ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຣ່ານຍອມຮັບວ່າ ໄດ້ກັກຂັງຜູ້ປະທ້ວງ 'ຫຼາຍສິບພັນຄົນ'


ແຟ້ມ-ພາບທີ່ໄດ້ເຜີຍແຜ່ອອກ ໂດຍເວັບໄຊທ໌ທາງການ ກ່ຽວກັບຜູ້ນໍາສູງສຸດຂອງອີຣ່ານ, ອາຢາໂທລາ ອາລີ ຄາເມນີ ກ່າວປາໄສໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 26 ພະຈິກ 2022.
ແຟ້ມ-ພາບທີ່ໄດ້ເຜີຍແຜ່ອອກ ໂດຍເວັບໄຊທ໌ທາງການ ກ່ຽວກັບຜູ້ນໍາສູງສຸດຂອງອີຣ່ານ, ອາຢາໂທລາ ອາລີ ຄາເມນີ ກ່າວປາໄສໃນນະຄອນຫຼວງເຕຫະຣ່ານ, ອີຣ່ານ, ວັນທີ 26 ພະຈິກ 2022.

ຜູ້ນໍາສູງສຸດຂອງ ອີຣ່ານ, ໃນວັນອາທິດວານນີ້ ໄດ້ມີຄໍາສັ່ງໃຫ້ນິລະໂທດກໍາ ຫຼື ຫຼຸດຜ່ອນໂທດ ສໍາລັບຜູ້ທີ່ຖືກກັກຂັງ “ຫຼາຍສິບພັນຄົນ” ທ່າມກາງການປະທ້ວງຕໍ່ຕ້ານລັດຖະບານ ທີ່ກໍາລັງຂະຫຍາຍໂຕ ຢູ່ໃນທົ່ວປະເທດ, ເຊິ່ງຍອມຮັບວ່າ ເປັນເທື່ອທໍາອິດຂອງການປາບປາມ ທີ່ມີຈໍານວນຫຼວງຫຼາຍ, ອີງຕາມລາຍງານຂອງອົງການຂ່າວ AP.

ຄໍາສັ່ງໂດຍ ທ່ານອະຢາໂທ​ລາ ອາລີ ຄາເມນີ (Ayatollah Ali Khamenei), ແມ່ນເປັນສ່ວນນຶ່ງຂອງການໃຫ້ຫຼຸດຜ່ອນໂທດປະຈໍາປີ ທີ່ຜູ້ນໍາສູງສຸດເປັນຜູ້ດໍາເນີນງານ ກ່ອນການສະເຫຼີມສະຫຼອງຄົບຮອບການປະຕິວັດອິສລາມ ປີ 1979 ຂອງອີຣ່ານ, ການຫຼຸດຜ່ອນດັ່ງກ່າວມີຂຶ້ນໃນລະຫວ່າງທີ່ເຈົ້າໜ້າທີ່ ຍັງບໍ່ທັນໄດ້ກ່າວວ່າ ມີຜູ້ຖືກກັກຂັງຈາກການປະທ້ວງຈັກຄົນ. ອົງການຂ່າວຂອງລັດຖະບານ ຍັງໄດ້ເຜີຍແຜ່ລາຍຊື່ຄໍາເຕືອນກ່ຽວກັບຄໍາສັ່ງທີ່ສາມາດຕັດສິນບັນດາຜູ້ທີ່ມີການ ພົວພັນກັບຕ່າງປະເທດ ຫຼື ປະເຊີນກັບຂໍ້ກ່າວຫາວ່າເປັນຜູ້ສືບລັບເຫຼົ່ານັ້ນ, ໂດຍເປັນຂໍ້ກ່າວຫາທີ່ໄດ້ຮັບການປະນາມຈາກນາໆຊາດຢ່າງກວ້າງຂວາງ.

ທ່ານຄາເມນີ “ຕົກລົງເຫັນດີທີ່ຈະ​ໃຫ້ນິລະໂທດກໍາ ແລະຫຼຸດຜ່ອນໂທດສໍາລັບຜູ້ທີ່ຖືກກ່າວຫາ ແລະຖືກຕັດສິນວ່າ ມີຄວາມຜິດ ຢູ່ໃນເຫດການຕ່າງໆທີ່ເກີດຂຶ້ນເມື່ອໄວໆມານີ້,” ອີງຕາມອົງການຂ່າວ IRNA ຂອງລັດຖະບານ ທີ່ເປີດເຜີຍກ່ຽວກັບບົດລາຍງານດັ່ງກ່າວ. ລາຍງານສະບັບຕໍ່ມາ ທີ່ເປັນພາສາອັງກິດຂອງອົງການຂ່າວ IRNA ເປີດເຜີຍວ່າ ການຍົກໂທດ ແລະຫຼຸດຜ່ອນໂທດ ແມ່ນ “ສໍາລັບນັກໂທດຫຼາຍສິບພັນຄົນ ລວມເຖິງຜູ້ທີ່ຖືກຈັບຈາກການກໍ່ຈະລາຈົນຢູ່ໃນອີຣ່ານເມື່ອໄວໆມານີ້.” ບັນດາເຈົ້າໜ້າທີ່ ຍັງບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບບົດລາຍງານທີ່ແຕກຕ່າງດັ່ງກ່າວໃນທັນທີ.

ຢູ່ໃນບົດລາຍງານດັ່ງກ່າວ ບໍ່ໄດ້ໃຫ້ຄໍາອະທິບາຍໃດໆກ່ຽວກັບຄໍາຕັດສິນ ທີ່ໄດ້ຕັດສິນໃຈໂດຍທ່ານຄາເມນີ ເຊິ່ງເປັນຕັດສິນສຸດທ້າຍຢູ່ອີຣ່ານທັງໝົດ. ຢ່າງໃດກໍຕາມ, ຄຸກ ແລະສະຖານທີ່ກັກຂັງ ແມ່ນໄດ້ປະເຊີນກັບບັນຫານັກໂທດລົ້ນຄຸກຢູ່ໃນປະເທດ ລຸນຫຼັງມີການປະທ້ວງຫຼາຍປີ ກ່ຽວກັບບັນຫາຕ່າງໆທາງດ້ານເສດ ຖະກິດ ແລະບັນຫາອື່ນໆ.

ບັນດານັກເຄື່ອນໄຫວ ໄດ້ພາກັນປະຕິເສດຕໍ່ຄໍາຕັດສິນຂອງ ທ່ານຄາເມນີ ໃນທັນທີ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG