ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ເຄື່ອນ​ໄຫວ 5 ຄົນ ໃນອີ​ຣ່ານ ຖືກ​ສືບ​ສວນ ໃນ​ຂໍ​້​ກ່າວ​ຫາວ່າ ລະ​ເມີດ ລະ​ບຽບການ​ດ້ານ ​ຄວາມ​ໝັ້ນ​ຄົງ ​ຂອງ​ຊາດ


ການ​ປະ​ທ້ວງ​ດ້ານ​ແຮງ​ງານ​ຂອງ​ພວກ​ກຳ​ມະກອນ​ ນິ​ຄົມ​ປູກ​ອ້ອຍ ຢູ່​ເມືອງ​ຊາ​ສ (Shush) ຂອງອ​ີ​ຣ່ານ ໃນວັນ​ທີ 5 ພະ​ຈິກ, 2018, ຊຶ່ງ​ສະ​ແດງ​ໃຫ້​ເຫັນວ່າ ສອງ​ຄົນ​ (ຢູ່​ທາງຊ້າຍ ແລະ​ຜູ້​ຖັດ​ມາ) ​ໃນ​ພວກ​ຜູ້​ນຳ​ພາ​ຈັດ​ການ​ໂຮມ​ຊຸມ​ນຸມນັ້ນ ຖືກ​ຈັບ​ໄປ​ຂັງ​ໄວ້.
ການ​ປະ​ທ້ວງ​ດ້ານ​ແຮງ​ງານ​ຂອງ​ພວກ​ກຳ​ມະກອນ​ ນິ​ຄົມ​ປູກ​ອ້ອຍ ຢູ່​ເມືອງ​ຊາ​ສ (Shush) ຂອງອ​ີ​ຣ່ານ ໃນວັນ​ທີ 5 ພະ​ຈິກ, 2018, ຊຶ່ງ​ສະ​ແດງ​ໃຫ້​ເຫັນວ່າ ສອງ​ຄົນ​ (ຢູ່​ທາງຊ້າຍ ແລະ​ຜູ້​ຖັດ​ມາ) ​ໃນ​ພວກ​ຜູ້​ນຳ​ພາ​ຈັດ​ການ​ໂຮມ​ຊຸມ​ນຸມນັ້ນ ຖືກ​ຈັບ​ໄປ​ຂັງ​ໄວ້.

ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ອີ​ຣ່ານ ທີ່​ຖືກ​ຄຸມຂັງ​ຢູ່​ທາງ​ພາກ​ໃຕ້​ຂອງ​ອີຣ່ານ ຍ້ອນ​ເຂົ້າ
​ຮ່ວມ​ການ​ປະ​ທ້ວງ​ດ້ານ​ແຮງ​ງານ​ ທີ່ໄດ້​ດຳ​ເນີນ​ໄປເປັນ​ເວ​ລາ 2 ອາ​ທິດນັ້ນ ​ຖືກ​ນຳ​ໄປ
​ສືບ​ສວນກ່ຽວ​ກັບ​ເລື້ອງ​ທຳ​ການ​ລະ​ເມີດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ທີ່​ເປັນ​ການ​
ກ່າວ​ຫານັ້ນ.

ພວກ​ນັກ​ເຄື່ອນ​ໄຫວ 5 ຄົນ ​ໃນ​ຈຳ​ນວນ 20 ຄົນ ທີ່​ຖືກຄຸມ​ຂັງ​ໂດຍ​ເຈົ້າ​ໜ້າ​ທີ່ອີ​ຣ່ານ
ໃນ​ວັນ​ອາ​ທິດ​ຜ່ານ​ມາ ຢູ່​ເມືອງ ຊາດສ໌ (Shush) ໃນ​ຂະ​ນະ​ທີ່​ມີການ​ທັ​ບ​ມ້າງ​ການ​ປະ
​ທ້ວງ​ຢ່າງ​ສັນ​ຕິ​ຂອງ​ພວກ​ກຳ​ມະ​ກອນໃນນິ​ຄົມ​ປູກ​ອ້ອຍແຮ​ຟ​ທ໌ ແທ​ເປ (Haft Tapeh)
ທີ່​ຢູ່​ໃກ້ໆ​ເມືອງນັ້ນ ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ເປີ​ເຊຍ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ ຢູ່​ໃນ
​ການໃຫ້​ສຳ​ພາດ​ຜ່ານ​ທາງ​ໂທ​ລະ​ສັບ​ວ່າ 15 ຄົນ​ໃນ​ຈໍ​ານວນທີ່​ຖືກ​ຈັບນັ້ນ ຖືກ​ປ່ອຍ​ຕົວ​ ດ້ວຍ​ການໃຊ້​ເງິນ​ປະ​ກັນ​ຕົວ ໃນ​ຕອນ​ແລງວັນ​ຈັນ​ຜ່ານ​ມາ.

ພວກ​ກຳ​ມະ​ກອນຢູ່​ໃນ​ນິ​ຄົມ​ດັ່ງ​ກ່າວ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ເຂົາ​ເຈົ້າ ​ພາ​ກັນ​ໂຮມ​
ຊຸມ​ນຸມ​ເປັນ​ປະ​ຈຳ​ທຸກວັນ ​ຢູ່ນອກຕຶກ​ຫ້ອງ​ການຕ່າງໆ​ ຂອງ​ລັດ​ຖະ​ບານ ຢູ່​ໃນ​ເມືອງ
ຊາ​ສ (Shush) ນັບ​ແຕ່​ວັນ​ທີ 5 ພະ​ຈິກ​ເປັນ​ຕົ້ນ​ມາເພື່ອ​ຮຽກ​ຮ້ອງ​ເອົາ​ເງິນ​ຄ່າ​ແຮງ​ງານ
​ທີ່ຍັງ​ຄ້າງຢູ່ ແລະໄລ່​ພວກ​ເຈົ້າ​ຂອງ​ນິ​ຄົມທີ່ເຂົາ​ເຈົ້າ​ກ່າ​ວຫາ​ວ່າ ທຳ​ການບໍ​ລິ​ຫານບໍ່​ດີ
ແລະບໍ່ໄດ້​ເອົາ​ຫົວ​ຊາ​ ນຳ​ເຂດ​ນິ​ຄົມ​ດັ່ງ​ກ່າວ ທີ່​ໄດ້​ສ້າງ​ຂຶ້ນ​ມາ​ໃນ​ຊຸມປີ 1950 ນັ້ນອອກ​ໄປ.

ໃນຈຳນວນພວກ​ນັກ​ເຄື່ອນ​ໄຫວ 5 ຄົນ ທີ່​ຍັງຖືກ​ຄຸມ​ຂັງຢູ່ນັ້ນ, 4 ຄົນ ແມ່ນເຮັດ​ວຽກ ຢູ່​
ໃນ​ນິ​ຄົມ ແລະ​ 1 ຄົນ​ ເປັນ​ນັກ​ເຄື່ອນ​ໄຫວ​ແມ່​ຍິງ, ​ຊື່ ສະ​ພີ​ເດ ກາ​ລີ​ແຢນ (Sepideh
Ghaliyan) ຈາກ​ເມືອງອາ​ວ​າສ ( Ahvaz) ​ຢູ່​ພາກ​ໃຕ້​ຂອງ​ປະ​ເທດ. ອົງ​ການ​ຂ່າວດ້ານ
ການ​ເຄື່ອນ​ໄຫວປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຂອງ​ອີ​ຣ່ານ ຫລື HRANA ລາຍ​ງານ​ວ່າ (hyperlink: https://www.hra-news.org/2017/hranews/a-9939/ ) ນາງ ກາ​ລີ​ແຢນ (Ghaliyan)
ກ່ອນ​ໜ້ານັ້ນ ເຄີຍ​ຖືກ​ຈັບ​ຢູ່​ໃນ​ເມືອງ​ອາວ​ວາ​ສ໌ ໃນ​ເດືອນ​ກຸມ​ພາ ປີ 2017 ຜ່ານ​ມາ.

ຢູ່​ໃນ​ບົດ​ລາຍ​ງານ​ທີ່​ພິມ​ອອກ​ເຜີຍ​ແຜ່​ ໃນ​ວັນ​ພຸດ​ວານນີ້ ໂດຍ​ອົງ​ການ​ຂ່າວ​ດ້ານ​ແຮງ​ງານ
ຫລື ILNA ​ຂອງ​ລັດ​ຖະ​ບານ​ອີ​ຣ່ານເວົ້າ​ວ່າ ທະ​ນາຍ​ຄວາມ​ຍິງຜູ້​ນຶ່ງ​ທີ່ກຳ​ລັງ​ຫາ​ທາງ​ໄປ​
ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ 5 ຄົນ ​ທີ່​ຍັງຖືກຄຸມ​ຂັງ​ຢູ່ນັ້ນ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໃນ​ເມືອງຊາ​ສ (Shush) ທຳ​ອິດ ຕົກ​ລົງ​ວ່າ​ຈະ​ປ່ອຍ​ຕົວ​ພວກ​ເຂົາ​ເຈົ້າ​ພາຍ​ໃຕ້​ເງື່ອນ​ໄຂ​ໃຊ້​ເງິນ​ປະ​ກັນ​ໂຕ​ ຢູ່​ໃນ​ເວ​ລາ​ລໍ​ຖ້າ​ການ​ໄຕ່​ສວນ​ຄະ​ດີ ໃນ​ຖານ​ໄດ້​ລົບ​ກວນ​ຄວາມ​ສະ​ຫງົບ​ຂອງ​ສາ​ທາ​ລະ​ນະ​ຊົນ​ທີ່​ເປັນ​ການ​ກ່າວ​ຫານັ້ນ. ແຕ່​ວ່າ ທ່ານ​ນາງ ຟາ​ເຊ​ເນ ຊີ​ຣາ​ບີ (Farzaneh Zilabiຝ ເວົ້າ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ ໃນ​ເວ​ລາ​ຕໍ່​ມາ ​ແຈ້ງ​ໃຫ້​ທ່ານ​ນາງ​ຊາບ​ວ່າ ພວກ​ທີ່​ຖືກ​ກັກ​ຂັງ​ນັ້ນ ຖືກ​ກ່າວ​ຫາ​ວ່າທໍາ​ການ​ລະ​ເມີດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ແລະ​ຈະ​ຕ້ອງ​ໄດ້​ຖືກ​ຄຸມຂັງໄວ້ ຈົນ​ກວ່າ​ວ່າ ການ​ສືບ​ສວນ​ຈະ​ຈົບ​ລົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG