ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີ ສະລະຊີບ ໃນອີຣ່ານ


ການໂຈມຕີ ດ້ວຍລະເບີດ ສະລະຊີບ 2 ຄັ້ງ ຢູ່ນອກວັດ ທີ່ມີຊື່ສຽງແຫ່ງນຶ່ງ ຂອງສາສະໜາ ອິສລາມ ນິກາຍຊີໄອທ໌ ໃນພາກຕາເວັນອອກສຽງໃຕ້ ຂອງອີຣ່ານ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 22 ຄົນ ຮວມທັງພວກ ທີ່ໄປສວດມົນພາວະນາ ແລະ ສະມາຊິກ ຂອງກຳລັງພິທັກ ປະຕິວັດ ທີ່ມີອິດທິພົນ ຂອງອີຣ່ານ.

ການໂຈມຕີ ໃນຕອນເດິກ ຂອງຄືນວັນພະຫັດ ວານນີ້ ຍັງເຮັດໃຫ້ ມີຜູ້ໄດ້ຮັບບາດເຈັບ ຫຼາຍກວ່າ 100 ຄົນ ທີ່ວັດໃຫຍ່ເມືອງ SAHEDAN ຊຶ່ງເປັນເມືອງເອກ ຂອງແຂວງ SISTAN-BALUCHISTAN ແລະມີຂຶ້ນ ໃນຂະນະທີ່ ພວກຊີໄອທ໌ ສະເຫຼີມສະຫຼອງ ວັນເກີດຂອງ IMAM HUSSEIN ຫຼານຊາຍ ພະສາສະດາ ໂມຮຳມັດ. ນອກນັ້ນແລ້ວ ວັນດັ່ງກ່າວ ຍັງຖືກຈັດໄວ້ ໃນແຕ່ລະປີ ເພື່ອເປັນກຽດ ໃຫ້ແກ່ກຳລັງພິທັກ ປະຕິວັດ.

ເຈົ້າໜ້າທີ່ອີຣ່ານ ກ່າວວ່າ ຕົນຈະສືບຕໍ່ ທຳການສືບສວນ ທັງໆທີ່ກຸ່ມ ຫົວຮຸນແຮງ ມຸສລິມຊຸນນີ່ ໄດ້ອ້າງເອົາ ຄວາມຮັບຜິດຊອບ ກ່ຽວກັບການໂຈມຕີ ໃນຄັ້ງນີ້ ໂດຍລົງຂ່າວ ທາງເວັບໄຊທ໌. ກຸ່ມຫົວຮຸນແຮງ ຊຸນນີ່ ເວົ້າວ່າ ຕົນໄດ້ທຳການໂຈມຕີ ໃນຄັ້ງນີ້ ເພື່ອເປັນການແກ້ແຄ້ນ ຕໍ່ການທີ່ອີຣ່ານ ໄດ້ປະຫານຊີວິດ ຜູ້ນຳຂອງກຸ່ມ ນາຍ ABDOLMALEK RIGI ໃນເດືອນມິຖຸນາ ຜ່ານມາ. ອີຣ່ານ ໄດ້ຕັດສິນວ່າ ຜູ້ນຳກຸ່ມຫົວຮຸນແຮງ ຄົນນີ້ ເປັນຜູ້ກໍ່ການຮ້າຍ.

ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີຄລິນຕັນ ໄດ້ປະນາມ ການໂຈມຕີ ໃນມື້ວານນີ້. ທ່ານນາງ ໃຫ້ຂໍ້ສັງເກດວ່າ ຄວາມຮຸນແຮງ ໄດ້ເນັ້ນໃຫ້ເຫັນ ເຖິງຄວາມຈຳເປັນ ສຳລັບປະຊາຄົມໂລກ ຕ້ອງໄດ້ສືບຕໍ່ ການຕໍ່ສູ້ ກັບພວກກໍ່ການຮ້າຍ.

XS
SM
MD
LG