ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການວາງລະເບີດໂຈມຕີ ນັກວິທະຍາສາດອິຣ່ານ


ລະເບີດແຕກສັງຫານນັກວິທະຍາສາດ ຄົນນຶ່ງໃນກຸງເຕຮະຣ່ານ
ວັນທີ 29 ພະຈິກ 2010D
ລະເບີດແຕກສັງຫານນັກວິທະຍາສາດ ຄົນນຶ່ງໃນກຸງເຕຮະຣ່ານ ວັນທີ 29 ພະຈິກ 2010D








ໂທລະ​ພາບ​ແຫ່ງ​ລັດ​ຂອງ​ອິຣ່ານ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຢູ່ສອງ​ບ່ອນ​ໃນ​ກຸງ
Tehran ​ໄດ້​ສັງຫານ​ນັກວິທະຍາສາດ​ນີວ​ເຄລຍທີ່​ມີ​ຊື່​ສຽງຄົນນຶ່ງ​ ແລະ ​ອີກ​ຄົນ​ນຶ່ງ​ໄດ້​ຮັບ
ບາດ​ເຈັບ.

ລາຍ​ງານ​ເວົ້າ​ວ່າ ພວກ​ໂຈມ​ຕີ​ທີ່​ຂີ່​ລົດຈັກ​ມາ​ ໄດ້​ມັດ​ລະ​ເບີດ​ໃສ່​ລົດ​ຂອງ​ພວກນັກວິທະຍາ
ສາດ​ເຫລົ່າ​ນີ້​ໄວ້​ ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ໃນຂະນະ​ທີ່​ພວກ​ເຂົາເຈົ້າ​ກໍາ​ລັງ​ຂີ່​ລົດ​ໄປ​ການ​
ທີ່​ມະຫາ​ວີ​ທະຍາ​ໄລ Shahid Beheshti ​ໃນພາກເໜືອຂອງ​ກຸງ​ເຕຮະຣ່ານ.

ລະ​ເບີກ​ລູກ​ນຶ່ງ​ ​ໄດ້​ເອົາ​ຊີວິດ​ທ່ານ Majid Shahriari ນັກວິທະຍາສາ​ດນີວ​ເຄລຍອິຣ່ານ
ແລະ​ພັນ​ລະ​ຍາ​ຂອງ​ທ່ານ​ທີ່​ຂີ່​ລົດ​ໄປ​ນໍາກັນນັ້ນ ໄດ້​ຮັບ​ບາດ​ເຈັບ.

ລະ​ເບີດ​ອີກ​ລູກ​ນຶ່ງ​ໄດ້​ເຮັດ​ໃຫ້​ທ່ານ Fereidoun Abbasi ນັກວິທະຍາສາດນີວ​ເຄລຍ ພ້ອມ
ດ້ວຍ​ພັນ​ລະ​ຍາ ​ໄດ້​ຮັບ​ບາດ​ເຈັບ.

ພວກ​ໂຈມ​ຕີ​ໄດ້​ສັງຫານນັກວິ​ທະຍາ​ສາດ​ນີວ​ເຄລຍຂອງ​ອິຣ່ານ ຢ່າງ​ນ້ອຍ 2ຄົນ​ແລ້ວ ໃນ​
ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

ພວກ​ປະ​ເທດ​ຕາ​ເວັນ​ຕົກ​ກ່າວ​ຫາ​ອິຣ່ານວ່າ ຊອກ​ຫາ​ເທັກ​ໂນ​ໂລ​ຈີນີວ​ເຄລຍ​ເພື່ອ​ຜລິດ​ອາ
ວຸດ​ນີວ​ເຄລຍ ອັນ​ເປັນ​ການ​ກ່າວ​ຫາ​ທີ່​ກຸງ​ເຕຮະຣ່ານປະຕິ​ເສດ​.

XS
SM
MD
LG