖານທູດເກົ່າສະຫະລັດ, ນະຄອນຫຼວງເຕຫະຣ່ານ, ວັນທີ 24 ເມສາ 2008. ສານຂອງອີຣ່ານ, ໃນວັນທີ 26 ຕຸລາ 2023 ບອກກັບລັດຖະບານ ສຫລ ຊົດເຊີຍຜູ້ເຄາະຮ້າຍ ທີ່ລົ້ມແຫຼວໃນຄວາມພະຍາຍາມຊ່ວຍເຫຼືອໂຕປະກັນ ເມື່ອປີ 1980 ຢູ່ທີ່ສະຖານທູດສະຫະລັດ.

ສານ ອີ​ຣ່ານ ໃນ​ວັນ​ພະ​ຫັດ​ວານນີ້​ ໄດ້​ສັ່ງ​ໃຫ້​ລັດ​ຖະ​ບານ ສະ​ຫະ​ລັດ ຈ່າຍ​ເງິນ 420 ລ້ານ​ໂດ​ລາ​ ໃນ​ການ​ຊົດ​ເຊີຍ​ຕໍ່​ຜູ້​ເຄາະ​ຮ້າຍ​ຂອງ​ການ​ປະ​ຕິ​ບັດ​ການ​ເພື່ອ​ປ່ອຍ​ຕົວ​ປະ​ກັນ​ທີ່ບໍ່​ສຳ​ເລັດ​ໃນ​ປີ 1980 ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ສະ​ຖານ​ທູດ​ສະ​ຫະ​ລັດ, ອີງ​ຕາມ​ການ​ກ່າວ​ຂອງ​ຕຸ​ລາ​ການ.

ບໍ່​ດົນຫຼັງ​ຈາກ​ການ​ປະ​ຕິ​ວັດ​ອິ​ສ​ລາມ ​ໃນ​ປີ 1979 ທີ່ໄດ້​ໂຄ່ນ​ລົ້ມ​ລະ​ບອບ​ກະ​ສັ​ດ​ຊຶ່ງ​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ຕາ​ເວັນ​ຕົກ, ພວກ​ນັກ​ສຶກ​ສາ ອີ​ຣ່ານ ໄດ້​ບຸກ​ເຂົ້າ​ໄປ​ໃນ​ສະ​ຖານ​ທູດ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ແລະ ຈັບ​ເອົາ​ຊາວ​ ອາ​ເມ​ຣິ​ກັນ ຫຼາຍກວ່າ 50 ຄົນ​ເປັນ​ຕົວ​ປະ​ກັນເປັນເວລາ 444 ວັນ.

ພວກ​ນັກ​ສຶກ​ສາ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ການ​ສົ່ງ​ຕົວ​ກະ​ສັດ​ທີ່​ຖືກ​ຂັບ​ໄລ່​ກັບ​ຄືນ​ປະ​ເທດ, ຜູ້​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ໃນ ສະ​ຫະ​ລັດ.

ໃນ​ເດືອນ​ເມ​ສາ 1980, ວໍ​ຊິງ​ຕັນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ປ່ອຍ​ຕົວ​ປະ​ກັນ​ໃນ​ການ​ປະ​ຕິ​ບັດ​ການ​ລັບ​ສຸດຍອດ ທີ່​ເອີ້ນ​ວ່າ ເລັບ​ນົກ​ແຫຼວ ຫຼື Eagle Claw, ເຊິ່ງ​ໄດ້​ຈົບ​ລົງ​ໃນ​ໄພ​ພິ​ບັດຫຼັງ​ຈາກ​ໄດ້​ເຂົ້າ​ໄປ​ໃນ​ພາ​ຍຸ​ດິນ​ຊາຍ ແລະ ພົ​ບບັນ​ຫາ​ທາງ​ດ້ານ​ກົນ​ຈັກ.

ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ກູ້​ໄພ​ໄດ້​ຖອນ​ຕົວ​ອອກ​ໄປ, ເຮືອ​ບິນ​ ສະ​ຫະ​ລັດ ສອງ​ລຳ​ໄດ້​ຕຳ​ກັນ, ເຮັດ​ໃຫ້​ທະ​ຫານ 8 ຄົນ​ເສຍ​ຊີ​ວິດ.

ໃນ​ລາຍ​ງານ​ຂອງ​ເຂົາ​ເຈົ້າ​ເມື່ອ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ, ອົງ​ການ​ຂ່າວ​ອອນ​ໄລ​ນ໌ Mizan ຂອງ​ຄະ​ນະ​ຕຸ​ລາ​ການ​ດັ່ງ​ກ່າວ​ ໄດ້​ເວົ້າ​ວ່າ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ການ​ນັ້ນ, ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ໂຈມ​ຕີ​ລົດ​ເມ​ທີ່​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຊາວ ອີ​ຣ່ານ. ແຕ່​ເຂົາ​ເຈົ້າ​ບໍ່​ໄດ້​ອະ​ທິ​ບາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG