ອຳນາດການປົກຄອງໃນອີຣ່ານ ໄດ້ກີດກັນການບໍລິການດ້ານອິນເຕີເນັດ ເປັນມື້ທີສາມແລ້ວ ອັນເປັນພາກສ່ວນນຶ່ງຂອງການປາບປາມການປະທ້ວງຕໍ່ຕ້ານລັດຖະບານໃນທົ່ວປະເທດ ຊຶ່ງເຮັດໃຫ້ຢ່າງໜ້ອຍ 8 ຄົນ ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ຄວາມບໍ່ສະຫງົບໄດ້ເລີ້ມຕົ້ນຂຶ້ນເມື່ອວັນສຸກຜ່ານມາ.
ຢູ່ໃນການໃຫ້ສຳພາດ ເມື່ອວັນຈັນວານນີ້ ກັບວີໂອເອ ພະແນກພາສາເປີເຊຍ ຜູ້ອຳນວຍການ ອົງການສິ້ງຊອມ ຊື່ວ່າ NetBlocks ທີ່ມີຫ້ອງການຕັ້ງຢູ່ໃນນະຄອນລອນດອນ ໄດ້ກ່າວວ່າ ການເຂົ້າເຖິງເວັບໄຊ ໃນສາທາລະນະລັດອິສລາມ ແຫ່ງນີ້ ຍັງຄົງຖືກລົບກວນຢ່າງໜັກ ຫຼັງຈາກທີ່ອີຣ່ານ ໄດ້ກີດກັນມັນ ເມື່ອຕອນແລງວັນເສົາຜ່ານມາ ຕາມເວລາໃນທ້ອງຖິ່ນ.
ທ່ານອາລປ໌ ໂທເກີ ໄດ້ກ່າວວ່າ “ອັນນີ້ ກໍຖືວ່າ ເປັນການປິດອິດເຕີເນັດເກືອບທັງໝົດ.” ທ່ານກ່າວຕື່ມວ່າ “ຍັງມີຊ່ອງທາງດ້ານອິນເຕີເນັດເພື່ອສົ່ງອອກໄປຈາກປະເທດຢູ່ ແຕ່ຊ່ອງທາງເຫຼົ່ານີ້ ເປັນການໃຊ້ເທັກນິກແທ້ໆເລີຍ ໃນເວລານີ້ ສະນັ້ນ ມັນບໍ່ເປັນຜົນດີທີ່ຈະຫລີກລ່ຽງມາດຕະການທັງຫຼາຍ ສຳລັບພວກຄົນໂດຍສ່ວນຫຼາຍ.” ທ່ານໂທເກີ ກ່າວຕໍ່ວ່າ ພວກຄົນຊາວອີຣ່ານ ບາງສ່ວນທີ່ຊ່ຽວຊານໃນດ້ານເທັກນິກ ອາດສາມາດເຂົ້າເຖິງອິນເຕີເນັດໄດ້ ໂດຍນຳໃຊ້ສາຍສົ່ງທີ່ມີຢູ່ແລ້ວນັ້ນ ຫຼື ສາຍຕໍ່ທີ່ມີຫຼາຍຄື້ນ ແທນທີ່ຈະໃຊ້ໂທລະສັບມືຖື.
ການຕັດອິນເຕີເນັດນັ້ນ ໄດ້ເຮັດໃຫ້ ຊາວອີຣ່ານ ນຳເອົາພາບການປະທ້ວງ ແລະຂໍ້ມູນ ລົງໃນອິນເຕີເນັດ ເພື່ອແບ່ງປັນສູ່ກັນເບິ່ງ ແລະໂລກໄດ້ເຫັນນັ້ນ ມີຄວາມຫຍຸ້ງຍາກ. ການເດີນຂະບວນປະທ້ວງ ໄດ້ລະເບີດຂຶ້ນ ໃນການຕອບໂຕ້ຕໍ່ການທີ່ລັດຖະບານ ໄດ້ຂຶ້ນລາຄາສົ່ງເສຍນ້ຳມັນເຊື້ອໄຟ ເຖິງ 50 ເປີເຊັນ ໃນຕອນເຊົ້າວັນສຸກຜ່ານມາ.
ລັດຖະບານອີຣ່ານ ໄດ້ກ່າວວ່າ ລາຍຮັບຈາກລາຄາທີ່ສູງຂຶ້ນກວ່າເກົ່ານັ້ນ ຈະຖືກນຳໃຊ້ເປັນເງິນສົດເພື່ອສະໜອງໃຫ້ແກ່ພວກຄອບຄົວຄົນທຸກຄົນຍາກ.
ໃນຂະນະດຽວກັນ ລາຄານ້ຳມັນເຊື້ອໄຟໃໝ່ຂອງອີຣ່ານ ຈຳນວນ 13 ເຊັນຕໍ່ນຶ່ງລິດ ຍັງຄົງເປັນລາຄາທີ່ຖືກທີ່ສຸດໃນໂລກ ຊາວອີຣ່ານຫຼາຍໆຄົນ ມອງເຫັນວ່າ ເປັນການເຮັດໃຫ້ພວກເຂົາເຈົ້າມີພາລະໜັກຂຶ້ນກວ່າເກົ່າ ໃນເວລາທີ່ພາວະເສດຖະກິດຕົກຕ່ຳລົງເລື້ອຍໆ.
ເງິນຕາຂອງອີຣ່ານ ກໍໄດ້ຕົກລາຄາລົງ ພ້ອມກັບການຫວ່າງງານ ແລະພາວະເງິນເຟີ້ ກໍສູງຂຶ້ນ ນັບຕັ້ງແຕ່ສະຫະລັດ ໄດ້ເລີ້ມຕົ້ນວາງມາດຕະການລົງໂທດຢ່າງເຄັ່ງຂັດ ຕໍ່ອີຣ່ານ ເມື່ອປີກາຍນີ້ ໃນການພະຍາຍາມທີ່ຈະບັງຄັບໃຫ້ເຕຫະຣ່ານ ຍຸຕິພຶດຕິກຳຕ່າງໆ ທີ່ຖືວ່າເປັນການປອງຮ້າຍ.
ທ່ານໂທເກີ ໄດ້ກ່າວວ່າ ການໄດ້ປຽບໃນໄລຍະສັ້ນໃດໆ ທີ່ລັດຖະບານອີຣ່ານ ອາດໄດ້ມາຈາກການກີດກັນອິນເຕີເນັດນັ້ນ ຈະມີຜົນເສຍຫຼາຍກວ່າຜົນດີ.