ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 35 ເສຍຊີວິດ ໃນເຫດລະເບີດ ທີ່ບໍ່ຖ່ານຫີນ ຢູ່ອີຣ່ານ


Iran Mine Accident
please wait
Embed

No media source currently available

0:00 0:01:20 0:00

ເຫດລະເບີດທີ່ບໍ່ຖ່ານຫີນ​ແຫ່ງ​ນຶ່ງ ​ໃນພາກເໜືອອີຣ່ານ ໃນວັນພຸດວານນີ້ ໄດ້ສັງຫານພະ
ນັກງານ​ຂຸດ​ຖ່ານ​ຫີນ ຢ່າງນ້ອຍ 35 ຄົນ ແລະ​ໄດ້​ຮັບບາດເຈັບ ອີກຫຼາຍໆຄົນ ອີງຕາມສື່
ມວນ​ຊົນຂອງທາງ​ການອີຣ່ານ.

ໃນຂະນະທີ່ ພວກພະນັກງານກູ້ໄພ ປະຕິບັດໜ້າທີ່​ໃຫ້ການ​ຊ່ອຍ​ເຫລືອ ໃນວັນພະຫັດມື້ນີ້
ທີ່ບ່ອນ​ເກີດ​ເຫດ​ໃນແຂວງ Golestan ​ແຕ່​ກໍ​ຍັງບໍ່ທັນເປັນທີ່ແຈ່ມແຈ້ງວ່າ ມີຜູ້ຄົນອີກຫຼາຍ
ປານໃດ ທີ່ຍັງຕົກຄ້າງຢູ່ຂ້າງໃນ ທີ່ໄດ້ມີລາຍງານວ່າ ​ແຕ່ສິບກວ່າຄົນ ຈົນອາດເຖິງ 80 ຄົນ ກໍເປັນໄດ້.

ທ່ານ Hossein Ahmadi ຫົວໜ້າອົງການກາແດງຂອງແຂວງ Golestan ໄດ້ກ່າວວ່າ ພວກເຂົາເຈົ້າຫວັງວ່າ ອອກຊິເຈນ ທີ່ໄດ້ປ່ອຍເຂົ້າໄປໃນບໍ່ຖ່ານຫີນນັ້ນ ອາດເຂົ້າໄປເຖິງ ພວກຂຸດຖ່ານຫີນ ທີ່ຍັງຕົກຄ້າງຢູ່ຂ້າງໃນ.

Azadshahr, Iran
Azadshahr, Iran

ມີຢ່າງນ້ອຍ 25 ຄົນ ທີ່ໄດ້ເຂົ້າໄປຍັງບໍ່ຖ່ານຫີນ ເພື່ອພະຍາຍາມຊ່ອຍພວກທີ່ຕົກຄ້າງ
ຢູ່ຂ້າງໃນ ໄດ້ນຳສົ່ງໄປຍັງໂຮງພະຍາບານ ຫຼັງຈາກທີ່ໄດ້ໄດ້ຫາຍ​ໃຈເອົາແກັສເຂົ້າໄປ
ອີງຕາມ​ຄຳ​ເວົ້າຂອງທ່ານ Hamidreza Montazeri ຮອງຜູ້ຈັດການຜະແນກສຸກເສີນ ຂອງແຂວງ Golestan ທີ່ໄດ້ກ່າວໄວ້.

ມີພວກຄົນ​ງານ ຫຼາຍກວ່າ 500 ຄົນ ທີ່ເຮັກວຽກຢູ່ທີ່ບໍ່ຖ່ານຫີນ Zemestanyurt ທີ່ຕັ້ງ
ຍາວຢຽດ 14 ກິໂລແມັດ ຈາກ Azadshahr. ແຂວງ Golestan ຕັ້ງຢູ່ຕາມຊາຍແດນທາງ
ພາກເໜືອຂອງອີຣ່ານ ຕິດກັບປະ​ເທດ Turkmenistan ​ເລາະຕາມຝັ່ງທະເລ Caspain.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG