ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີ​ຣ່ານ​ ຈັບ​ນັກ​ຂ່າວ ທີ່​ເປີດ​ເຜີຍ​ການ​ສໍ້​ລາດບັງ​ຫລວງ​ ໃນ​ຂະ​ນະ​ທີ່ ເວົ້າ​ວ່າ 'ຍິນ​ດີ​ຮັບ' ຄຳ​ຕຳ​ໜິ ຂອງ​ສື່ມວນ​ຊົນ


ພາບ​ທີ່​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ​ອອນ​ລາຍ ສະ​ແດງ​ໃຫ້​ເຫັນ​ວ່າ ນັກຂ່າວມາຊຸດ ຄາເຊີມີ (Masoud Kazemi) ຖືກ​ໃສ່​ກັບ​ມື ພາຍ​ຫລັງ​ຖືກ​ຈັບຢູ່​ນະ​ຄອນ​ເຕ​ຫະ​ຣ່ານ​ໃນ​ວັນ​ທີ 22 ພຶດ​ສະ​ພາ, 2019
ພາບ​ທີ່​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ​ອອນ​ລາຍ ສະ​ແດງ​ໃຫ້​ເຫັນ​ວ່າ ນັກຂ່າວມາຊຸດ ຄາເຊີມີ (Masoud Kazemi) ຖືກ​ໃສ່​ກັບ​ມື ພາຍ​ຫລັງ​ຖືກ​ຈັບຢູ່​ນະ​ຄອນ​ເຕ​ຫະ​ຣ່ານ​ໃນ​ວັນ​ທີ 22 ພຶດ​ສະ​ພາ, 2019

ນັກ​ຂ່າວ​ຊາວ​ອີ​ຣ່ານຄົນ​ນຶ່ງ ທີ່​ຂຽນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ ​ຂອງລັດ​ຖະ​ບານນັ້ນ ຖືກ​ຈັບ​ເປັນ​ຄັ້ງ​ທີ​ສອງ​ແລ້ວ ໃນ​ຮອບ 6 ເດືອນຜ່ານ​ມາ ຊຶ່ງ​ເກີດ​ຂຶ້ນ​ໃນ​ມື້​ດຽວ​ກັນ ກັບ​ມື້ທີ່​ຫົວ​ໜ້າ​ຝ່າຍ​ຕຸ​ລາ​ການ ​ຂອງ​ອີ​ຣ່ານ ເວົ້າ​ວ່າ ທ່ານ​ຍິນ​ດີ​ໃຫ້ອົງ​ການຂ່າວ​ກ່າວ​ຕຳ​ໜິ​ໄດ້.

ຢູ່​ໃນລາຍ​ງານອັນ​ນຶ່ງ ໃນ​ຈຳ​ນວນ​ຂ່າວທີ່​ຂັດ​ກັນ​ຫລາຍ​ໆອັນ​ນັ້ນ, ອົງ​ການ​ຂ່າວ IRNA ເວົ້າ​ວ່າ​ ນັກ​ຂ່າວມາ​ຊຸດ ຄາ​ເຊີ​ມີ (Masoud Kazemi) ຖືກ​ຈັບ​ໃນ​ວັນ​ພຸດ​ວານນີ້ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ຮ່ວມ​ ການ​ຮັບ​ຟັງ​ຄະ​ດີ​ຢູ່​ສານ​ ແຫ່ງ​ນຶ່ງໃນ​ນະ​ຄອນ​ເຕ​ຫະ​ຣ່ານ​. ອົງ​ການ​ຂ່າວ IRNA ຍັງ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ ​ຂອງ​ທະ​ນາຍ​ຄວາມ​ຝ່າຍ​ຈຳ​ເລີຍ, ທ່ານ ອາ​ລີ ໂມ​ຈ​ຕາ​ເຮດ​ຊາ​ເດ (Ali Mojtahedzadeh) ວ່າ​ໄດ້ກ່າວ​ຕຳ​ໜິຢ່າງ​ໜັກ ​ຕໍ່ຜູ້​ພິ​ພາກ​ສາ​ທີ່​ເປັນ​ປະ​ທານການ​ຮັ​ບ​ຟັງ​ຄະ​ດີ ຜູ້​ທີ່​ທ່ານ​ກ່າວ​ຫາ​ວ່າ ໄດ້​ບ່ຽງ​ເບນ​ອອກ​ຈາກຄວາມ​ຍຸ​ຕິ​ທຳ ໂດຍກ່ອນອື່ນ​ໝົດ ​ທຳ​ການ​ກ່າວ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ໃໝ່​ຕໍ່​ທ່ານ ຄາ​ເຊ​ມີ (Kazemi) ໂດຍບໍ່​ມີໄອ​ຍະ​ການ​ເປັນ​ຜູ້​ກະ​ທຳ​ເຊັ່ນນັ້ນ ແລະໂດຍ​ການ​ເພີ້ມ​ຈຳ​ນວນ​ເງິນ​ປະ​ກັນ​ຕົວ​ຂອງ​ທ່ານ ຄາ​ເຊ​ມີ (Kazemi) ຂຶ້ນ​ສິບ​ເທົ່າໃຫ້​ຮອດ 10 ລ້ານຣຽນ ຫລື 237,000 ໂດ​ລາ, ອີງ​ຕາມ​ອັດ​ຕາ​ແລກ​ປ່ຽນ​ທາງ​ການ​ຂອງ​ອີ​ຣ່ານນັ້ນ.

ທ່ານ ໂມ​ຈ​ຕາ​ເຮດ​ຊາ​ເດ (Mojtahedzadeh) ໄດ້​ກ່າວ​ຕໍ່ IRNA ວ່າ ຜູ້​ພິ​ພາກ​ສາ​ໄດ້​ສະ​ເໜີ​ຂໍ້​ກ່າວ​ຫາ ​ຕໍ່ການ​ໄຕ່​ສວນ​ຄະ​ດີ​ຂອງ​ທ່ານ ຄາ​ເຊ​ມີ (Kazemi) ວ່າ ທຳ​ການສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ຕ້ານ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ ​ທີ່​ນັກ​ຂ່າວ​ດັ່ງ​ກ່າວ​ໄດ້​ຖືກ​ກ່າວ​ຫາ​ມາ​ແລ້ວ​ວ່າ ທຳ​ການໂຄ​ສະ​ນາ​ເຜີຍ​ແຜ່ ຕ້ານ​ລັດ​ຖະ​ບານ. ທະ​ນາຍ​ຄວາມ​ດັ່ງ​ກ່າວ​ເວົ້າ​ອີກວ່າ ​ຜູ້ພິ​ພາກ​ສາໃຫ້​ເວ​ລາ​ທ່ານ 1 ອາ​ທິດ ເພື່ອ​ຍື່ນໜັງ​ສື​ທີ່​ເປັນ​ຄຳປ້ອງ​ກັນແກ່​ຈຳ​ເລີຍ ກ່ອນ​ຈະ​ມີ​ການ​ຕັດ​ສິນ​ຕໍ່​ບັນ​ຫາ​ດັ່ງ​ກ່າວ.

ທ່ານ ໂມ​ຈ​ຕາ​ເຮດ​ຊາ​ເດ (Mojtahedzadeh) ຍັງ​ໄດ້​ກ່າວ​ຕິ​ຕຽນ​ຕໍ່​ລະ​ບົບ​ຕຸ​ລາ​ການ​ຂອງ​ອີ​ຣ່ານ ທີ່​ມີ​ມາ​ເປັນ​ລຳ​ດັບ​ໃນ​ວັນ​ພຸດ​ວານນີ້ ໃນ​ການ​ສົ່ງ​ຂໍ້​ຄວາມ​ໂຈມ​ຕີ​ຜູ້​ພິ​ພາກ​ສາ ແລະ​ແມ່ນ​ກະ​ທັງ​ຫົວ​ໜ້າ​ຕຸ​ລາ​ການ​ຂອງ​ອີ​ຣ່ານ ທ່ານ​ອີບ​ຣາ​ຮິມ ໄຣ​ຊີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG