ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ Boeing ຂອງ ສະຫະລັດ ຈະຂາຍ ເຮືອບິນ ໃຫ້ ອີຣ່ານ 100 ລຳ


ເຮືອບິນ Boeing 747 ຂອງສາຍການບິນແຫ່ງຊາດຂອງ ອີຣ່ານ ຈອດຢູ່ສະໜາມບິນສາກົນ Mehrabad ໃນນະຄອນຫຼວງ Tehran.
ເຮືອບິນ Boeing 747 ຂອງສາຍການບິນແຫ່ງຊາດຂອງ ອີຣ່ານ ຈອດຢູ່ສະໜາມບິນສາກົນ Mehrabad ໃນນະຄອນຫຼວງ Tehran.

ເຈົ້າໜ້າທີ່ການບິນຂອງ ອີຣ່ານ ໄດ້ປະກາດໃນວັນອາທິດມື້ນີ້ວ່າ ບໍລິສັດຜະ ລິດເຮືອບິນ ຍັກໃຫຍ່ Boeing ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ໄດ້ບັນລຸຂໍ້ ຕົກລົງສະບັບໜຶ່ງກັບ ອີຣ່ານ ເພື່ອຂາຍເຮືອບິນໂດຍສານ 100 ລຳ ໃຫ້ປະ ເທດດັ່ງກ່າວ

ຂໍ້ຕົກລົງນີ້ ແມ່ນໜຶ່ງໃນສາມຂໍ້ຕົກລົງທີ່ແຍກກັນ ລະຫວ່າງ ອີຣ່ານ ແລະ ຜູ້ຜະລິດເຮືອບິນ ປະເທດຕາເວັນຕົກ ສຳລັບຈຳນວນເຮືອບິນທັງໝົດປະມານ 200 ລຳ ນັບຕັ້ງແຕ່ນະຄອນຫຼວງ ວໍຊິງຕັນ ໄດ້ຍົກເລີກມາດຕະການລົງໂທດ ຕໍ່ປະເທດດັ່ງກ່າວໃນເດືອນມັງກອນ ທີ່ ຜ່ານມາ.

ທ່ານ Ali Abedzadeh ຫົວໜ້າຄະນະການບິນພົນລະເຮືອນຂອງ ອີຣ່ານ ກ່າວວ່າ “ພວກ ເຮົາມີເຮືອບິນ 250 ລຳຢູ່ໃນປະເທດ, ແຕ່ຕ້ອງການສັບປ່ຽນ 230 ລຳ.” ເຖິງຢ່າງໃດກໍ ຕາມ ທ່ານໄດ້ກ່າວເພີ່ມເຕີມວ່າ ມັນບໍ່ມີກຳນົດເວ ລາທີ່ແນ່ນອນສຳລັບການນຳສົ່ງເຮືອບິນ ຈຳນວນດັ່ງກ່າວ.

ທ່ານ Abedzadeh ກ່າວວ່າ ການບິນສ່ວນໃຫຍ່ຂອງທຸຣະກິດການບິນພົນລະ ເຮືອນ ອີຣ່ານ ແມ່ນຢູ່ໃນສະຖານະພາບຫັກພັງ ແລະ ຕ້ອງການສັບປ່ຽນໃໝ່ ຢ່າງແຮງ, ແຕ່ບໍລິ ສັດ Boeing ແມ່ນຍັງລໍຖ້າການອະນຸດມັດຄັ້ງສຸດທ້າຍ ກ່ຽວກັບ ຂໍ້ຕົກລົງຈາກກະຊວງການເງິນ ສະຫະລັດ ຢູ່.

ສັນຍາສຳລັບຊື້ເຮືອບິນຂອງບໍລິສັດ Boeing ຄຳນວນວ່າມີມູນຄ່າປະມານ 17 ຕື້ໂດລາ, ແລະ ຖ້າມັນສຳເລັດຮຽບຮ້ອຍ, ມັນຈະກາຍເປັນຄັ້ງທຳອິດທີ່ ອີຣ່ານ ໄດ້ຊື້ເຮືອບິນຈຳ ນວນຫຼາຍຈາກບໍລິສັດ Boeing ກ່ອນການປະຕິວັດ ອິສລາມ ໃນປີ 1979.

ໃນເດືອນມັງກອນ, ອີຣ່ານ ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນ ກັບ ບໍລິສັດຜະບິເຮືອ ບິນ Airbus ຂອງ ຢູໂຣບ ໃນການຊື້ເຮືອບິນ 118 ລຳ, ຢ່າງໃດກໍຕາມ, ຂໍ້ຕົກ ລົງດັ່ງກ່າວນັ້ນກໍຍັງລໍຖ້າ ການອະນຸມັດຈາກກະຊວງການເງິນ ສະຫະລັດຢູ່ ເຊັ່ນກັນ.

ການອະນຸມັດຈາກບັນດາເຈົ້າໜ້າທີ່ ສະຫະລັດ ແມ່ນມີຄວາມຕ້ອງການ ເຊິ່ງ ວັດຖຸອຸປະ ກອນຈຳນວນ 10 ເປີເຊັນຂອງເຮືອບິນ Airbus ແມ່ນໄປຈາກ ອາເມຣິກາ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG