ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີ​ຣ່ານ ສາ​ມາດ​ຜະ​ລິດ​ເຊື້ອ​ໄຟ​ສຳ​ລັບ​ເຮັດ​ລະ​ເບີດ​ນິວ​ເຄ​ລຍໄດ້ ​ໃນ​ເວ​ລາ​ບໍ່​ຮອດ 2 ອາ​ທິດ ນາຍ​ພົນ​ມິ​ລ​ລີ​ກ່າວ


ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ກອງ​ທັບ​ສະ​ຫະ​ລັດ ນາຍ​ພົນ​ມາກ ມິ​ລ​ລີ ໃຫ້​ການ​ຕໍ່​ອະ​ນຸ​​ກຳ​ມະ​ການ ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ພາ​ຕ່ຳ ເພື່ອ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ຮ່າງ​ງົບ​ປະ​ມານ ​ທີ່​ມີ​ການ​ສະ​ເໜີ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 23 ມີ​ນາ 2023.
ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ກອງ​ທັບ​ສະ​ຫະ​ລັດ ນາຍ​ພົນ​ມາກ ມິ​ລ​ລີ ໃຫ້​ການ​ຕໍ່​ອະ​ນຸ​​ກຳ​ມະ​ການ ​ງົບ​ປະ​ມານ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ພາ​ຕ່ຳ ເພື່ອ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບ​ຮ່າງ​ງົບ​ປະ​ມານ ​ທີ່​ມີ​ການ​ສະ​ເໜີ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 23 ມີ​ນາ 2023.

ອີ​ຣ່ານ​ ອາດ​ສາ​ມາດ​ຜະ​ລິດເຊື້ອ​ໄຟ ຫຼື​ວັດສະ​ດຸ​ຟິ​ສ​ໄຊ​ລ໌​ ພຽງ​ພໍສຳ​ລັບ​ເຮັດ​ລະ​ເບີດ​ນິວ​ເຄ​ລຍ​ໄດ້ພາຍ​ໃນ “ເວ​ລາ​ບໍ່​ຮອດ​ສອງ​ອາ​ທິດ” ແລະ​ອາດ​ສາ​ມາດ​ເຮັດອາ​ວຸດ​ນິວ​ເຄ​ລຍ​ໄດ້ໃນ​ເວ​ລາ “ຕື່ມ​ອີກ​ຫຼາຍໆ​ເດືອນ” ອີງ​ຕາມ​ນາຍ​ພົນ​ອະ​ວຸ​ໂສ​ຂອງກອ​ງ​ທັບ​ສະ​ຫະ​ລັດ.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ໃນ​ວັນ​ພະ​ຫັດ​ວານນີ້ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ນາຍ​ພົນ​ມາກ ມິ​ລ​ລີ ກ່າວ​ວ່າ ​ສະ​ຫະ​ລັດ “ຍັງ​ມີ​ຄວາມ​ໝັ້ນ​ໝາຍ” ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ອີ​ຣ່ານຈາກ​ການ​ຜະ​ລິດ​ອາ​ວຸດ​ນິວ​ເຄ​ລຍ​ອອກ​ມາ​ໃຊ້.

ນາຍ​ພົນ​ມິ​ລ​ລີ ກ່າວ​ຕື່ມ​ວ່າ “ພວກ​ເຮົາ ກອງ​ທັບ​ສະ​ຫະ​ລັດ ໄດ້​ພັດ​ທະ​ນາ​ທາງ​ເລືອກ​ຫຼາຍ​ຢ່າງ ເພື່ອ​ໃຫ້​ພວກ​ຜູ້​ນຳ​ແຫ່ງ​ຊາດ ​ໄດ້​ພິ​ຈາ​ລະ​ນາ ຖ້າ​ວ່າ ​ຫຼື​ເວ​ລາ​ໃດອີ​ຣ່ານ​ໄດ້​ຕັດ​ສິນ​ໃຈ ​ທີ່​ຈະ​ພັດ​ທະ​ນາ ​ແລະ​ເຮັດ​ລະ​ເບີດ​ນິວ​ເຄ​ລຍ​ອີ​ຫຼີ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ນາຍ​ພົນ​ມິ​ລ​ລີ ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ເຫັນ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ກ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ເລື້ອງ​ນະ​ໂຍ​ບາຍ​ທ່ານ​ຄໍ​ລິນ ຄາ​ລ ໃນ​ເດືອນ​ແລ້ວນີ້., ທ່ານ​ຄາ​ລ​ກ່າວ​ຕໍ່​ສະ​ມາ​ຊິກ​ສະ​ພາ​ວ່າ ອີ​ຣ່ານ​ ຈະ​ໃຊ້​ເວ​ລາ “ປະ​ມານ 12 ມື້” ທີ່​ຈະ​ຜະ​ລິດ​ເຊື້ອ​ໄຟ​ ພຽງ​ພໍ​ສຳ​ລັບ​ເຮັດ​ລະ​ເບີດ​ນິວ​ເຄ​ລຍ ຖ້າ​ຫາກ​ປະ​ເທດ​ດັ່ງ​ກ່າວ​ຕ້ອງ​ການ​ເຊັ່ນ​ນັ້ນ.

ການ​ຄາດ​ຄະ​ເນ​ດັ່ງ​ກ່າວ​ແມ່ນ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ​ໄປ​ຈາກ​ປີ 2018 ເວ​ລາ​ລັດ​ຖະ​ບານ​ທ່ານ​ທ​ຣຳ ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ກັບ​ອີ​ຣ່ານ. ໃນ​ເວ​ລານັ້ນ ມີ​ການ​ກະ​ປະ​ມານ​ກັນ​ວ່າ ອີ​ຣ່ານ​ອາດ​ຈຳ​ເປັນ​ຕ້ອງ​ໃຊ້​ເວ​ລາ​ເຖິງ​ນຶ່ງ​ປີ ທີ່​ຈະ​ສາ​ມາດ​ຜະ​ລິດ​ເຊື້ອ​ໄຟ ໃນ​ລະ​ດັບ​ທີ່​ສາ​ມາດ​ເຮັດ​ອາ​ວຸດ​ໄດ້ ຊຶ່ງ​ມີ​ຄວາມຈຳ​ເປັນ​ສຳ​ລັບ​ເຮັດ​ລະ​ເບີດ​ນິວ​ເຄ​ລຍ​ນຶ່ງ​ລູກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG