ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ຍອມຮັບວ່າ ຕົນໄດ້ຍຶດກຳປັ່ນທຸກນໍ້າມັນ ຂອງເກົາຫຼີໃຕ້


ຮູບພາຍຈາກ AFP ອົງການຂ່າວອີຣ່ານ ທາສນິມ (Tasnim) ວັນທີ 4 ມັງກອນ 2021 ສະແດງໃຫ້ເຫັນກຳປັ່ນບັນທຸກນໍ້າມັນເກົາຫຼີໃຕ້ ຄຸ້ມກັນໂດຍກອງທັບເຮືອຂອງໜ່ວຍພິທັກປະຕິວັດ
ອິສລາມ (IRGC) 
ຮູບພາຍຈາກ AFP ອົງການຂ່າວອີຣ່ານ ທາສນິມ (Tasnim) ວັນທີ 4 ມັງກອນ 2021 ສະແດງໃຫ້ເຫັນກຳປັ່ນບັນທຸກນໍ້າມັນເກົາຫຼີໃຕ້ ຄຸ້ມກັນໂດຍກອງທັບເຮືອຂອງໜ່ວຍພິທັກປະຕິວັດ ອິສລາມ (IRGC) 

ໂທລະພາບລັດຖະບານອີຣ່ານ ໄດ້ຮັບຮູ້ວ່າເຕຫະຣ່ານໄດ້ຍຶດກຳປັ່ນບັນທຸກນໍ້າ ມັນຂອງ
ເກົາຫຼີໄຕ້ ຢູ່ໃນຊ່ອງແຄບຮໍມຸສ (Hormus.) ລາຍງານໃນວັນຈັນວານນີ້ໄດ້ກ່າວຫາວ່າ
ກຳປັ່ນ ແອັມທີ ແຮນຄຸກ ເຊມີ (MT Hankuk Chemi) ໄດ້ຖືກຢຸດໂດຍພວກເຈົ້າໜ້າທີ່
ອີຣ່ານໃນຂໍ້ຫາ ເຮັດໃຫ້ “ນໍ້າມັນເປິເປື້ອນ” ຢູ່ໃນອ່າວເປີເຊຍ ແລະຊ່ອງແຄບດັ່ງກ່າວ.

ອົງການຂ່າວຟາຣສ (Fars) ຊຶ່ງເປັນອົງການຂ່າວເຄິ່ງທາງການຂອງອີຣ່ານ ກ່າວວ່າ
ກອງທັບເຮືອຂອງໜ່ວຍພິທັກປະຕິວັດອິສລາມ (IRGC) ໄດ້ຍຶດກຳ ປັ່ນລຳດັ່ງກ່າວ.

ຂໍ້ມູນຈາກດາວທຽມ ມາຣີນ ທຣາຟິກ.ຄາມ (Marine Traffic.com) ສະແດງ ໃຫ້ເຫັນ
ວ່າກຳປັ່ນ MT Hankuk Chemi ຈອດຢູ່ນອກຝັ່ງເມືອງທ່າ ບານດາ ອັບບັສ (Bandar Abbas) ໃນວັນທີ 4 ມັງກອນ ໂດຍປາດສະຈາກຄຳອະທິ ບາຍໃດໆ. ກຳປັ່ນລຳນີ້ໄດ້ເດີນ
ທາງຈາກຊາອຸດີ ອາຣາເບຍ (Saudi Arabia) ໄປຫາຟູແຈຣາ (Fujairah) ຢູ່ ສະຫະລັດ
ອາຣັບ ເອເມີເຣັສ (United Arab Emerates.)

ພວກເຈົ້າຂອງກຳປັ່ນຍັງບໍ່ສາມາດຕິດຕໍ່ໄດ້ ເພື່ອໃຫ້ຄວາມເຫັນກ່ຽວກັບເລື້ອງນີ້.

ເຫດການດັ່ງກ່າວເກີດຂຶ້ນທ່າມກາງຄວາມເຄັ່ງຕືງເພີ້ມຂຶ້ນຢູ່ໃນຂົງເຂດ ຊຶ່ງບັງເອີນກົງ
ກັບວັນຄົບຮອບທີ່ ສະຫະລັດໃຊ້ເຮືອບິນບໍ່ມີຄົນຂັບສັງຫານ ນາຍພົນຕີ ກາເຊມ ໂຊເລ
ມານ (Qasem Soleiman) ຂອງກໍາລັງ IRGC ໃນນະຄອນ ແບກແດັດ ເມື່ອປີກາຍນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG