ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ່ຣ່ານ ປະສົບຜົນສຳເລັດ ໃນການທົດລອງ ລູກສອນໄຟ ຂີປະນາວຸດ


ລູກສອນໄຟ Khoramshahr ຂອງອີ່ຣ່ານ ກຳລັງນຳອອກສະແດງ ຢູ່ໃນພິທີສວນສະໜາມກອງທັບ.
ລູກສອນໄຟ Khoramshahr ຂອງອີ່ຣ່ານ ກຳລັງນຳອອກສະແດງ ຢູ່ໃນພິທີສວນສະໜາມກອງທັບ.

ສື່ມວນ​ຊົນ​ຂອງລັດຖະບານ ​ກ່າວ​ວ່າ ອີ່ຣ່ານ​ໄດ້​ປະສົບ​ຜົນສຳ​ເລັດ ໃນການ​ທົດ​ລອງ
​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ໄລຍະ​ກາງຊະ​ນິດ​ໃໝ່ທີ່​ໄດ້​ນຳ​ອອກສະ​ແດງ​ຢູ່​ໃນ​ການ​ເດີນ​ສວນສະໜາມຂອງ​ພວກ​ທະຫານ ​ໃນ​ວັນ​ສຸກ​ວານ​ນີ້.

​ໂທລະພາບ​ລັດ​ຖະບານອີ​ຣ່ານ ໄດ້​ອອກ​ຂ່າວ​ກ່ຽວ​ກັບ​ການ​ທົດ​ລອງ ​ແລະ​ ວີ​ດີ​ໂອການ
ບິນ ຈາກ​ຫົວ​ຂອງ​ລູກ​ສອນ​ໄຟ​ໃນ​ວັນ​ເສົາ​ມື້​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ຍັງບໍ່ທັນເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ Khor-
ramshahr ​ໄດ້​ມີ​ຂຶ້ນ​ໃນ​ເວລາ​ໃດແລະ​ຢູ່​ໃສກັນ​ແທ້. ລູກ​ສອນ​ໄຟ​ນີ້ມີ​ລັດສະໝີ
2,000 ກິ​ໂລ​ແມັດ ​ແລະ​ມີ​ສະມັດ​ຖະພາບ​ບັນທຸກ​ຫົວລະ​ເບີດ​ໄດ້​ຫລາຍ​ລູກ.

ປະທານາທິບໍດີ Hassan Rouhani ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ ຢູ່ທີ່​ພິທີ​ເດີນ​ສວນສະໜາ​ມ
ຂອງ​ພວກທະຫານ​ວ່າ ອີ່ຣ່ານຈະ​ເສີມຂະຫຍາຍໂຄງການ​ລູກ​ສອນ​ໄຟ​ຂອງ​ຕົນ ​ໂດຍ​ບໍ່
​ຕ້ອງ​ຂໍອະນຸຍາດ​ຈາກ​ປະ​ເທດໃດໆ.

ວໍ​ຊິງ​ຕັນ ມີ​ທ່າ​ທາງ​ວ່າ ຈະ​ບໍ່ພໍ​ໃຈກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟໃໝ່​ໃດໆ.

ອີ່ຣ່ານ​ໄດ້​ເຊັນຂໍ້ຕົກ​ລົງ​ກັບ​ຫົກ​ປະ​ເທດ​ມະຫາ​ອຳນາດ ປະກອບ​ມີ ຣັດ​ເຊຍ ຈີນ ຝຣັ່ງ ​
ເຢຍຣະມັນ ອັງກິດ ​ແລະ​ສະຫະລັດ ​ເພື່ອ​ຈຳກັດ​ໂຄງການ​ນິວ​ເຄລຍຂອງ​ຕົນ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ
ອີ່ຣ່ານ “​ແມ່ນຈະ​ແຈ້ງຜິດ​ຕໍ່” ​ຄວາມ​ຄາດໝາຍ ​ພາຍ​ໃຕ້ຂໍ້​ຕົກລົງ​ນິວ​ເຄລຍປີ 2015.

​ໃນ​ຂະນະ​ທີ່​ບັນດາ​ຜູ້​ກວດກາ​ສາກົນ ​ໄດ້​ພົບ​ເຫັນ​ວ່າ​ ອີ່ຣ່ານປະຕິບັດ​ຕາມ​ຂໍ້​ບັງຄັບ
ເພື່ອ​ຈຳກັດ​ໂຄງການ​ນິວ​ເຄລຍຂອງ​ຕົນ ທ່ານ Tillerson ​ໄດ້​ກ່າວ​ວ່າ​ອີ່ຣ່ານກຳລັງ​
ລະ​ເມີດ​ພາສາ ກ່ຽວ​ກັບສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກພື້ນ ໂດຍອ້າງເຖິງ ​ໂຄງ
ການລູກ​ສອນ​ໄຟ ​ແລະ​ການ​ໃຫ້​ຄວາມ​ສະໜັບສະໜູນ ຕໍ່ ປະທານາທິບໍດີ​ຊີ​ເຣຍ ທ່ານ
Bashar al-Asad ​ຂອງ​ອີຣ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Iran Missile
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG