ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານ ແລະ ມະຫາອຳນາດ ຂອງໂລກ ຕົກລົງ ຕໍ່ເວລາ ໃນການເຈລະຈາ (ວີດີໂອ)


ຫົວໜ້າດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບ ຢູໂຣບ ທ່ານນາງ Catherine Ashton (ຊ້າຍ) ແລະ ລມຕ ຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif ທີ່ກອງປະ ຊຸມຖະແຫຼງຂ່າວ ຢູ່ນະຄອນວຽນນາ (18 ກໍລະກົດ 2014)
ຫົວໜ້າດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບ ຢູໂຣບ ທ່ານນາງ Catherine Ashton (ຊ້າຍ) ແລະ ລມຕ ຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif ທີ່ກອງປະ ຊຸມຖະແຫຼງຂ່າວ ຢູ່ນະຄອນວຽນນາ (18 ກໍລະກົດ 2014)

ພວກນັກການທູດກ່າວວ່າ ອີຣ່ານແລະ 6 ປະເທດມະຫາອຳນາດ
ຂອງໂລກ ໄດ້ຕໍ່ເວລາກຳນົດເສັ້ນຕາຍອອກໄປຕື່ມອີກ 4 ເດືອນ
ເພື່ອໃຫ້ບັນລຸຂໍ້ຕົກລົງທາງດ້ານນິວເຄລຍ ກັບເຕຫະຣ່ານ.

ພວກນັກການທູດເວົ້າວ່າ ພັກຝ່າຍກ່ຽວຂ້ອງ ໄດ້ກຳນົດເວລາໃຫ້
ຕົນເອງໄປຈົນ ຮອດວັນທີ 24 ພະຈິກ ເພື່ອບັນລຸ ການຕົກລົງດັ່ງ
ກ່າວ. ຂໍ້ຕົກລົງຊົ່ວຄາວ ສຳຫຼັບໃຫ້ອີຣ່ານ ຫຼຸດຜ່ອນການກັ່ນທາດ
ຢູເຣນຽມຂອງຕົນ ເພື່ອແລກປ່ຽນ ກັບການຜ່ອນຜັນ ໃນການລົງ
ໂທດນັ້ນ ມີກຳນົດທີ່ຈະໝົດອາຍຸໃນວັນອາທິດທີ 20 ກໍລະກົດນີ້.

ອີຣ່ານໄດ້ທຳການເຈລະຈາມາຕັ້ງແຕ່ເດືອນກຸມພາກັບພວກເຈົ້າ
ໜ້າທີ່ ຂອງສະຫະລັດ ອັງກິດ ຝຣັ່ງ ຣັດເຊຍ ຈີນ ແລະເຢຍຣະມັນ ເພື່ອໃຫ້ບັນລຸການຕົກ ລົງໃນດ້ານນິວເຄລຍໄລຍະຍາວ. ອຸບປະສັກທີ່ໃຫຍ່ທີ່ສຸດກໍຄືສິດທິໃນການກັ່ນທາດຢູເຣ ນຽມຂອງອີຣ່ານ ຊຶ່ງເປັນຂັ້ນຕອນໃນຄວາມສາມາດຜະລິດເຊື້ອໄຟສຳລັບເຕົາແຍກປະຕິ ກອນນິວເຄລຍ ແຕ່ກໍເປັນຈຸດໃຈກາງ ສຳລັບການຜະລິດອາວຸດນິວເຄລຍນຳດ້ວຍ.

ສະຫະລັດ ແລະບັນດາປະເທດພັນທະມິດຕາເວັນຕົກ ສົງໄສວ່າ ອີຣ່ານ ພວມພະຍາຍາມ ຫາທາງສ້າງອາວຸດນິວເຄລຍ. ແຕ່ອີຣ່ານຢືນຢັດວ່າ ໂຄງການປະລະມານູຂອງຕົນແມ່ນມີ ຈຸດປະສົງໃນທາງສັນຕິ.

IRAN NUCLEAR SOTVO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG