ອີຣ່ານ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມສຸກເສີນ ເພື່ອຫາລືກ່ຽວກັບການໂຈມຕີທາງອາກາດຂອງອິສຣາແອລ ທີ່ໄດ້ທຳລາຍສະຖານກົງສຸນຂອງອີຣ່ານ ໃນນະຄອນຫຼວງຂອງຊີເຣຍ.
ກອງກຳລັງປ້ອງກັນປະຕິວັດອິສລາມຂອງອີຣ່ານ ກ່າວວ່າ ການໂຈມຕີ ໃນວັນຈັນວານນີ້ ໄດ້ສັງຫານຢ່າງໜ້ອຍ 7 ຄົນ ລວມທັງທີ່ປຶກສາອາວຸໂສດ້ານການທະຫານ.
ໃນຈົດໝາຍສະບັບນຶ່ງ ທີ່ເຜີຍແຜ່ອອກມາ ໃນວັນຈັນວານນີ້, ເອກອັກຄະລັດຖະທູດອີຣ່ານປະຈຳສະຫະປະຊາຊາດ ທ່ານຊາຣາ ເອີຊາດີ (Zahra Ershadi) ໄດ້ຮຽກຮ້ອງຕໍ່ສະພາຄວາມໝັ້ນຄົງເພື່ອອະທິບາຍກ່ຽວກັບ “ການລະເມີດຢ່າງຮ້າຍແຮງນີ້” ແລະຂັດຂວາງການກະທຳຕ່າງໆ ທີ່ຈະເປັນອັນຕະລາຍຕໍ່ພາລະກິດທາງການທູດໃນອະນາຄົດ.
ທ່ານ ເອີຊາດີ ຂຽນວ່າ “ໂດຍພິຈາລະນາເຖິງຜົນສະທ້ອນໄລຍະຍາວຂອງສາກົນ ກ່ຽວກັບການກະທໍາທີ່ຄວນຖືກປະນາມ ເຊິ່ງສາມາດເຮັດໃຫ້ຄວາມເຄັ່ງຕຶງເພີ້ມຂຶ້ນຢູ່ໃນພາກພື້ນ ແລະອາດຈະເຮັດໃຫ້ເກີດຄວາມຂັດແຍ້ງແຜ່ລາມຫາປະເທດຕ່າງໆເພີ້ມຂຶ້ນ, ອີຣ່ານ ໄດ້ຮຽກຮ້ອງໃຫ້ສະພາຄວາມຫມັ້ນຄົງ ຈົ່ງປະນາມຕໍ່ການກະທໍາຜິດທາງອາຍາທີ່ບໍ່ຍຸຕິທໍາ ແລະການກະທໍາກໍ່ການຮ້າຍທີ່ບໍ່ຖືກຕ້ອງໂດຍລະບອບຜະເດັດການອິສຣາແອລ ໃນເງື່ອນໄຂທີ່ເຂັ້ມແຂງທີ່ສຸດເທົ່າທີ່ເປັນໄປໄດ້.”
ອິສຣາແອລ ໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບການໂຈມຕີດັ່ງກ່າວມານັ້ນ.
ເອກອັກຄະລັດຖະທູດອີຣ່ານ ທ່ານຮຸສເຊນ ອັກຣາບີ (Hossein Akbari) ກ່າວປະນາມຕໍ່ການໂຈມຕີຂອງ ອິສຣາແອລ.
ທ່ານ ອັກຣາບີ ໄດ້ປະຕິຍານທີ່ຈະດໍາເນີນການແກ້ແຄ້ນ "ໃນຂະຫນາດດຽວກັນ ແລະມີຄວາມຮຸນແຮງເທົ່າກັນ."
ອິສຣາແອລໄດ້ທຳການໂຈມຕີຫຼາຍລ້ອຍຄັ້ງ ໃສ່ເປົ້າໝາຍຢູ່ໃນເຂດທີ່ຄວບຄຸມໂດຍລັດຖະບານຂອງຊີເຣຍ ໃນບໍ່ເທົ່າໃດປີມານີ້. ແຕ່ຈຳນວນດັ່ງກ່າວໄດ້ເພີ້ມຂຶ້ນນັບຕັ້ງແຕ່ການເລີ້ມຕົ້ນສົງຄາມລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ມາເປັນເວລາເກືອບ 6 ເດືອນ ຢູ່ໃນຂົງເຂດກາຊາ ພ້ອມທັງການປະທະກັນເປັນໄລຍະໆ ລະຫວ່າງທະຫານຂອງອິສຣາແອລ ແລະກຸ່ມນັກສູ້ເຮັສໂບລລາ ຢູ່ຕາມບໍລິເວນຊາຍແດນຂອງເລບານອນ ແລະ ອິສຣາແອລ.
ຟໍຣັມສະແດງຄວາມຄິດເຫັນ