ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາຕັດສາຍສໍາພັນ ທາງການທູດ ກັບອີຣ່ານ


ລັດຖະມົນຕີກະຊວງການຕ່າງປະເທດຂອງການາດາ ທ່ານ John Baird
ລັດຖະມົນຕີກະຊວງການຕ່າງປະເທດຂອງການາດາ ທ່ານ John Baird
ອີຣ່ານເວົ້າວ່າ ການາດາແມ່ນ "ຢູ່ພາຍໃຕ້ອິດທິພົນຂອງລະບອບ
ປົກຄອງຫົວຊາດນິຍົມຊາວຢີວ" ລຸນຫລັງການຕັດສິນໃຈຂອງ
ລັດຖະບານກຸງອົດຕະວາ ຕັດສາຍສໍາພັນທາງການທູດກັບ
ກຸງເທຣ່ານ.

ໂຄສົກປະຈໍາກະຊວງການຕ່າງປະເທດອີຣ່ານກ່າວໃນວັນເສົາ
ມື້ນີ້ວ່າ ລັດຖະບານກຸງເທຣ່ານ "ຈະດຳເນີນການຕອບໂຕ້ຄືນ
ຢ່າງພຽງພໍ" ຕໍ່ສິ່ງທີ່ທ່ານເອີ້ນວ່າ ລັດຖະບານຫົວຮຸນແຮງຂອງ
ການາດານັ້ນ. ແຕ່ຢ່າງໃດກໍຕາມ ທ່ານກໍບໍ່ໄດ້ບອກວ່າ ອີຣ່ານ
ມີແຜນຈະຕອບໂຕ້ຄືນແນວໃດ.

ໃນວັນສຸກວານນີ້ ການາດາເວົ້າວ່າ ຕົນໄດ້ປິດສະຖານທູດຂອງ
ຕົນຢູ່ກຸງເທຣ່ານລົງ ແລະກໍໄດ້ຂັບໄລ່ພວກນັກການທູດອີຣ່ານ
ທັງໝົດອອກໄປຈາກກາ ນາດາ. ລັດຖະມົນຕີກະຊວງການຕ່າງປະເທດຂອງການາດາ ທ່ານ John Baird ກ່າວວ່າ ກຸງອົດຕະວາ "ເຫັນວ່າລັດຖະບານອີຣ່ານເປັນໄພຂົ່ມຂູ່ຢ່າງ ຮ້າຍແຮງຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງໂລກໃນທຸກວັນນີ້."

ທ່ານ Baird ໄດ້ໃຫ້ເຫດຜົນຫລາຍຢ່າງທີ່ພາໃຫ້ມີການຕັດສິນໃຈເຊັ່ນນັ້ນ ຊຶ່ງ ລວມມີ ໂຄງການນີວເຄລຍຂອງອີຣ່ານ, ການຊ່ວຍເຫລືອທາງທະຫານຂອງອີຣ່ານແກ່ຊີເຣຍ, ແລະ
ຄວາມເປັນປໍລະປັກຕໍ່ອິສຣະແອລ. ນອກນັ້ນທ່ານຍັງກ່າວ ອີກວ່າ ອີຣ່ານເປັນປະເທດ ທີ່ ໃຫ້ການສະໜັບສະໜູນແກ່ພວກກໍ່ການຮ້າຍອີກດ້ວຍ.
XS
SM
MD
LG