ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດຍົກຍ້າຍ ພະນັກງານ ສະຖານທູດ ອອກຈາກອີຣ່ານ (ເບິ່ງວີດີໂອ)


ພວກປະທ້ວງກໍາລັງທຸບປ່ອງຢ້ຽມ ໃນບໍລິເວນສະຖານທູດອັງກິດ ທີ່ກຸງເຕຫະຣ່ານ ປະເທດອິຣ່ານ
ພວກປະທ້ວງກໍາລັງທຸບປ່ອງຢ້ຽມ ໃນບໍລິເວນສະຖານທູດອັງກິດ ທີ່ກຸງເຕຫະຣ່ານ ປະເທດອິຣ່ານ

ອັງກິດ​ກ່າວ​ວ່າ ຕົນ​ກໍາລັງ​ຖອນ​ພະນັກງານ​ການ​ທູດ​ຂອງ​ຕົນ​ບາງສ່ວນອອກ​ຈາກ​ອິຣ່່ານ
ລຸນ​ຫລັງ​ເຫດການ​ຈະລາຈົນ​ບຸກເຂົ້າໄປໃນສະຖານ​ທູດ​ຂອງ​ອັງກິດ​ ທີ່ນະຄອນຫລວງ​ເຕ
ຫະຣ່ານ ຂອງ​ອິຣ່ານນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ເມື່ອ​ວັນ​ພຸດ​ມື້​ນີ້ ກະຊວງການ​ຕ່າງປະ​ເທດ​ອັງ ກິດກ່າວ​ວ່າ
ເວລາ​ນີ້​ເຮົາ​ຖືເອົາຄວາມ​ປອດ​ໄພຂອງ​ພວກ​ພະນັກງານ​ການ​ທູດ ​ແລະ​ຄອບຄົວ​ຂອງ​ພວກ
ເຂົາ​ເຈົ້ານັ້ນ​ເປັນ​ບູລິມະ​ສິດ​ຂອງ​ລອນ​ດອນ. ​ແຕ່ອັງກິດ​ບໍ່​ໄດ້​ເວົ້າ​ວ່າ​ພວກ​ພະນັກງານ​ດັ່ງ
ກ່າວ​ຈະ​ອອກ​ຈາກ​ອິຣ່ານໜ້ອຍ ຫຼາຍປານໃດ ຫລື​ຈະ​ອອກ​ໃນເວລາໃດແທ້.

ພວກ​ນັກ​ການ​ທູດ​ຕາ​ເວັນ​ຕົກ​ບອກ​ອົງການ​ຂ່າວ​ຝຣັ່ງວ່າ ຊາວອັງກິດທີ່ຈະຖອນອອກ​ຈຸ
ທໍາ​ອິດ​ແມ່ນ​ຢູ່​ທີ່​ສະໜາມ​ບິນ​ເຕຫະຣ່ານແລ້ວ ໃນວັນ​ພຸດ​ມື້​ນີ້ ລໍ​ຖ້າຈະ​ບິນໄປ​ຍັງ​ດູ​ບາຍ.

ທ່ານ ​ເດ​ວິດ ​ແຄມ​ເມີຣອນ ນາຍົກລັດຖະມົນຕີອັງກິດ ​ກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ
ອິຣ່ານປະ​ເຊີນ​ກັບ​ຜົນຮັບທີ່​ຕິດຕາມມາຢ່າງຮ້າຍແຮງ ຍ້ອນບໍ່​ໄດ້​ທໍາ​ການປົກ​ປ້ອງສະຖານ
ທູ​ດອັງກິດຈາກ​ກຸ່ມ​ຫົວຮຸນ​ແຮງ​ອີສລາມ​ ທີ່ບຸກ​ເຂົ້າ​ໄປ​ໃນ​ບໍລິເວນ​ດັ່ງກ່າວ ​ໃນ​ຂະນະ​ທີ່​ຕໍາ
ຫລວດ​ຢືນ​ເບິ່ງ​ຢູ່​ລ້າໆ. ພວກ​ປະ​ທ້ວງ​ພາກັນ​ຮ້ອງ​ໂຮວ່າ ອັງກິດຕ້ອງຕາ​ຍ ພ້ອມ​ກັບ​ທຸບ
​ມ້າງ​ໜ້າ​ຕ່າງ ​ແລະ​ຕຶກໃຫຍ່​ສະຖານທູດ​ອັງກິດ ​ໂຍນ​ເອກ​ະສານ​ຕ່າງໆ​ອອກ​ໄປ​ນອກ​ຕຶກ
ແລະ​ຈູດ​ລົດ​ຄັນ​ນຶ່ງ​. ຊາວ​ອິຣ່ານອີກ​ກຸ່ມ​ນຶ່ງ​ບຸກພັງ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ອາຄາ​ນການ​ທູດ​ອັງ
ກິດ​ໃນ​ພາກ​ເໜືອ​ຂອງ​ເຕຫະຣ່ານ. ການ​ຈູ່​ໂຈມເຫລົ່າ​ນີ້ ມີ​ຂຶ້ນ​ລຸນ​ຫລັງ​ການ​ຕັດສິນ​ໃຈ​ຂອງ
​ອັງກິດ ​ເພື່ອຈັດຕັ້ງ​ປະຕິບັດ​ການ​ລົງ​ໂທດ​ເສ​ດຖະກິດ​ບັ້ນ​ໃໝ່​ຕໍ່​ອິຣ່ານ ຍ້ອນ​ໂຄງການ​ສ້າງ
ອາວຸດ​ນີວ​ເຄລຍ ຕາມທີ່ມີການ​ກ່າວ​ຫາ​ນັ້ນ.

ການ​ໂຈມ​ຕີ​ສະຖານທູດ​ອັງກິດ​ຄັ້ງ​ນີ້ ກໍ່ໃຫ້​ເກີດມີການ​ປະນາມເພີ່ມ​ຂຶ້ນຈາກ​ນານາຊາດ​ເມື່ອ​
ວັນ​ພຸດ​ມື້​ນີ້ ຫ້ອງການ​ຂອງ ທ່ານ​ພັນ ຄີ​ມູນ ເລຂາທິ​ການ​ອົງການ​ສະຫະ​ປະ​ຊາຊາດ ກ່າວ
ວ່າ ທ່ານສະ​ແດງ​ຄວາມຕື່ນຕົກໃຈ ​ແລະ​ໂກດແຄ້ນ ​ເວລາ​ທ່ານ​ໄດ້​ພົບ​ປະ​ກັບ​ພວກ​ເຈົ້າໜ້າ
ທີ່​ອັງກິດ ​ຢູ່​ນອກ​ກອງ ປະຊຸມ​ວ່າ​ດ້ວຍ​ການ​ຊ່ວຍ​ເຫລືອ​ບັ້ນ​ນຶ່ງ ​ທີ່​ເມືອງ​ບູຊາ​ນ ​ເກົາຫລີ​ໃຕ້
ຫົວໜ້າອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ອິຣ່ານຈົ່ງ​ທໍາ​ການ​ສືບ ສວນ​ສອບ​ສວນ
ກ່ຽວກັບການບຸກ​ເຂົ້າ​ໄປ​ໃນ​ສະຖານທູດ​ອັງກິດ ​ແລະ​ເອົາມາດຕະການ​ເພື່ອ​ຫລີກ​ລ່ຽງບໍ່ໃຫ້ ເຫດການດັ່ງກ່າວເກີດຂຶ້ນຊໍ້າອີກ ຫລື​ເກີດຂຶ້ນຢູ່ທີ່​ສະຖານທູດຂອງປະ​ເທດ​ອື່ນ​ໆ​ນັ້ນ​ນໍາ.

ນອກ​ນີ້ ຢູ່​ທີ່​ເມືອງ​ບູຊາ​ນນັ້ນ ທ່ານ​ນາງລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ຮິ​ລ​ແລຣີ ຄລິນ
ຕັນ ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ຈູ່​ໂຈມ ທີ່​ຖື​ວ່າ​ເປັນ​ການ​ສົບ​ປະໝາດ ​ບໍ່​ແມ່ນ​ແຕ່​ປະຊາ
ຊົນ​ອັງກິດ​ເທົ່າ​ນັ້ນ ​ແຕ່​ຕໍ່​ປະຊາ​ຄົມນາ​ນາ​ຊາດ​ນັ້ນ​ນໍາອີກ. ທ່ານນາງເວົ້າວ່າ ທາງ​ວໍ​ຊິງຕັນ​
ຄາດ​ວ່າ​ອິຣ່ານຈະ​ພິ ທັກ​ປົກ​ປ້ອງ​ຊີວິດ​ແລະ​ຊັບ​ສິນ ຂອງ​ພວກ​ນັກ​ການ​ທູດ ອີງ​ຕາມ​ສົນທິ​
ສັນຍາ​ສາກົນ​ນັ້ນ.

XS
SM
MD
LG