ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕັ້ງຂໍ້ກ່າວຫາ ຕໍ່ນັກລັກເຈາະ ຂໍ້ມູນຊາວ ອີຣ່ານ


ທ່ານ ເຄຊີ ບລອຍສ໌ ປະທານ ຮັບຜິດຊອບ ເລື່ອງລາຍການ ຂອງໂທລະພາບ HBO ເຂົ້າຮ່ວມເປັນຄະນະກຳມະການ ໃນລະຫວ່າງ ການຖະແຫຼງຂ່າວ ລະດູຮ້ອນ ຂອງສະມາຄົມ ນັກວິຈານໂທລະພາບ HBO ທີ່ເມືອງເບເວີລີ ຮິລສ໌ ລັດ ຄາລິຟໍເນຍ. 26 ກໍລະກົດ, 2017.
ທ່ານ ເຄຊີ ບລອຍສ໌ ປະທານ ຮັບຜິດຊອບ ເລື່ອງລາຍການ ຂອງໂທລະພາບ HBO ເຂົ້າຮ່ວມເປັນຄະນະກຳມະການ ໃນລະຫວ່າງ ການຖະແຫຼງຂ່າວ ລະດູຮ້ອນ ຂອງສະມາຄົມ ນັກວິຈານໂທລະພາບ HBO ທີ່ເມືອງເບເວີລີ ຮິລສ໌ ລັດ ຄາລິຟໍເນຍ. 26 ກໍລະກົດ, 2017.

ບັນດາໄອຍະການ ສະຫະລັດ ໄດ້ຕັ້ງຂໍ້ຫາຕໍ່ຄົນ ອີຣ່ານ ຜູ້ນຶ່ງ ກ່ຽວກັບການລັກເຈາະ
ເຂົ້າລະບົບຄອມພິວເຕີຂອງໂທລະພາບເຄໂບຊ່ອງ HBO ໃນຕົ້ນປີນີ້, ດ້ວຍການລັກ
ເອົາຂໍ້ມູນ ກ່ຽວກັບ ລາຍການທີ່ມີ ຄວາມນິຍົມຊື່ວ່າ “Game of Thrones” ແລະໄດ້
ພະຍາຍາມທີ່ຈະ ຂູ່ເອົາເງິນ ຫຼາຍລ້ານໂດລາຈາກບໍລິສັດດັ່ງກ່າວ.

ໃນການຟ້ອງຮ້ອງເມື່ອວັນອັງຄານວານນີ້, ບັນດາໄອຍະການໄດ້ກ່າວວ່າ ທ້າວ
ເບຊາດ ເມສຣີ ອາຍຸ 29 ປີມີສາຍພົວພັນກັບກອງທັບ ອີຣ່ານ ແລະ ເປັນສະມາຊິກ
ຂອງກຸ່ມລັກເຈາະຂໍ້ມູນ ທີ່ມີຫ້ອງການໃນປະເທດ ອີຣ່ານ ຊື່ວ່າກຸ່ມຮັກສາຄວາມປອດ
ໄພ Turk Black Hat.

ທ້າວ ເມສຣີ ໄດ້ລັກຂໍ້ມູນທີ່ສຳຄັນລວມມີ ວິດີໂອຕົ້ນສະບັບຫຼາຍ ເລື່ອງຂອງບໍລິສັດ
HBO ທີ່ຍັງບໍ່ໄດ້ອອກອາກາດເທື່ອ, ບົດຄວາມ ແລະ ບົດສະຫຼຸບແຜນການ ກ່ຽວກັບ
ຕອນຕ່າງໆຂອງຮູບເງົາ “Game of Thrones” ແລະ ຂໍ້ມູນຕິດຕໍ່ປິດລັບຂອງນັກສະ
ແດງ ແລະ ທີມງານ, ອີງຕາມການຟ້ອງຮ້ອງ. ທ້າວ ເມສຣີ ໄດ້ອ້າງວ່າ ລາວໄດ້ລັກຂໍ້
ມູນຂະໜາດ 1.5 ເທຣາໄບທ໌ ຈາກບໍລິສັດ HBO.

ໃນທ້າຍເດືອນກໍລະກົດທີ່ຜ່ານມາ, ທ້າວ ເມສຣີ ໄດ້ສົ່ງອີເມລໄປຫາບັນດາຜູ້ບໍລິຫານ
ງານຂອງບໍລິສັດ HBO ຫຼາຍເທື່ອ, ຂົ່ມຂູ່ວ່າລາວ ຈະເປີດເຜີຍຂໍ້ມູນທີ່ສຳຄັນ ຖ້າບໍລິ
ສັດບໍ່ຈ່າຍເງິນໃຫ້ລາວ 5 ລ້ານ 5 ແສນໂດລາໃນສະກຸນເງິນດີຈິຕໍລ Bitcoin, ຕໍ່ມາ
ລາວໄດ້ຂຶ້ນເງິນຄ່າ ໄຖ່ເປັນ 6 ລ້ານໂດລາ.

ລາວໄດ້ຖືກກ່າວຫາຂຽນໃນອີເມລທີ່ບໍ່ອອກຊື່ສະບັບນຶ່ງວ່າ “ສະບາຍດີພວກຂີ້ແພ້ທັງ
ຫຼາຍ. ແມ່ນແລ້ວ, ມັນແມ່ນຄວາມຈິງ. ບໍລິສັດ HBO ຖືກລັກເຈາະຂໍ້ມູນ. ລະວັງຫົວ
ໃຈວາຍ.” ອີກຂໍ້ຄວາມນຶ່ງຂອງລາວ ທີ່ລາວໄດ້ເວົ້າຂີ້ໂມ້ກໍແມ່ນ “ບໍລິສັດ HBO ແມ່ນ
ນຶ່ງໃນເປົ້າໝາຍທີ່ຫຍຸ້ງ ຍາກທັງຫຼາຍທີ່ພວກເຮົາໄດ້ຮັບມືນຳ ແຕ່ພວກເຮົາ ກໍປະສົບ
ຄວາມສຳ ເລັດ.”

ຫຼັງຈາກ HBO ໄດ້ປະຕິເສດທີ່ຈະຈ່າຍເງິນນັ້ນ, ທ້າວ ເມສຣີ ຖືກກ່າວຫາວ່າໄດ້ເປີດ
ເຜີຍບາງພາກສ່ວນຂອງວິດີໂອທີ່ຖືກລັກໄປ ແລະ ບົດເລື່ອງ 5 ບົດຈາກຮູບເງົາ
Game of Thrones ໃນເວັບໄຊທ໌ ທີ່ລາວຄວບຄຸມ. ທ້າວ ເມສຣີ ບໍ່ໄດ້ຖືກຈັບກຸມ,
ແລະ ປະເຊີນກັບ ຂໍ້ກ່າວຫາຫຼາຍຂໍ້, ລວມທັງການສໍ້ໂກງທາງການເງິນ ເຊິ່ງມີໂທດຈຳ
ຄຸກສູງສຸດ 20 ປີ ແລະ ກະທົງນຶ່ງກ່ຽວກັບ ການລັກເຈາະຂໍ້ມູນຄອມພິວເຕີ, ເຊິ່ງອາດ
ຖືືກລົງໂທດຈຳຄຸກເຖິງ 5 ປີ.

ການຟ້ອງຮ້ອງແມ່ນນຶ່ງໃນຫຼາຍຄະດີທີ່ປະກອບມີຜູ້ຕ້ອງສົງໄສ ອີຣ່ານ ທີ່ບັນດາໄອ
ຍະການມີແຜນຈະປະກາດໃນບໍ່ເທົ່າໃດເດືອນຈະມາເຖິງນີ້, ເຊິ່ງໜັງສືພິມ ວໍຊິງຕັນ
ໂພສ ໄດ້ລາຍງານໃນວັນອາທິດແລ້ວ ນີ້, ໂດຍອ້າງເຖິງພວກທີ່ຄຸ້ນເຄີຍກັບບັນຫາດັ່ງ
ກ່າວ. ໃນເດືອນກໍລະ ກົດທີ່ຜ່ານມາ, ກະຊວງຍຸຕິທຳ ໄດ້ຟ້ອງຮ້ອງຊາວ ອີຣ່ານ 2 ຄົນ
ໃນການລັກເຈາະຂໍ້ມູນຂອງບໍລິສັດ ຊັອຟແວ ຄອມພິວເຕີທີ່ມີຫ້ອງການ ຕັ້ງຢູ່ລັດ
ເວີມັອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG