ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອີ​ຣ່ານ ກ່າວ​ອ້າງວ່າ ຈະ​ມີ​ການ​ແລກ​ປ່ຽນ​ນັກ​ໂທດ​ກັບ​ສະ​ຫະ​ລັດ ແຕ່​​ຝ່າຍສະ​ຫະ​ລັດ​ເວົ້າ​ວ່າ 'ຂີ້​ຕົວະ'


ລັດຖະມົນຕີການຕ່າງປະເທດອີຣ່ານ ຮອສເຊນ ອາມີຣາບໂດລາຮຽນ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ກາ​ຕ້າ ຊິກ ໂມ​ຮຳ​ເໝັດ ອັບ​ດູ​ລ​ຣາ​ມານ ອາ​ລ ທາ​ນີ (ທີ່​ບໍ່​ໄດ້​ຢູ່​ໃນ​ຮູບ) ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 29 ມັງ​ກອນ2023.
ລັດຖະມົນຕີການຕ່າງປະເທດອີຣ່ານ ຮອສເຊນ ອາມີຣາບໂດລາຮຽນ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ກາ​ຕ້າ ຊິກ ໂມ​ຮຳ​ເໝັດ ອັບ​ດູ​ລ​ຣາ​ມານ ອາ​ລ ທາ​ນີ (ທີ່​ບໍ່​ໄດ້​ຢູ່​ໃນ​ຮູບ) ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 29 ມັງ​ກອນ2023.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ອີ​ຣ່ານ​ກ່າວ​ອ້າງວ່າ ການ​ແລກ​ປ່ຽນ​ນັກ​ໂທດ​ກັບ​ສ​ະ​ຫະ​ລັດ​ແມ່ນ​ໃກ້​ຈະ​ມີ​ຂຶ້ນ​ແລ້ວ ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ບໍ່​ໄດ້​ໃຫ້​ຫຼັກ​ຖານ​ໃດໆ​ເພື່ອ​ສະ​ໜັບ​ສະ​ໜຸນ​ການ​ກ່າວ​ອ້າງ​ຂອງ​ທ່ານ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ໄດ້​ບອກ​ປະ​ຕິ​ເສດໃນ​ທັນ​ທີ ​ຕໍ່​ການ​ກ່າວ​ອ້າງ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ ມັນ​ເປັນ “ການ​ຕົວະ​ທີ່ຮ້າຍກາດ.” ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ​ຮອ​ສ​ເຊນ ອາ​ມີ​ຣາບ​ໂດ​ລາ​ຮຽນ (Hossein Amirabdolahian) ໄດ້​ໃຫ້​ຄວາມ​ເຫັນ​ທີ່​ຄ້າຍ​ຄື​ກັນ​ນີ້ໃນ​ໄລ​ຍະທີ່​ຜ່ານ​ມາ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຕົກ​ລົງກັບ​ສະ​ຫະ​ລັດ ໃນ​ເລື້ອງ​ຊັບ​ສິນ​ທີ່​ຖືກ​ກັກ​ຢູ່​ຕ່າງ​ປະ​ເທດ ແລະ​ບັນ​ຫາ​ອື່ນໆ​ແຕ່ບໍ່​ໄດ້​ບັງ​ເກີດ​ຜົນ.

ທ່າ​ນ​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ວັນ​ອາ​ທິດ​ວານນີ້ ຕໍ່​ໂທ​ລະ​ພາບ​ຂອງ​ທາງ​ການ​ອີ​ຣ່ານ. ແຕ່​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ດະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ເອີ້ນ​ການ​ໃຫ້​ຄວາມ​ເຫັນ​ນັ້ນ​ວ່າ “ການ​ຕົວະ​ທີ່ຮ້າຍກາດ” ເວ​ລາ​ອົງ​ກາ​ນ​ຂ່າວ​ເອ​ພີ ​ຂໍ​ຄວາມເ​ຫັນ​ຈາກ​ທ່ານ.

FOR RADIO: DUBAI, United Arab Emirates (AP) — Iran’s top diplomat claims a prisoner swap is near with the U.S., though he has offered no evidence to support his assertion. U.S. officials immediately dismissed his comments as a “cruel lie." Iranian Foreign Minister Hossein Amirabdollahian has made similar comments in the past about possible deals with the U.S. on frozen assets abroad and other issues that never came to fruition. He made the remarks Sunday to Iranian state television. U.S. State Department spokesperson Ned Price called the remarks a “cruel lie” when reached by The Associated Press.

XS
SM
MD
LG