ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິຣ່ານຖີ້ມໂທດໃສ່ສະຫະລັດ ກ່ຽວກັບການໂຈມຕີສະລະຊີບ


ເຈົ້າໜ້າທີ່ອີຣ່ານ ຖິ້ມໂທດໃສ່ ສະຫະລັດ ແລະປະເທດ ມະຫາອຳນາດ ຕາເວັນຕົກອື່ນໆ ກ່ຽວກັບ ການໂຈມຕີ ສະລະຊີບ 2 ຄັ້ງ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງນ້ອຍ 27 ຄົນ ແລະມີຜູ້ບາດເຈັບອີກ ປະມານ 270 ຄົນ ທັງໆທີ່ ພວກຜູ້ນຳ ຂອງສະຫະລັດ ໄດ້ປະນາມ ການໂຈມຕີ ດັ່ງກ່າວ.

ໃນມື້ວັນສຸກວານນີ້ ໂທລະພາບ ແລະວິທະຍຸ ຂອງທາງ ການອີຣ່ານ ໄດ້ອ້າງຄຳເວົ້າ ຂອງພວກຜູ້ນຳ ອີຣ່ານຫຼາຍໆຄົນ ທີ່ກ່າວວ່າ ສະຫະລັດ ເປັນຜູ້ຮັບຜິດຊອບ ຕໍ່ເຫດລະເບີດ ສະລະຊີບທັງ 2 ທີ່ໄດ້ເກີດຂຶ້ນ ຢູ່ນອກວັດ ຂອງສາສະໜາ ອິສລາມ ນິກາຍຊີໄອທ໌ ແຫ່ງນຶ່ງ ໃນພາກຕາເວັນອອກ ສຽງໃຕ້ ຂອງອີຣ່ານ.

ກຸ່ມກະບົດ ມຸສລິມ JUNDALLAH ຂອງນິກາຍຊຸນນີ່ ໄດ້ອ້າງເອົາ ຄວາມຮັບຜິດຊອບ ກ່ຽວກັບ ການໂຈມຕີ ດັ່ງກ່າວ ໃນມື້ວັນສຸກ ວານນີ້. ເຕຫະຣ່ານ ໄດ້ກ່າວຫາ ສະຫະ ລັດວ່າ ໃຫ້ການສະໜັບສະໜຸນ ແກ່ພວກກະບົດກຸ່ມນີ້ ໃນແຜນການ ເພື່ອສ້າງຄວາມບໍ່ທຸ່ນທ່ຽງ ໃຫ້ແກ່ລັດຖະບານ ອີຣ່ານ.

ສະຫະລັດ ໄດ້ປະຕິເສດວ່າ ຕົນບໍ່ໄດ້ ໃຫ້ການສະໜັບສະໜຸນ ແກ່ກຸ່ມກະບົດ JUNDALLAH. ໃນມື້ວານນີ້ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແລະລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ໄດ້ປະນາມ ການໂຈມຕີ ທີ່ວ່ານີ້ ແລະຮຽກຮ້ອງໃຫ້ ນຳເອົາໂຕ ພວກທີ່ຮັບຜິດຊອບ ໃນການໂຈມຕີ ມາລົງໂທດ.

XS
SM
MD
LG