ທ່ານ Mahmoud Ahmadinejad ປະທານາທິບໍດີອີຣ່ານ ກ່າວວ່າການແຊກແຊງຂອງ
ຕ່າງປະເທດນັ້ນແມ່ນເປັນແຫລ່ງທີ່ມາຂອງບັນຫາຕ່າງໆຢູ່ໃນຂົງເຂດ.
ທ່ານບໍ່ໄດ້ລະບຸຊື່ແລະໝາຍເຖິງມະຫາອໍານາດປະເທດໃດ ໃນເວລາທີ່ທ່ານໃຫ້ຄວາມເຫັນ
ດັ່ງກ່າວ ໃນວັນສຸກນີ້ ຢູ່ທີ່ນະຄອນອິສລາມາບັດ. ທ່ານ Ahmadinejad ກໍາລັງເຈລະຈາ
ກັນກັບຜູ້ນໍາປາກິສຖານ ແລະອັຟການິສຖານ ກ່ຽວກັບການເອົາບາດກ້າວຕ່າງໆທີ່ມີຄວາມ
ຈຳເປັນເພື່ອສ້າງສະຖຽນລະພາບຢູ່ໃນຂົງເຂດ.
ປາກິສຖານ ຊຶ່ງມີຄວາມສໍາພັນທາງປະຫວັດສາດ ກັບກຸ່ມທາລິບານ ພ້ອມດ້ວຍການມີເຂດ
ຊາຍແດນທີ່ບໍ່ມີການຄວບຄຸມຕິດຕໍ່ກັນລະຫວ່າງສາມປະເທດເພື່ອນບ້ານ ແມ່ນເປັນພື້ນຖານ
ຂອງການປະຊຸມສຸດຍອດ ໃນຄັ້ງນີ້. ກຸ່ມທາລິບານຂອງອັຟການ ແລະຫຼາຍໆກູ່ມທີ່ເປັນເຄືອ
ຂ່າຍນັ້ນເຊື່ອວ່າ ມີຖານປະຕິບັດງານຢູ່ໃນເຂດເຄິ່ງປົກຄອງຕົນເອງຂອງພວກຊົນເຜົ່າໃນບໍລິ
ເວນຊາຍແດນທີ່ຕິດກັບອັຟການິສຖານ.
ໂຄສົກຂອງປະທານາທິບໍດີອັຟການິສຖານທ່ານ Hamid Karzai ກ່າວຍ້ອງຍໍຊົມເຊີຍການ
ປະຊຸມສຸດຍອດຄັ້ງນີ້ວ່າ ເປັນເຄື່ອງມືທີ່ມີຄຸນຄ່າ ໃນການຕໍ່ສູ້ກັບພວກກໍ່ການຮ້າຍການຄ້າຢາ
ເສບຕິດ ແລະໄພຂົ່ມ ຂູ່ຮ່ວມກັນອື່ນໆ.