ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ສາມາດຜະລິດ ທາດຢູເຣນຽມ ພຽງພໍ ເພື່ອສ້າງ ອາວຸດນີວເຄລຍ (ວີດີໂອ)


ຮູບພາບໂຣງງານ ຜະລິດນິວເຄລຍ ຂອງ ອີຣ່ານ
ຮູບພາບໂຣງງານ ຜະລິດນິວເຄລຍ ຂອງ ອີຣ່ານ
ສະ​ຖາ​ບັນດ້ານຄວາມ​ປອດ​ໄພ​ແຫ່ງ​ນຶ່ງຂອງສະຫະລັດ ທີ່ໃຫ້​
ຄໍາ​ແນະ​ນໍາ​ແກ່​ບັນ ດາ​ຜູ້​ເຮັດ​ນະ​ໂຍບາຍ ທີ່ກຸງວໍ​ຊິງ​ຕັນ ກ່າວ​
ວ່າ ອີຣ່ານອາດສາມາດຜະລິດ​ທາດ​ຢູ​ເຣນຽມພຽງພໍສຳຫລັບ
ການສ້າງ​ລ​ະ​ເບີດນີວເຄລຍ​ໄດ້​ໃນໄລຍະ​ບໍ່​ຮອດສອງ​ເດືອນ
ຈາກ ​ນີ້ໄປ ​ແຕ່​ຍັງ​ຈະ​ຕ້ອງການ​ເວລາ​ເພີ້​ມ​ເຕີມ​ໃນ​ການ​ຜະລິດ
​ກົນ​ໄກ​ຕ່າງໆ​ຂອງ​ໜ່ວຍ​ລະ​ເບີດ​ນິວ​ເຄລຍນັ້ນ.

ຢູ່​ໃນ​ລາຍ​ງານ​ທີ່​ນຳ​ອອກ​ເຜີີຍ​ແຜ່ໃນ​ວັນ​ຈັນ​ວານ​ນີ້ ສະຖາ​ບັນ​ວິທະຍາ​ສາດແລະ ​ຄວາມ​ປອດ​ໄພ​ນາໆ​ຊາດ (ISIS) ກ່າວ​ວ່າ ອີຣ່ານມີ​ຄວາມ​ສາມາດທີ່​ຈະ​ຜະລິດ ທາດ​ຢູ​ເຣນຽມ​ທີ່​ມີ​ການ​ກັ່ນ​ໃນ​ລະດັບ​ສູງ 25 ກິ​ໂລກຣາມ ທີ່​ຕ້ອງການ​ສໍາ​ຫລັບ​ໃຊ້​ໃນ​ການ​ສ້າງຫົວລ​ະ​ເບີດ​ນີວ​ເຄລຍ ພາຍ​ໃນ​ສອງຫາ​ສີ່ເດືອນ.

ອີຣ່ານມີເຄື່ອງ​ກັ່ນ​ທາດຢູ​ເຣນຽມຫລາຍ​ພັນ​ເຄື່ອງຢູ່ທີ່ໂຮງ​ໄຟຟ້າ​ນິວ​ເຄລຍ​ໃຫຍ່ ໃນ​ເມືອງ Natanz ​ແລະອີກ​ຫລາຍ​ຮ້ອຍເຄື່ອງ​ ຢູ່​ສະຖານ​ທີ່​ນິວ​ເຄລຍ Fordo ຕັ້ງ​ຢູ່​ກ້ອງ​ພູ ​ເພື່ອ​ປ້ອງ​ກັນ​ຈາກ​ການ​ໂຈມ​ຕີຂອງ​ສັດຕູ.

ສະຫະລັດ ​ແລະ​ອິສຣາ​ແອ​ລ ​ໄດ້​ປະຕິ​ເສດ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ​ໃຊ້ກໍາ
ລັງ​ທະ​ຫານ​ໂຈມ​ຕີ ​ເພື່ອ​ຢຸດ​ຢັ້ງບໍ່​ໃຫ້ອີຣ່ານ ມີ​ອາວຸດ​ນີວ​ເຄລຍ ຢູ່​ໃນ​ຄວາມຄອບ​ຄອງ.

ເຕຫະຣ່ານກ່າວ​ວ່າ ​ໂຄງການ​ນີວເຄລຍຂອງຕົນ​ມີ​ຈຸດປະສົງ ​ເພື່ອ​ນຳ​ໃຊ້​ໃນ​ທາງສັນຕິ.
ລາຍ​ງານຂອງສະຖາ​ບັນ​ວິທະຍາ​ສາດແລະ​ຄວາມ​ປອດ​ໄພ​ນາໆ​ຊາດ ບໍ່​ໄດ້ແຈ້ງ ​ໃຫ້​ຊາບ​ວ່າ ອີຣ່ານໄດ້​ຕັດສິນ​ໃຈ​ ນຳ​ໃຊ້ທາດ​ຢູ​ເຣນຽມທີ່​ກັ່ນ​ແລ້ວ ເພື່ອ​ສ້າງລະ​ເບີດ​ນິວເຄລຍຫລື​ບໍ່. ລາຍງານ​ກ່າວ​ຕື່ມ​ອີກ​ວ່າ ຖ້າ​ຫາກ​ວ່າອີຣ່ານ ຕັດສິນ​ໃຈ​ທີ່​ ຈະ​ເອົາບາດກ້າວ​ດັ່ງກ່າວ ອີຣ່ານ​ຕ້ອງການ​ເວລາ​ຕື່ມ​ອີກ​ເພື່ອສ້າງ​ອາວຸດ​ດັ່ງກ່າວ ​ໃຫ້​ສຳ​ເລັດ “​ເຖິງ​ແມ່ນ​ວ່າວຽກງານ​ທີ່​ຕົນ​ໄດ້​ດຳ​ເນີນ​ໄປ​ແລ້ວແລ້ວຜ່ານ​ມາກໍ​ຕາມ.

ວີດີໂອ: ອິສຣາແອລຮຽກຮ້ອງ ສະຫະປະຊາຊາດ ໃຫ້ຍັບຍັ້ງ ໂຄງການນິວເຄລຍຂອງອິຣ່ານ:
Israel Calls for 'Red Line' on Iran Nukes
please wait

No media source currently available

0:00 0:02:27 0:00
XS
SM
MD
LG