ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ສະໜັບສະໜຸນ ອີຣັກ ໃນການຮຽກຮ້ອງໃຫ້ຍຸຕິການ​ມີ​ໜ້າ ກອງກໍາລັງທີ່ນໍາໂດຍສະຫະລັດ


ກອງກໍາລັງຂອງອິຣັກ ຂັບພາຫະນະຫຸ້ມເກາະຂອງພວກເຂົາເຈົ້າ ແລ່ນຜ່ານປະຕູຂົງແຫ່ງໄຊຊະນະ ໃນລະຫວ່າງຂະບວນແຫ່ ເນື່ອງໃນໂອກາດວັນກອງທັບ ໃນນະຄອນຫຼວງແບັກແດດ, ວັນທີ 6 ມັງກອນ 2024.
ກອງກໍາລັງຂອງອິຣັກ ຂັບພາຫະນະຫຸ້ມເກາະຂອງພວກເຂົາເຈົ້າ ແລ່ນຜ່ານປະຕູຂົງແຫ່ງໄຊຊະນະ ໃນລະຫວ່າງຂະບວນແຫ່ ເນື່ອງໃນໂອກາດວັນກອງທັບ ໃນນະຄອນຫຼວງແບັກແດດ, ວັນທີ 6 ມັງກອນ 2024.

ອີຣ່ານ, ໃນວັນຈັນວານນີ້ ໄດ້ເພີ້ມ​ນ້ຳ​ໜັກຂອງຕົນ ໃສ່ການຮຽກຮ້ອງ ຂອງປະເທດເພື່ອນບ້ານອີຣັກ ໃຫ້ຂັບໄລ່​ທະ​ຫານ​ແນວ​ໂຮມຕໍ່ຕ້ານພວກຈີຮາດີ ທີ່ນຳພາໂດຍສະຫະລັດ ອອກຈາກດິນແດນຂອງຕົນ ຫຼັງຈາກການໂຈມຕີຂອງສະຫະລັດ ໄດ້ສັງຫານຜູ້ບັນຊາການ ທີ່ສະໜັບສະໜຸນອີຣ່ານຄົນນຶ່ງ ໃນນະ ຄອນຫຼວງແບັກແດດ, ອີງຕາມລາຍງານຂອງອົງການຂ່າວ AFP.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ນາສເຊີ ການານີ (Nasser Kanani) ກ່າວ​ຕໍ່ກອງ​ປະ​ຊຸມ​ນັກຂ່າວວ່າ "ກ່ຽວກັບ ​ອີຣັກ ​ແລະ​ການ​ກະທຳ​ທີ່​ລັດຖະບານ​ອາ​ເມຣິ​ກາດຳ​ເນີນ​ເມື່ອບໍ່ດົນ​ມາ​ນີ້, ລັດຖະບານ​ອີຣັກ​ໄດ້​ປະກາດ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ທ່າ​ທີ​ຂອງ​ຕົນ.”

ທ່ານການານີ ກ່າວ​ວ່າ ອີ​ຣ່ານມີ​ຄວາມ​ໝັ້ນ​ໃຈ​ທີ່​ປະ​ເທດ​ເພື່ອນບ້ານມີ "ຄວາມ​ສາມາດ, ຄວາມເຂັ້ມແຂງ ​ແລະ ​ອຳນາດ​ທີ່​ຈຳ​ເປັນ​ ເພື່ອຮັກສາ​ຄວາມ​ໝັ້ນຄົງ" ຢູ່​ໃນ​ດິນ​ແດນ​ຂອງ​ຕົນ​ພຽງຜູ້​ດຽວ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສະ​ແດງ​ຄວາມຄິດ ​ຊໍ້າແລ້ວຊໍ້າອີກ ​ຕໍ່ການ​ປົກຄອງ​ຂອງ​ບັນດາ​ປະ​ເທດຢູ່​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ອີຣັກ, ​ແລະໄດ້​ປະກາດ​ວ່າ ການ​ມີກອງ​ກຳລັງ​ຂອງ​ອາ​ເມຣິ​ກາ​ໃນ​ຮູບ​ແບບ​ໃດໆກໍຕາມ ​ຈະ​ບໍ່​ໄດ້​ຊ່ວຍ​ຮັກສາ​ສະຖຽນ​ລະ​ພາບ ​ແລະ​ສັນຕິພາບໄດ້ເລີຍ.”

ທຳນຽບຫ້າ​ແຈກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ບໍ່ມີ​ແຜນ​ທີ່​ຈະ​ຖອນ​ທະຫານ​ປະມານ 2,500 ຄົນ​ອອກ​ຈາກ​ອີຣັກ, ​ເຖິງ​ແມ່ນແບັກ​ແດດ​ຈະ​ປະກາດ​ໃນ​ອາທິດ​ແລ້ວ​ນີ້​ວ່າ ພວກເຂົາຈະ​ເລີ້ມ​ດໍາເນີນການ​ຖອນກອງ​ກຳລັງ​ປະສົມ​ທີ່​ນຳພາ​ໂດຍ​ສະຫະ ລັດອອກ​ຈາກ​ປະ​ເທດກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG