ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີຣ່ານເອີ້ນເຫດໄຟຟ້າມອດທີ່ໂຮງງານ ນິວເຄລຍ ນາທານສ໌ ວ່າເປັນ “ການກໍ່ການຮ້າຍ ດ້ານນິວເຄລຍ"


ພາບແຈກໂດຍທໍານຽບປະທານາທິບໍດີອີຣ່ານໃນວັນທີ 10 ເມສາ, 2021, ສະແດງໃຫ້ເຫັນວ່າ ທ່ານ Ali Akbar Salehi, ຈາກອົງການພະລັງງານທີ່ໃຊ້ອາຕອມຂອງອີຣ່ານ (AEIO) ກ່າວຄໍາປາໄສໃນວັນແຫ່ງເທັກໂນໂລຈີທາງນິວເຄລຍໃນນະຄອນຫລວງ ເຕຫະຣ່ານ
ພາບແຈກໂດຍທໍານຽບປະທານາທິບໍດີອີຣ່ານໃນວັນທີ 10 ເມສາ, 2021, ສະແດງໃຫ້ເຫັນວ່າ ທ່ານ Ali Akbar Salehi, ຈາກອົງການພະລັງງານທີ່ໃຊ້ອາຕອມຂອງອີຣ່ານ (AEIO) ກ່າວຄໍາປາໄສໃນວັນແຫ່ງເທັກໂນໂລຈີທາງນິວເຄລຍໃນນະຄອນຫລວງ ເຕຫະຣ່ານ

ຫົວໜ້ານິວເຄລຍຂອງ ອີຣ່ານ ໄດ້ເອີ້ນໄຟຟ້າມອດຢູ່ໂຮງງານນິວເຄລຍ ນາທານສ໌ ຂອງປະເທດໃນວັນອາທິດວານນີ້ວ່າ ເປັນການກະທຳ ກ່ຽວກັບ “ການກໍ່ການຮ້າຍດ້ານນິວເຄລຍ.”

ທ່ານ ອາລີ ອັກບາ ຊາເລຮີ ໄດ້ກ່າວວ່າ “ໃນຂະນະທີ່ພວກເຮົາກ່າວປະນາມ ການເຄື່ອນໄຫວທີ່ອັນຕະລາຍນີ້, ສາທາລະນະລັດ ອິສລາມ ແຫ່ງ ອີຣ່ານ ຈະຂໍກ່າວຢໍ້າເຖິງຄວາມຈຳເປັນສຳລັບການປະເຊີນໜ້າໂດຍບັນດາອົງການຈັດຕັ້ງສາກົນ ແລະ ອົງການພະລັງງານປະລະມະນູ ສາກົນ ຫຼື IAEA ຕໍ່ການກໍ່ການຮ້າຍ ດ້ານນິວເຄລຍນີ້, ອີງຕາມໂທລະພາບຂອງລັດຖະບານ.

ທ່ານ ຊາເລຮີ ບໍ່ໄດ້້ກ່າວຫາໃຜສຳລັບໄຟຟ້າມອດດັ່ງກ່າວ.

ໂທລະພາບລັດຖະບານໄດ້ລາຍງານບັນຫາກັບສາຍກະຈາຍໄຟຟ້າຂອງໂຮງງານ ນາທານສ໌, ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກໂຮງງານດັ່ງກ່າວໄດ້ເປີດເຄື່ອງ ຈັກຈຳນວນຫຼາຍ ສຳລັບການກັ່ນທາດຢູເຣນຽມ.

ໂຄສົກສຳລັບອົງການພະລັງງານປະລະມານູ ຂອງ ອີຣ່ານ ທ່ານ ເບຣຸສ ຄາວາລວານດີ ໄດ້ກ່າວວ່າ “ເຫດການດັ່ງກ່າວບໍ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ຫຼື ການປົນເປື້ອນ.”

ອົງການ IAEA, ເຊິ່ງແມ່ນອົງການຂອງ ສະຫະປະຊາຊາດ ທີ່ຕິດຕາມ ໂຄງການປະລະມານູ ຂອງລັດຖະບານ ເຕຫະຣ່ານ ໄດ້ກ່າວໃນວັນອາທິດ ວານນີ້ວ່າ ເຂົາເຈົ້າຮູ້ ກ່ຽວກັບ ສະຖານະການດັ່ງກ່າວ ແລະ ໄດ້ຕິດຕາມ ຄວາມຄືບໜ້າ, ແຕ່ບໍ່ໄດ້ໃຫ້ການອະທິບາຍໃດໆ.

ໂດຍອ້າງເຖິງເຈົ້າໜ້າທີ່ສືບລັບສອງຄົນ ຜູ້ທີ່ໄດ້ກ່າວວ່າເຂົາເຈົ້າໄດ້ຮັບ ລາຍງານ ກ່ຽວກັບ ຄວາມເສຍຫາຍນັ້ນ, ໜັງສືພິມ ນິວຢອກ ໄທມສ໌ ໄດ້ລາຍງານວ່າ ການລະເບີດແມ່ນຄວາມເສຍຫາຍທີ່ຮ້າຍແຮງຫຼາຍ ຕໍ່ຄວາມສາມາດຂອງ ອີຣ່ານ ທີ່ຈະກັ່ນທາດຢູເຣນຽມ, ແລະ ມັນອາດ ໃຊ້ເວລາເຖິງ 9 ເດືອນ ເພື່ອຟື້ນຟູໂຮງງານ ນາທານສ໌.

ໜັງສືພິມ ນິວຢອກ ໄທມສ໌ ແລະ ບັນດາເຈົ້າໜ້າທີ່ສືບລັບ ອິສຣາແອລ ໄດ້ກ່າວວ່າ ອິສຣາແອລ ມີບົດບາດໃນເຫດໄຟຟ້າມອດດັ່ງກ່າວ. ສື່ມວນຊົນ ອິສຣາແອລ ຫຼາຍແຫ່ງໄດ້ລາຍງານໃນວັນອາທິດວານນີ້ວ່າ ອິສຣາແອລ ອາດເປັນຜູ້ຢູ່ເບື້ອງຫຼັງຂອງເຫດໄຟຟ້າມອດນັ້ນ, ເຊິ່ງອາດເປັນການໂຈມຕີ ທາງໄຊເບີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG