ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດໃຫ້ຄວາມສຳຄັນແກ່ ອົງການຈັດຕັ້ງ ພົນລະເຮືອນ


ໃນຄຳປາໃສຂອງທ່ານນາງລັດຖະມົນຕີຕ່າງປະເທດ ຮິລແລຣີ ຄລິນຕັນ ໃນກອງປະຊຸມຂອງປະຊາຄົມ ພວກປະເທດປະຊາທິປະໄຕ ທີ່ເມືອງ Krakow ປະເທດໂປແລນດ໌ນັ້ນ ທ່ານນາງໄດ້ກ່າວເຖິງຄວາມ ສຳຄັນຂອງອົງການພົນລະເຮືອນທັງຫລາຍທີ່ບໍ່ຂື້ນກັບລັດຖະບານທີ່ເຂັ້ມແຂງ ເພື່ອຈະນຳໄປສູ່ ຄວາມຈະເຣີນຮຸ່ງເຮືອງ ແລະ ມີສັງຄົມທີ່ເປັນປະຊາທິປະໄຕນັ້ນ ແມ່ນທຸກຝ່າຍຈະຕ້ອງມີເສລີພາບທີ່ຈະມາເຕົ້າ ໂຮມກັນເພື່ອສະໜັບສະໜູນ ແລະປຸກ ປັ່ນ ເພື່ອເຕຶອນສະຕິພວກທີ່ໄວ້ວາງໃຈກັບການປົກຄອງທີ່ພວກເຂົາເຈົ້າໄດ້ຮັບສິດທິອຳນາດຈາກພວກປົກຄອງນັ້ນ.

ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນໄດ້ກ່າວອ້າງວ່າຫລາຍໆ ລັດຖະບານຢູ່ໃນທົ່ວໂລກກຳລັງ ພາກັນນຳໃຊ້ຄີມໜີບເຫລັກ ເພື່ອທັບມ້າງ ທຳລາຍສັງຄົມພົນລະເຮືອນ ແລະຈິດວິນຍານຂອງມະນຸດ. ນຶ່ງໃນປະເທດເຫລົ່ານັ້ນກໍຄືອິຣ່ານ.

ລັດຖະບານອິຣ່ານແມ່ນໄດ້ຫັນຫລັງໃຫ້ກັບປະເພນີທີ່ອຸດົມສົມບູນຂອງສັງຄົມພົນລະເຮືອນກະທຳຮຸນແຮງດ້ານສິດທິມະນຸດຢ່າງຜິດກົດໝາຍຕໍ່ຕ້ານ ພວກນັກເຄຶ່ອນໄຫວ ແລະສາມັນຊົນຕ່າງໆທີ່ຕ້ອງການສິດທິ ຂອງພວກເຂົາເຈົ້າຖືກຮັບຮູ້ຮັບຟັງ. ໃນລາຍງານທີ່ອອກມາເມື່ອເດືອນຜ່ານມານັ້ນ ອົງການນິລະໂທດກຳ ສາກົນໄດ້ເກັບບັນທຶກການກວາດລ້າງຂອງລັດຖະບານທີ່ກຳລັງເຕີບໂຕຂື້ນນັບມື້ ຕໍ່ສັງຄົມພົນລະເຮືອນ ຂອງຊາວອິຣ່ານ ພວກນັກຂ່າວ ພວກຕໍ່ສູ້ ສິດທິມະນຸດ ແລະສິດທິວັທະນະທຳ ພວກນັບຖືສາສໜາ ສ່ວນນ້ອຍ ແລະພວກນັກເຄຶ່ອນໄຫວສິດທິຂອງແມ່ຍິງ ທີ່ເກີດ ຂື້ນຢູ່ໃນອີຣ່ານລະຍະຂອງປີຜ່ານມານີ້. ໃນລາຍງານສະບັບດັ່ງກ່າວເວົ້າວ່າ ປະຊາຊົນ ອິຣ່ານຫລາຍກວ່າ 5 ພັນຄົນຖືກຈັບກຸມ ນັບຕັ້ງແຕ່ການ ເລືອກຕັ້ງເມື່ອເດືອນມິຖຸນາປີ 2009 ຜ່ານມາ ທີ່ກາຍເປັນຫົວຂໍ້ຂັດແຍ້ງກັນນັ້ນ ແລະມີຫລາຍໆຄົນຖືກທໍລະມານ. ທ່ານ Claudio Cordone ເລຂາທິການໃຫຍ່ຊົ່ວຄາວຂອງອົງການນິລະໂທດກຳສາກົນ ກ່າວວ່າ ເວລານີ້ລັດຖະບານອິຣ່ານແມ່ນມີເຈດຕະນາທີ່ຈະປິດປາກສຽງວິພາກ ວິຈານຂອງພວກທີ່ບໍ່ໃຈ ລັດຖະບານທັງຫລາຍນັ້ນຢູ່.

ໃນຄຳປາໃສຂອງທ່ານນາງ ທີ່ເມືອງ Krakow ປະເທດໂປແລນດ໌ນັ້ນ ທ່ານນາງລັດຖະມົນຕີຕ່າງປະເທດ ຄລິນຕັນໃຫ້ຂໍ້ສັງເກດວ່າ ການປາບປາມ ຮາວີຂອງລັດຖະບານຕໍ່ພວກກຸ່ມ ແລະສ່ວນບຸກຄົນທີ່ເປັນອິສະລະ ນັ້ນ ສະແດງໃຫ້ເຖິງຄວາມຢ້ານກົວຂອງຜູ້ປົກຄອງທີ່ບໍ່ຖືກຕ້ອງຕາມຕົວບົດ ກົດໝາຍ ຄວາມຂີ້ຂາດຕາຂາວ ຂອງພວກເຫລົ່ານັ້ນທີ່ບໍ່ຍອມຮັບຮູ້ ການພິທັກປົກປ້ອງຕ່າງໆຂອງປະຊາຊົນຂອງຕົນ ທີ່ພວກເຂົາເຈົ້າສົມຄວນ ຈະໄດ້ຮັບນັ້ນ.

ປະທານາທິບໍດີ ບາຣັກ ໂອບາມາ ເຄີຍໄດ້ກ່າວໄວ້ວ່າ ຄວາມພິລາດ ອາດຫານຂອງຊາວອິຣ່ານຕໍ່ໜ້າ ການປາບປາມຢ່າງໂຫດຮ້າຍປ່າເຖື່ອນນັ້ນ ບໍ່ໄດ້ເປັນສິ່ງດົນໃຈໃດໆເລີຍ ແລະຕຸກເຕືອນພວກເຮົາຂອງການເຄຶ່ອນໄຫວດ້ານປະຊາທິປະໄຕ ທີ່ໄດ້ນຳມາຊຶ່ງຄວາມເຄົາລົບນັບຖື ແລະເສລີພາບ ອັນຍິ່ງໃຫຍ່ ກວ່າ ສຳຫລັບສິດທິສາກົນແກ່ທຸກໆພາກສ່ວນຂອງໂລກ ທ່ານໂອບາມາ ກ່າວອີກວ່າ ຢູ່ໃນອິຣ່ານແລະໃນທົ່ວໂລກນັ້ນ ສະຫະລັດ ແມ່ນຈະສືບຕໍ່ຢືນຢັດຢູ່ກັບພວກໃດທີ່ຕ້ອງການຄວາມຍຸຕິທຳ ແລະຄວາມຈະເຣີນກ້າວໜ້າ ແລະສິດທິແລະສັກສີຂອງໝົດທຸກຄົນນັ້ນຕະຫລອດໄປ.

XS
SM
MD
LG