ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິຣ່ານ ຈັບຄົນສັນຊາດ ອີຣ່ານ ອາເມຣິກັນ ອີກຄົນໜຶ່ງ


ຜູ້ນຳສູງສຸດ ອີຣ່ານ Ayatollah Ali Khamenei.
ຜູ້ນຳສູງສຸດ ອີຣ່ານ Ayatollah Ali Khamenei.

ອີຣ່ານ ​ໄດ້​ຈັບ​ນັກທຸລະກິດ​ຄົນ​ໜຶ່ງທີ່​ຖື​ສອງ​ສັນຊາດ ສະຫະລັດ
​ແລະອີຣ່ານ ​ໃນ​ຂະນະ​ທີ່​ລາວ​ໄປ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ ທີ່ນະ
ຄອນ​ເຕຫະ​ຣ່ານ ປະ​ມານ​ສອງ​ອາທິດ​ກ່ອນ.

ທ່ານ Siamak Namazi ​ເປັນ​ຫົວໜ້າ​ວາງ​ແຜນ​ຍຸດ​ທະ​ສາດ ​
ຂອງບໍລິສັດນ້ຳມັນ Crescent Petroleum ທີ່​ມີ​ຫ້ອງການ​ຕັ້ງ
​ຢູ່ນະ​ຄອນ Dubai.

ໜັງສືພິມ The Wall Street Journal ລາຍ​ງານ​ວ່າ ທ່າ​ນ
Namazi ​ໄດ້​ຖືກ​ຈັບ ​ໂດຍ​ໜ່ວຍ​ພິທັກປະຕິ​ວັດ ທີ່​ລາຍ​ງານ
​ໂດຍ​ກົງ ​ຕໍ່ຜູ້ນຳ​ສູງ​ສຸດ ຂອງ​ອີ​ຣ່ານ Ayatollah AliKhamenei

​ແທນ​ທີ່​ຈະແມ່ນ​ລັດຖະບານ​ຂອງ​ອີຣ່ານ. ການ​ຈັບ​ກຸມ​ທ່ານ Namazi ມີ​ຂື້ນພຽງ​ບໍ່​ເທົ່າ​
ໃດ​ມື້ ຫລັງ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄລຍ ກັບ​ອີຣ່ານ ​ເລີ້ມມີ​ຜົ​ນບັງ​ຄັບໃຊ້ ​ໃນ​ວັນ​ທີ 18 ເດືອນ​
ຕຸລານີ້ ​ໃນອັນ​ທີ່​ຮ້ອງກັນວ່າ ວັນ​ຮັບຮອງ​ເອົານັ້ນ.

ການ​ຈັບ​ກຸມ​ນີ້ ຍັງ​ບໍ່ທັນ​ໄດ້​ຢືນຢັນ​ຈາກກະຊວງ​ການ​ຕ່າງປະ​ເທດສະຫະລັດ​ເທື່ອ ​ເຖິງ
​ແມ່ນ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ກ່າວ​ວ່າ ບັນຫາຊາວ​ອາ​ເມຣິກັນ ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ອີຣ່ານ ​ໄດ້​ຖືກ​ຍົກ​ຂື້ນ​ມາ​ສົນທະນາ​ກັນ​ໃນ​ວັນ​ພະຫັດ​ວານ​ນີ້ ລະຫວ່າງ ລັດຖະມົນຕີ
ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ແລະ​ລັດຖະມົນ​ຕີຕ່າງ ປະ​ເທດອີຣ່ານ
ທ່ານ Javad Zarif.

​ເຈົ້າ​ໜ້າ​ທີ່​ອາວຸ​ໂສສະຫະລັດ ຄົນ​ໜຶ່ງ​ໄດ້​ກ່າວວ່າ “ພວກ​ເຮົາ​ຮູ້ຈັກ​ກ່ຽວ​ກັບລາຍ​ງານຫວ່າງ​
ບໍ່​ດົນ​ມານີ້​ ​ໃນ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຈັບ​ກຸມປະຊາຊົນ​ອາ​ເມ​ຣິກັນ ຢູ່ໃນ​ອີຣ່ານ. ພວກ​ເຮົາ​
ກຳລັງສຶກສາ​ເບິ່ງລາຍ​ງານດັ່ງກ່າວ ​ແລະ​ບໍ່​ມີ​ຫຍັງ​ຄືບ​ໜ້າ​ທີ່​ຈະ​ບອກ​ໃນ​ເວລາ​ນີ້.

XS
SM
MD
LG