ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຈາກກຸ່ມຕ່າງໆທີ່ໜຸນຫຼັງໂດຍ ອີຣ່ານ ໄດ້ຜ່ອນຄາຍລົງ ນັບແຕ່ສະມາຊິກທະຫານຂອງສະຫະລັດ ຖືກສັງຫານ 3 ຄົນ


ໃນຮູບທີ່ຖ່າຍເມື່ອວັນທີ 24 ກຸມພາ 2024 ນີ້, ເຊິ່ງເຜີຍແຜ່ໂດຍກອງບັນຊາການສະຫະລັດໃນພາກຕາເວັນອອກກາງ, ເຮືອບິນລົບຂອງສະຫະລັດ ກໍາລັງບິນອອກຈາກຖານເຮືອບິນ ເທິງກໍໍາປັ່ນບັນທຸກເຮືອບິນ USS Eisenhower ຢູ່ບໍລິເວນຂົງເຂດທະເລແດງ ໃນລະຫວ່າງການປະຕິບັດງານຕໍ່ເປົ້າໝາຍຂອງກຸ່ມກະບົດຮູຕີ.
ໃນຮູບທີ່ຖ່າຍເມື່ອວັນທີ 24 ກຸມພາ 2024 ນີ້, ເຊິ່ງເຜີຍແຜ່ໂດຍກອງບັນຊາການສະຫະລັດໃນພາກຕາເວັນອອກກາງ, ເຮືອບິນລົບຂອງສະຫະລັດ ກໍາລັງບິນອອກຈາກຖານເຮືອບິນ ເທິງກໍໍາປັ່ນບັນທຸກເຮືອບິນ USS Eisenhower ຢູ່ບໍລິເວນຂົງເຂດທະເລແດງ ໃນລະຫວ່າງການປະຕິບັດງານຕໍ່ເປົ້າໝາຍຂອງກຸ່ມກະບົດຮູຕີ.

ການ​ໂຈມ​ຕີ​ຂອງກຸ່ມຕ່າງໆ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ໂດຍ​ອີ​ຣ່ານ ​ໄດ້​ຜ່ອນຄາຍ​ລົງ ​ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໃນ​ເດືອນ​ມັງ​ກອນ​ທີ່ຜ່ານມາ ເຊິ່ງ​ໄດ້​ສັງຫານ​ທະຫານ​ສະຫະລັດ 3 ຄົນ​ໃນ ​ຈໍ​ແດັນ ໃກ້​ກັບ​ຊາຍ​ແດນ ​ຊີ​ເຣຍ.

ມີພຽງການໂຈມຕີເລັກນ້ອຍສອງຄັ້ງ ນັບແຕ່​ວັນ​ທີ 2 ກຸມພາ​ແລ້ວນີ້, ​ເມື່ອ​ສະຫະລັດ ​ໄດ້​ບຸກ​ໂຈມ​ຕີ​ຕອບ​ໂຕ້​ໃສ່​ເປົ້າ​ໝາຍຕ່າງໆໃນ ​ຊີເຣຍ ​ແລະ ອີຣັກ.

ແຕ່​ບັນດາ​ສະມາຊິກ​ສະພາ​ຂອງ​ສະຫະລັດ ​ໄດ້ອອກມາ​ເຕືອນ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ງຽບສະຫງົບລົງ​ດັ່ງກ່າວ ​ບໍ່​ໄດ້ໝາຍຄວາມວ່າຈະ​ຫຼຸດ​ຄວາມ​ສ່ຽງ​ກ່ຽວ ກັບ​ຄວາມ​ຂັດ​ແຍ້​ງຢູ່ໃນພາກພື້ນລົງ.
ທ່ານເບັນ ຄາດີນ (Ben Cardin) ປະທານຄະນະກຳມາທິການພົວພັນການ ຕ່າງປະເທດຂອງສະພາສູງກ່າວໃນວັນພຸດວານນີ້ວ່າ “ອີຣ່ານ ບໍ່ມີຄຳສັ່ງ ແລະ ບໍ່ມີການຄວບຄຸມການປະຕິບັດງານຂອງພວກເຂົາຢ່າງຄົບຖ້ວນ, ນັ້ນໄດ້ເຮັດ ໃຫ້ສະຖານະການນີ້ກາຍເປັນສະຖານະການທີ່ມີຄວາມລໍ່ແຫຼມຫຼາຍ, ອັນທີນຶ່ງ ແມ່ນຮຽກຮ້ອງໃຫ້ມີການນຳພາຂອງສະຫະລັດຢ່າງລະມັດລະວັງ, ຄວາມສ່ຽງ ຂອງການຄິດໄລ່ທີ່ບໍ່ຖືກຕ້ອງບໍ່ພຽງແຕ່ຈະນໍາໄປສູ່ການໂຈມຕີທີ່ຮ້າຍແຮງຕໍ່ ສະມາຊິກທະຫານຂອງສະຫະລັດເທົ່ານັ້ນ ແຕ່ມັນສາມາດນໍາໄປສູ່ສົງຄາມຢ່າງ ເຕັມອັດຕາຢູ່ໃນພາກພື້ນອີກດ້ວຍ.”

ກອງທັບ​ສະຫະລັດກ່າວ​ວ່າ ສະຫະລັດ ​ແລະກອງ​ກຳລັງ​ປະສົມ ​ໄດ້​ຍິງ​ເຮືອບິນ ບໍ່ມີຄົນຂັບຂອງກຸ່ມກະບົດຮູຕີຕົກ 5 ​ລຳໃນ​ວັນອັງຄານແລ້ວນີ້ ຢູ່​ບໍລິເວນຂົງ ເຂດທະ​ເລ​ແດງ.

ກອງບັນຊາການຂອງສະຫະລັດໃນພາກຕາເວັນອອກກາງກ່າວວ່າ ເຮືອບິນບໍ່ມີ ຄົນຂັບດັ່ງກ່າວນັ້ນ ຖືກປ່ອຍອອກມາຈາກ ເຢເມນ ເຊິ່ງຄວບຄຸມໂດຍພວກ ກະບົດທີ່ໜຸນຫຼັງໂດຍ ອີຣ່ານ ແລະ ເຮືອບິນບໍ່ມີຄົນຂັບດັ່ງກ່າວນັ້ນ “ໄດ້ສະ ແດງເຖິງໄພຂົ່ມຂູ່ທີ່ໃກ້ຈະເກີດຂຶ້ນຕໍ່ກຳປັ່ນບັນທຸກສິນຄ້າ ພ້ອມທັງກອງທັບເຮືອ ສະຫະລັດ ແລະກຳປັ່ນຂອງກອງກໍາລັງປະສົມຢູ່ໃນພາກພື້ນ.”

ການໂຈມ​ຕີ​ຄັ້ງ​ນັ້ນ ແມ່ນການ​ປະຕິບັດງານຄັ້ງຫຼ້າ​ສຸດ​ໃນຮອບ​ຫຼາຍ​ເດືອນ​ຂອງ​ການ​ເຄື່ອນໄຫວເພື່ອ​ຕ້ານ​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມກະບົດຮູຕີ ທີ່ຕໍ່​ຕ້ານຂະບວນ ກຳ​ປັ່ນ​ຢູ່ບໍລິເວນ​ທະ​ເລ​ແດງ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG